ຄວາມພາກພູມໃຈ ແລະ ຄວາມໝັ້ນໃຈ ຄື ສິ່ງສຳຄັນສູ່ຄວາມສຳເລັດ.

ຄວາມພາກພູມໃຈ ແລະ ຄວາມໝັ້ນໃຈ ມີຜົນຕໍ່ການປະສົບຜົນສຳເລັດໃນທຸລະກິດຫຼາຍກວ່າທີ່ທ່ານຄິດ ແລະ ການທີ່ຂາດສິ່ງໃດສິ່ງໜຶ່ງ ກໍເຮັດໃຫ້ທຸລະກິດຂອງທ່ານເກີດບັນຫາຫຼາຍກວ່າທີ່ທ່ານຄາດຄິດໄວ້. ການຂາດຄວາມໝັ້ນໃຈ ແລະ ພາກພູມໃຈ ເປັນໜຶ່ງໃນສາເຫດທີ່ເປັນອຸປະສັກໃນການດຳເນີນທຸລະກິດ ຈາກການສຳຫຼວດ 20 ສາເຫດທີ່ ເຮັດໃຫ້ທຸລະກິດບໍ່ປະສົບຜົນສຳເລັດ ຫຼື ບໍ່ມີການຂະຫຍາຍຕົວ ແມ່ນເຈົ້າຂອງທຸລະກິດດັ່ງກ່າວ ຂາດຄວາມເຊື່ອໝັ້ນໃນຕົນເອງ ແລະ ບໍ່ເຫັນຄຸນຄ່າໃນຄວາມສາມາດຂອງຕົນ ຮູ້ສຶກວ່າຕົນເອງບໍ່ສາມາດນຳພາທຸລະກິດ ໃຫ້ເຕີບໃຫຍ່ ຫຼື ກ້າວຂ້າມບັນຫາໄດ້ ເມື່ອພົບວິກິດການໃດໜຶ່ງ ເຖິງວ່າຈະມີທຶນຮອນ ແລະ ຄວາມຮູ້ຢູ່ໃນມືແລ້ວ ແຕ່ກໍຍັງບໍ່ໝັ້ນໃຈທີ່ຈະສ່ຽງ ຫຼື ຕໍ່ສູ້ ຈຶ່ງເຮັດໃຫ້ບໍ່ສາມາດນຳພາທຸລະກິດຫັນໄປສູ່ແນວທາງໃໝ່ ຫຼື ການແກ້ໄຂທີ່ດີໄດ້.

ຫາກຖາມວ່າ ຄວາມພາກພູມໃຈ ມີຄວາມໝາຍແນວໃດກັນແທ້ ຫຼາຍທ່ານອາດຈຳກັດຄວາມ ເປັນຄຳສະເພາະ ບໍ່ໄດ້ ແຕ່ສາມາດບັນລະຍາຍໄດ້ວ່າ ມັນເປັນຄວາມຮູ້ສຶກດີໃຈ ແລະ ມີຄວາມສຸກເມື່ອເວລາທີ່ທ່ານສາມາດເອົາ ຊະນະສິ່ງໃດໜຶ່ງໄດ້ດ້ວຍຄວາມຕັ້ງໃຈ ແລະ ຄວາມພະຍາຍາມຂອງຕົນເອງ. ແຕ່ຄວາມໝາຍທີ່ແທ້ຈິງນັ້ນ ແມ່ນ ຄວາມຮູ້ສຶກໂດຍລວມຂອງທ່ານທີ່ມີຕໍ່ຕົວທ່ານເອງຕ່າງຫາກ, ການເຄົາລົບ ແລະ ການຮັກຕົນເອງ. ຄວາມພູມໃຈໃນຕົນເອງ ເກີດຈາກປະສົບການ ແລະ ສະຖານະການຕ່າງໆທີ່ຫຼໍ່ຫຼອມທັດສະນະຄະຕິສ່ວນຕົວ ທີ່ທ່ານມີຕໍ່ຕົນເອງໃນປັດຈຸບັນ ຊຶ່ງເກີດຂຶ້ນ ແລະ ຖືກພັດທະນາບົນພື້ນຖານສາຍພົວພັນທຸກຮູບແບບ  ລະຫວ່າງຕົວທ່ານກັບບຸກຄົນອ້ອມຂ້າງ ນັບແຕ່ສະໄໝຍັງນ້ອຍຈົນເຖິງປັດຈຸບັນ. ຫາກບຸກຄົນອ້ອມຂ້າງຫາກມີທັດສະນະຄະຕິທາງດ້ານບວກ ແລະ ມີການປະຕິບັດທີ່ດີຕໍ່ທ່ານ ເຊັ່ນ: ເຊື່ອໝັ້ນໃນຕົວທ່ານ, ສົ່ງເສີມ, ໃຫ້ກຳລັງໃຈ, ຮັບຟັງ, ຊົມເຊີຍ, ໃຫ້ຄຳແນະທີ່ດີ ກໍຈະເຮັດໃຫ້ ທ່ານເກີດຄວາມຮູ້ສຶກທີ່ດີຕໍ່ຕົນເອງ ແລະ ຮູ້ສຶກວ່າຕົນເອງມີຄຸນຄ່າ. ໃນທາງກົງກັນຂ້າມ ຫາກທ່ານ ໄດ້ຮັບການປະຕິບັດທີ່ບໍ່ດີ ເຊັ່ນ: ການຮ້າຍດ່າ, ການໝິ່ນປະໝາດ, ດູຖູກ, ການຖືກກົດຂີ່ ຂົ່ມເຫງທາງດ້ານຄວາມຮູ້ສຶກ ກໍຈະເຮັດໃຫ້ທ່ານຮູ້ສຶກວ່າຕົວທ່ານບໍ່ມີຄຸນຄ່າ, ບໍ່ດີພຽງພໍ, ບໍ່ມັກຕົນເອງ ແລະບໍ່ຄູ່ຄວນກັບຄວາມສຳເລັດ.

ໃນບົດຄວາມສະບັບແລ້ວນີ້ ຄໍລຳເຮົາໄດ້ກ່່າວເຖິງ “ຄວາມໝັ້ນໃຈໃນຕົນເອງ” ຊຶ່ງຄວາມພາກພູມໃຈໃນຕົນເອງກໍໄດ້ຖືກຍົກຂຶ້ນມາກ່າວເຖິງແບບສັ້ນໆວ່າ ເປັນປັດໄຈຊຸກຍູ້ສຳຄັນໜຶ່ງ ທີ່ເຮັດໃຫ້ເກີດມີຄວາມໝັ້ນໃຈໃນຕົນເອງ ແລະນຳພາໃຫ້ທ່ານປະສົບຜົນສຳເລັດ. ຄົນຈຳນວນຫຼາຍເຂົ້າໃຈວ່າ ສອງຄຳນີ້ມີຄວາມໝາຍອັນດຽວກັນ ເພາະມັນກ່ຽວກັບ ຄວາມຮູ້ສຶກຕໍ່ຕົນເອງຂອງຄົນເຮົາ ແຕ່ໃນຄວາມເປັນຈິງແລ້ວ ເຖິງວ່າສອງສິ່ງນີ້ຈະໃຫ້ຄວາມຮູ້ສຶກທີ່ຄ້າຍຄືກັນ ແຕ່ກໍ ມີຄວາມແຕກຕ່່າງກັນທາງດ້ານຄວາມໝາຍຄວາມສຳຄັນ ແລະ ໜ້າທີ່ ແຕ່ເຮັດວຽກຮ່ວມກັນເປັນດັ່ງເຟືອງທີ່ສອດປະສານກັນ ທີ່ຈະເຮັດໃຫ້ຄົນເຮົາປະສົບຜົນສຳເລັດໄດ້. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າ ຄວາມໝັ້ນໃຈໃນຕົນເອງ ແລະ ຄວາມພາກພູມ ໃຈໃນຕົນເອງມີຄວາມກ່ຽວຂ້ອງ ແລະ ສົ່ງເສີມກັນ ໂດຍສາມາດອະທິບາຍໃຫ້ເຂົ້າໃຈໄດ້ວ່າ ຫາກທ່ານບໍ່ມີ ຄວາມພາກພູມໃຈໃນຕົນເອງແລ້ວ ທ່ານມັກຈະຂາດຄວາມໝັ້ນໃຈທີ່ຈະກະທຳສິ່ງໃດໜຶ່ງ ແຕ່ກໍບໍ່ສະເໝີໄປວ່າ ຫາກມີຄວາມພາກພູມໃຈສູງແລ້ວຈະເຮັດໃຫ້ ມີຄວາມໝັ້ນໃຈສູງຕາມມາ ຊຶ່ງຂຶ້ນກັບແຕ່ລະສະຖານະການ ເຊັ່ນ: ນັກກິລາແລ່ນຜູ້ໜຶ່ງຮູ້ວ່າທັກສະການແລ່ນຂອງລາວ ບໍ່ເປັນສອງຮອງໃຜ ແລະ ລາວກໍພູມໃຈຄຸນຄ່າຂອງຕົນເອງ ໃນດ້ານນີ້ຫຼາຍ ແຕ່ລາວພັດບໍ່ມີຄວາມໝັ້ນໃຈເລີຍ ເມື່ອຕ້ອງອອກໄປແກ້ໂຈດເລກຢູ່ໜ້າກະດານ ເພາະມັນບໍ່ ແມ່ນທັກສະທີ່ລາວຊຳນານ ແລະ ພູມໃຈໃນຕົນເອງ.

 

ບັນດາທ່ານຜູ້ອ່ານອາດມີຄຳຖາມວ່າ: ຫາກທ່ານເຕີບໃຫຍ່ຂຶ້ນມາຈາກສາຍພົວພັນດ້ານລົບ ທີ່ໄດ້ຮັບຈາກບຸກຄົນອ້ອມຂ້າງເດ ທ່ານຈະສາມາດແກ້ໄຂ ຫຼື ສ້າງຄວາມພາກພູມໃຈໃຫ້ຕົນເອງໃນຕອນທີ່ອາຍຸເພີ່ມຂຶ້ນແລ້ວໄດ້ຫຼືບໍ່? ຄຳຕອບແມ່ນ “ໄດ້ແນ່ນອນ” ຊຶ່ງຜູ້ຂຽນເອງໄດ້ສັງລວມວິທີການ ເພື່ອນຳສະເໜີໃຫ້ທ່ານໄດ້ພິຈະລະນາໄປປັບໃຊ້ ດັ່ງນີ້:

ການເວົ້າກັບຕົນເອງ ຊຶ່ງໝາຍເຖິງເວລາທີ່ທ່ານນັ່ງງຽບໆກັບຕົນເອງ ເພື່ອໃຊ້ຄວາມຄິດທົບທວນເລື່ອງທີ່ຜ່ານມາ ແລະ ໃຊ້ຄວາມຄິດເພື່ອວາງແຜນເຖິງສິ່ງທີ່ຈະເຮັດໃນອະນາຄົດ. ການເວົ້າກັບຕົນເອງນີ້ ຄວນເຮັດ ສອງ ຄັ້ງຕໍ່ມື້ ຄື: ຕອນເຊົ້າກ່ອນອອກຈາກບ້ານ ໃຊ້ເວລາປະມານ 5 ນາທີ ເພື່ອໃຫ້ກຳລັງໃຈຕົນເອງ ແລະ ຕັ້ງເປົ້າໝາຍທີ່ຈະເຮັດໃນມື້ນີ້. ອີກຄັ້ງໜຶ່ງກໍຄື: ກ່ອນເຂົ້ານອນ ໂດຍທົບທວນວ່າ ໃນມື້ນີ້ ທ່ານເຮັດຫຍັງສຳເລັດແດ່ ສຳເລັດຍ້ອນສາເຫດໃດ, ທ່ານເຮັດຫຍັງຜິດພາດແດ່ ຜິດພາດດ້ວຍສາເຫດໃດ ແລະ ສາມາດແກ້ໄຂດ້ວຍວິທີໃດແດ່ ຊຶ່ງເປັນການສະຫຼຸບສິ່ງທີ່ທ່ານໄດ້ປະເຊີນມາໃນແຕ່ລະມື້ ເພື່ອວາງແຜນປັບປຸງໃນມື້ຖັດໄປ ບໍ່ແມ່ນເພື່ອໂທດຕົນເອງ. ດັ່ງນັ້ນ ທ່ານບໍ່ຄວນຍຶດຕິດກັບຄວາມຜິດພາດຫຼາຍຈົນເກີນໄປ ເພາະອາດສົ່ງຜົນໃຫ້ທ່ານນອນບໍ່ຫຼັບ ແລະ ອາດເຮັດໃຫ້ເສຍສຸຂະພາບ.

ລຳດັບຕໍ່ມາ ຄື ການຈົດບັນທຶກຄວາມສຳເລັດເລັກໆນ້ອຍໆ ຫຼື ສຳເລັດໃຫຍ່ໆທີ່ເກີດຈາກຕົວທ່ານ ແລະ ຄວາມສາມາດຂອງທ່ານ ເພາະບາງຄັ້ງທ່ານກໍອາດຈະຫຼົງລືມໄປ. ການຈົດບັນທຶກນີ້ໃຊ້ໄວ້ກະຕຸ້ນຄວາມຮູ້ສຶກທີ່ດີຕໍ່ຕົນເອງ ເພາະໃນເວລາທີ່ທ່ານຮູ້ສຶກທໍ້ຖອຍ ແລະ ບໍ່ມີຄຸນຄ່າ ທ່ານສາມາດຈັບເອົາບັນທຶກນີ້ມາອ່ານ ແລ້ວກໍຈະພົບວ່າຕົນເອງ ກໍເປັນຜູ້ໜຶ່ງທີ່ເຄີຍສ້າງຄຸນຄ່າ ແລະຄວາມສຳເລັດມາຫຼາຍໆຢ່າງແລ້ວ ແລະແນ່ນອນວ່າທ່ານຈະຮູ້ສຶກວ່າ ຕົວທ່ານນີ້ແຫຼະ ທີ່ຄູ່ຄວນທີ່ສຸດກັບຄວາມສຳເລັດທີ່ໃຫຍ່ຂຶ້ນ

ສິ່ງຕໍ່ມາທີ່ທ່ານຄວນເຮັດຄື ພາຕົນເອງໄປຢູ່ໃນສະພາບແວດລ້ອມທາງຄວາມຄິດທີ່ດີ ພາຕົນເອງໄປຢູ່ໃນວົງສັງ ຄົມທີ່ເຕັມໄປດ້ວຍຜູ້ທີ່ເບິ່ງໂລກໃນແງ່ດີ. ຢ່າປ່ອຍໃຫ້ຜູ້ທີ່ເບິ່ງໂລກໃນແງ່ຮ້າຍ ຫຼື ມີທັດສະນະຄະຕິທາງດ້ານລົບ ເຂົ້າມາມີບົດບາດໃນຊີວິດ ຫຼື ທຸລະກິດຂອງທ່ານ ເພາະພວກເຂົາຈະນຳເອົາແຕ່ພະລັງງານດ້ານລົບ ມາໃຫ້, ມີແຕ່ຄຳຕຳນິວິຈານໂດຍບໍ່ມີເຫດຜົນ ຫຼື ເອົາທັດສະນະຄະຕິບໍ່ດີຂອງຕົນເອງເປັນທີ່ຕັ້ງ ໃນການຕັດສິນ ການກະທຳ ແລະ ເຫດຜົນຂອງຜູ້ອື່ນ. ບຸກຄົນປະເພດນີ້ ຈະເຮັດໃຫ້ທ່ານຮູ້ສຶກບໍ່ດີຕໍ່ຕົນເອງ ເສຍຄວາມໝັ້ນໃຈ ສະນັ້ນ ຈຶ່ງຄວນຫຼີກການຄົບຫາກັບຄົນປະເພດນີ້.

ອີກສິ່ງໜຶ່ງທີ່ສຳຄັນຄື ຢ່າຢູ່ກັບຄວາມສົມບູນແບບຈົນເກີນໄປ ເພາະຈະເຮັດໃຫ້ທ່ານຮູ້້ສຶກໄຮ້ຄ່າ ແລະ ບໍ່ດີພໍ ເມື່ອບໍ່ສາມາດເຮັດໃຫ້ທຸກຢ່າງສົມບູນແບບໄດ້. ຈົ່ງຈື່ໄວ້ສະເໝີວ່າ “ຄວາມສົມບູນແບບ” ບໍ່ມີຢູ່ຈິງ ທຸກສິ່ງມີດ້ານດີ ແລະບໍ່ດີ ຄົນທຸກຄົນສາມາດເຮັດຜິດພາດໄດ້ ທ່ານຕ້ອງຮຽນຮູ້ທີ່ຈະຍອມຮັບຄວາມຜິດພາດດ້ວຍຄວາມຄິດດ້ານບວກ ແນມເຫັນສິ່ງທີ່ໄດ້ຮຽນຮູ້ຈາກມັນ ແລະນຳໄປປັບປຸງໃຫ້ດີຂຶ້ນໃນຄັ້ງຕໍ່ໄປ. ໃນລະຫວ່າງການເດີນທາງໄປສູ່ເປົ້າໝາຍນັ້ນ ໃຫ້ທ່ານຄິດວ່າເປັນໂອກາດອັນດີ ທີ່ທ່ານຈະໄດ້ລອງຜິດລອງຖືກ ເຊິ່ງການໄດ້ລອງນີ້ເປັນຄວາມຮູ້ລາຄາແພງ ທີ່ບໍ່ມີຂາຍ ແລະທ່ານໂຊກດີທີ່ໄດ້ຮຽນຮູ້ມັນ.

ນອກຈາກນັ້ນ ທ່ານຕ້ອງຮູ້ຈັກການຮັກຕົນເອງ, ຮູ້ທີ່ຈະຍອມຮັບຄວາມເປັນຕົນເອງທີ່ແຕກຕ່າງຈາກຄົນອື່ນ ແລະ ຮູ້ທີ່ຈະເຮັດໃຫ້ຕົນເອງມີຄວາມສຸກ ແຕ່ຕ້ອງບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນ. ໃຈດີກັບຕົນເອງ ດ້ວຍການຊົມເຊີຍ ຫຼື ໃຫ້ລາງວັນ ເພື່ອສ້າງຄຸນຄ່າ ແລະ ຄວາມສຸກໃຫ້ຕົນເອງ. ເມື່ອທ່ານເຝິກຝົນທີ່ຈະເປັນຄົນໃຈດີກັບຕົນເອງແລ້ວ ກໍຢ່າລືມວ່າທ່ານຕ້ອງເຜື່ອແຜ່ໃຫ້ຄົນອ້ອມຂ້າງນຳ ດ້ວຍການໃຫ້ກຳລັງໃຈຄົນອື່ນ, ເຮັດສິ່ງດີໆເພື່ອຄົນອື່ນ ຫຼື ເປັນຜູ້ຟັງທີ່ດີ. ການທີ່ສາມາດເປັນທີ່ເພິ່ງພາທາງດ້ານຈິດໃຈໃຫ້ຜູ້ອື່ນໄດ້ ກໍຖືວ່າເປັນຖືຄຸນຄ່າໜຶ່ງໃນຕົວທ່ານ ແລະ ເປັນສິ່ງທີ່ໜ້າພູມໃຈຫຼາຍ.

ສຸດທ້າຍ ແມ່ນສ້າງຄວາມໝັ້ນໃຈໃຫ້ຕົນເອງ ເພາະຖ້າທ່ານຫາກມີຄວາມໝັ້ນໃຈໃນຫຼາຍໆດ້ານ ຫຼາຍໆທັກສະ ກໍ ຈະເຮັດໃຫ້ທ່ານແນມເຫັນໂອກາດ ທີ່ຈະກາຍເປັນບຸກຄົນທີ່ປະສົບຜົນສຳເລັດໄດ້. ຍິ່ງທ່ານໝັ້ນໃຈໃນທັກສະຄວາມສາມາດຂອງຕົນເອງຫຼາຍເທົ່າໃດ ຍິ່ງເຮັດໃຫ້ເກີດຄວາມພາກພູມໃຈ ແລະ ຮູ້ສຶກມີຄຸນຄ່າຫຼາຍເທົ່ານັ້ນ. ເຖິງຢ່າງໃດກໍຕາມ ການທີ່ທ່ານມີຄວາມພາກພູມໃຈໃນຕົນເອງຫຼາຍເກີນໄປພັດບໍ່ແມ່ນສິ່ງທີ່ດີ ເພາະຈະເຮັດໃຫ້ທ່ານກາຍເປັນຄົນເຫັນແກ່ຕົວ. ຫາກທ່ານຮັກຕົນເອງ ແລະ ຄິດເຫັນຄວາມສຸກຂອງຕົນເອງຫຼາຍເກີນໄປ ທ່ານອາດກາຍເປັນຄົນຫຼົງຕົນເອງ ຄິດວ່າຕົນເອງມີຄ່າເໜືອກວ່າຜູ້ອື່ນ ແລະ ສຳຄັນທີ່ສຸດ ຊຶ່ງເຮັດໃຫ້ຄົນອ້້ອມຂ້າງບໍ່ຢາກກ່ຽວຂ້ອງ ແລະ ຄົບຄ້າສະມາຄົມນຳທ່ານ ຊຶ່ງແນ່ນອນວ່າກະທົບດ້ານລົບຕໍ່ການດຳເນີນທຸລະກິດຂອງທ່ານ ທີ່ຕ້ອງໄດ້ພົວພັນ ແລະ ເພິ່ງພາອາໄສກັນເປັນຕ່ອງໂສ້ ສົ່ງຜົນໃຫ້ມີບັນຫາໃນການຢູ່ຮ່ວມກັນໃນສັງຄົມກັບຜູ້ອື່ນ.

pride and confidence are key to success.

Pride and confidence have a direct impact upon business success more than you think. Lacking one can cause many problems for your business. Lacking confidence and pride is another cause of business obstacles. After reviewing 20 causes of business failure, it could be seen that entrepreneurs lack confidence and self-esteem feeling that they could not enlarge their company or overcome any crisis occurred. In spite of having sufficient fund and knowledge, they still do not have the courage to lead their business forward or face with any problem arisen.

So what does pride actually mean? Many of you might not be able to define them in specific terms, but can describe as a feeling of gladness and happiness when you can overcome something with your own strength and effort. However, the true meaning is the overall emotion of self-esteem. Pride derives from experience and situations that will shape your personal viewpoint upon yourself. It occurs out of all types of relationship between you and others around you from your early age to now. If people around you share positive perspective and treat you well, for instance believe, support, encourage, listen, praise and provide good suggestions to you, you will feel good and respect yourself more. On the contrary, if they treat you badly, for example verbally abuse, discredit, insult and exploit you psychologically, you might feel worthless, incompetent and self-hatred thinking that you do not deserve success.

On the previous issue, we discussed about “self-confidence” which we also briefly touched on self-esteem saying that it is another crucial factor leading to self-confidence and success. Many people mistakenly understand that these two words are the same because they involve the emotion we have on ourselves. In fact, both terms, despite similarity in terms of how we feel about ourselves, are different in their definition and duty. They work correspondently with each other just like gears contributing to our success. As a result, it can be said that self-confidence and self-esteem are related and support each other. To make it understandable, lacking confidence may discourage you from doing something that you are currently engaging with, while being highly proud does not equal as being highly confident depending on situations. For instance, a runner will be confident and proud with his/her running skill, while lacking confidence whenever he/she is asked to solve a math problem in front of classmates because math is not their area of expertise.

Up to this point, you might wonder if you have experienced negative relationship as you grow up, can you still fix it or create self-esteem now. The answer is “absolutely.” Please consider the following methods that the writer has compiled for you:

Talk to youself: this refers to when you sit quietly by yourself to think about something in the past and when you are planning about what to do in the future. You should talk to yourself twice per day: about 5 minutes in the morning before leaving to encourage yourself and set a to-do-list for the day. Another one to review what you achieved today and how you managed to achieve them including mistakes you made, what caused them and how you can fix them. This dairy summary will help you plan on how to do better on the next day, not to blame yourself. Thus, you should never adhere too much to mistakes as it would affect your sleep and health.

Next is to note down small achievements or bigger ones that you achieved on your own and might forget about them. This kind of record will boost your positivity by encouraging you when you are down and feel worthless. You can then read it and will realize your self-worth and achievements you made. Certainly, it will make you feel that big success is what you deserve.

You should also be in the environment that is full of people with positive thinking. Do not let pessimistic people or those with negative thought influence your life or business because they will bring you nothing, but negative energy and irrational criticism. These people will often judge other’s behaviors and reasons based on their own stereotype. They will only make you feel unpleasant and eventually lose confidence. Therefore, you should avoid them.

Another crucial thing worth considering is to never aim for perfection because it will only make you feel worthless and incompetent when you could not realize such perfection in the end. Please remember that “perfection” does not exist since there are pros and cons in everything. Everyone makes mistakes and you just have to learn to accept such mistakes positively. Only look at things you can learn from the mistakes and make sure you will do better next time. On the way towards your destination, you should take every opportunity to try and learn from mistakes. At the end of the day, lesson-learned gained from the trial and error will serve as your invaluable asset that cannot be bought.

In addition, you should learn to respect yourself, accept your unique identity and be happy with who you really are without causing troubles for other people. Be kind to compliment or reward by creating value and happiness for yourself. When you know how to be kind to yourself, do not forget to share the kindness to people around you by encouraging, helping or listening to them. To be someone whom others can rely on is considered another self-esteem as well as something you can truly be proud of.

Finally is to build self-confidence. If you are confident in many areas and skills, you will then see various opportunities to succeed. The more you are confident in your skills, the prouder and more self-esteemed you will be. Nevertheless, overconfidence will cause more harm than good and it can turns you into a selfish person. If you love only yourself and think only about your own happiness, you will become someone who always think you are better and more important whom nobody wants to hang around with. Definitely, this will hurt your business as you need to mingle with and rely on other people resulted in you being unable to be in the same society with others.

Comments