ການເປີດໃຈ ແລະ ຮຽນຮູ້ສິ່ງໃໝ່ໆ

ການເປີດໃຈ ແລະ ການຮຽນຮູ້ສິ່ງໃໝ່ ເປັນຄຳເວົ້າທີ່ເຊື່ອວ່າຫຼາຍທ່ານເຄີຍໄດ້ຍິນເລື້ອຍໆ ແຕ່ຄວາມໝາຍທີ່ແທ້ຈິງນັ້ນແມ່ນຫຍັງ? ແລະ ມີຄວາມຈຳເປັນແນວໃດໃນການເຮັດທຸລະກິດ? ການເປີດໃຈ ໝາຍເຖິງ ຄວາມເຕັມໃຈໃນການຮັບຟັງແນວຄິດ ຂອງບຸກຄົນອື່ນທີ່ແຕກຕ່າງຈາກຕົນເອງ. ເມື່ອອ່ານເບິ່ງແລ້ວ ທ່ານອາດຈະຄິດວ່າເປັນສິ່ງທີ່ໃຜກໍເຮັດໄດ້ ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ງ່າຍດາຍເລີຍ ຫາກທ່ານມີຄວາມເຊື່ອ ແລະ ຄວາມສັດທາໃນສິ່ງໃດໜຶ່ງ ຫຼື ແນວຄວາມຄິດໃດໜຶ່ງທີ່ ໜັກແໜ້ນ ແລະ ເຊື່ອໝັ້ນວ່າຕົນເອງຖືກຕ້ອງທີ່ສູດແລ້ວນັ້ນ ເມື່ອພົບກັບຄົນທີ່ມີຄວາມເຊື່ອ ແລະ ຄວາມຄິດຕ່າງໄປຈາກຕົນ ກໍມັກຈະມີປະຕິກິລິຍາຕອບໂຕ້ໄປໃນທາງລົບ ຈຶ່ງເປັນເລື່ອງທີ່ທ້າທາຍຫຼາຍທີ່ຈະເປີດໃຈຮັບຟັງ ແລະ ຍອມຮັບຄວາມຄິດເຫັນ ຂອງຄົນອື່ນ.

ທ່ານຜູ້ອ່ານອາດຈະມີຄຳຖາມວ່າ ແລ້ວການເປີດໃຈກ່ຽວຂ້ອງແນວໃດກັບການດຳເນີນທຸລະກິດ? ອັນດັບທຳອິດທ່ານຕ້ອງເຂົ້າໃຈວ່າ ທ່ານເຮັດທຸລະກິດເພື່ອສ້າງລາຍໄດ້ ໂດຍຜ່ານການຂາຍສິນຄ້າ ຫຼື ການບໍລິການ ຊຶ່ງສິນຄ້າ ແລະ ການບໍໍລິການ ແມ່ນສິ່ງທີ່ສ້າງຂຶ້ນມາຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ຫຼື ລູກຄ້າ ຊຶ່ງໝາຍຄວາມວ່າທ່ານຈຳເປັນຕ້ອງຮັບຟັງຄວາມຕ້ອງການ ແລະ ຄຳຕິຊົມຂອງລູກຄ້າ ເພື່ອນຳມາປັບປຸງໃຫ້ທຸລະກິດຂອງທ່ານດີຂຶ້ນ. ການບໍ່ຮັບຟັງລູກຄ້າ ໂດຍການຢືນຢັນທີ່ຈະຂາຍແຕ່ສິ່ງທີ່ທ່ານມັກ ຫຼື ໝັ້ນໃຈວ່າດີທີ່ສຸດນັ້ນ ກໍຄືກັນກັບການປະຕິເສດຄວາມຕ້ອງການຂອງຕະຫຼາດ. ການຂາຍສິນຄ້າ ທີ່ບໍ່ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແນ່ນອນວ່າຈະບໍ່ສາມາດສ້າງລາຍໄດ້ ແລະ ກຳໄລໃຫ້ທ່ານຢ່າງແນ່ນອນ. ເພື່ອໃຫ້ເຫັນພາບໄດ້ຊັດເຈນຂຶ້ນ ຜູ້ຂຽນຂໍຍົກຕົວຢ່າງ ບໍລິສັດ ໂທມັສ ຄຸກ (Thomas Cook) ຊຶ່ງເປັນບໍລິສັດ ທ່ອງທ່ຽວ ສັນຊາດອັງກິດ ທີ່ສ້າງຕັ້ງໃນປີ 1841 ແລະ ດຳເນີນທຸລະກິດມາໄດ້ 178 ປີ ແຕ່ເປັນທີ່ໜ້າເສຍດາຍ ເມື່ອບໍລິສັດດັ່ງກ່າວ ໄດ້ປິດຕົວລົງ ແລະ ກາຍເປັນນິຕິບຸກຄົນລົ້ມລະລາຍໃນເດືອນກັນຍາທີ່ຜ່ານມາ. ຂໍ້ສົງໃສໄດ້ຖືກຕັ້ງຂຶ້ນທັນທີວ່າ ຍ້ອນສາເຫດອັນໃດ ບໍລິສັດທີ່ມີປະຫວັດການດຳເນີນທຸລະກິດທີ່ຍາວນານເກືອບສອງຮ້ອຍປີຈຶ່ງປິດຕົວລົງ? ໃນເມື່ອກ່ອນ ບໍລິສັດດັ່ງກ່າວ ເຄີຍສ້າງລາຍໄດ້ຈາກການຈັດໂປຣແກຣມທ່ອງທ່ຽວ ແລະ ມີສາຂາໃນທົ່ວໂລກເຖິງ 600 ສາຂາ ທີ່ໄດ້ເປີດໃຫ້ບໍລິການ ດ້ານການທ່ອງທ່ຽວແບບຮອບດ້ານ ຜ່ານການບໍລິການໃຫ້ຄຳປຶກສາວາງແຜນການທ່ອງທ່ຽວຜ່ານທາງໜ້າຮ້ານ ແລະ ທາງໂທລະສັບ ນອກນັ້ນ ຍັງເປັນບໍລິສັດທຳອິດທີ່ເຮັດປຶ້ມຄູ່ມືທ່ອງທ່ຽວ ຊຶ່ງເຮັດໃຫ້ບໍລິສັດເປັນທີ່ນິຍົມ ແລະ ເປັນຕົວເລືອກທຳອິດ ທີ່ຄົນໃນຍຸກສະໄໝນັ້ນຄິດຫາເມື່ອຢາກເດີນທາງທ່ອງທ່ຽວ. ແຕ່ເມື່ອໂລກມີການປ່ຽນແປງ ແລະ ເຕັກໂນໂລຊີມີການພັດທະນາ ເຮັດໃຫ້ອິນເຕີເນັດເຂົ້າມາມີບົດບາດໃນຊີວິດປະຈຳວັນ ຂອງຄົນເຮົາສູງຂຶ້ນເລື້ອຍໆ ຜູ້ຄົນສາມາດເຂົ້າຫາຂໍ້ມູນຂ່າວສານໄດ້ງ່າຍຂຶ້ນ ເຮັດໃຫ້ພຶດຕິກຳການທ່ອງທ່ຽວຂອງຜູ້ຄົນເລີ່ມປ່ຽນໄປ ຈາກທີ່ເຄີຍອາໄສພຽງແຕ່ບໍລິສັດທ່ອງທ່ຽວ ໃນການຈັດຫາກະກຽມທຸກຢ່າງໃຫ້ ກໍເລີ່ມປ່ຽນມາສຶກສາຂໍ້ມູນທ່ອງທ່ຽວເອງ ຈອງປີ້ຍົນ ແລະ ທີ່ພັກເອງ. ສະນັ້ນ ຫຼາຍບໍລິສັດ ຈຶ່ງຫັນເປັນທັນສະໄໝ ດ້ວຍການນຳໃຊ້ເຕັກໂນໂລຊີໃໝ່ຫຼາຍຂຶ້ນ ເຊັ່ນ ເນັ້ນໃຫ້ການບໍລິການຜ່ານເວັບໄຊ ແລະ ແອັບພິເຄຊັນຕ່າງໆ ເພື່ອ ຕອບສະໜອງຕໍ່ຄວາມຕ້ອງການ ແລະ ພຶດຕິກຳຂອງລູກຄ້າໃນຍຸກປັດຈຸບັນ, ໃນຂະນະທີ່ ໂທມັສ ຄຸກ ຍັງເນັ້ນໃສ່ວິທີການ ຂາຍແບບເກົ່າ ຄື ລົງທຶນເປີດສາຂາເພື່ອໃຫ້ບໍລິການຜ່ານໜ້າຮ້ານ ທີ່ມີຕົ້ນທຶນຫຼາຍກວ່າການໃຫ້ບໍໍລິການແບບໃໝ່. ສະນັ້ນ ການເກີດຂຶ້ນ ຂອງບໍລິສັດຍຸກໃໝ່ ກໍຍ່ອມມາຍາດແຍ່ງເອົາສ່ວນແບ່ງຕະຫຼາດຂອງ ໂທມັສ ຄຸກ ຊຶ່ງສົ່ງຜົນໂດຍກົງຕໍ່ລາຍຮັບຂອງບໍລິສັດ ຍ້ອນລູກຄ້າມີທາງເລືອກຫຼາຍຂຶ້ນ ບໍ່ວ່າຈະເປັນ ຈາກການບໍລິການຂອງບໍລິສັດທ່ອງທ່ຽວອື່ນ ຫຼື ການຈັດການແຜນທ່ອງທ່ຽວດ້ວຍຕົນເອງ.

ມາຮອດຈຸດນີ້ ທ່ານຜູ້ອ່ານອາດຈະພໍຮູ້ແລ້ວວ່າ ໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ ໂທມັສ ຄູກ ບໍ່ສາມາດດຳເນີນທຸລະກິດຕໍ່ໄປໄດ້ ນັ້ນກໍຄື ການບໍ່ເປີດຮັບເອົາສິ່ງໃໝ່ ແລະ ບໍ່ປັບຕົວເຂົ້າກັບການປ່ຽນແປງຂອງໂລກ ຊຶ່ງເຮັດໃຫ້ລາຍຮັບຫຼຸດລົງ ໃນຂະນະທີ່ ຕ້ອງແບກຫາບຄ່າໃຊ້ຈ່າຍໃນການບໍລິຫານສາຂາທີ່ມີຈຳນວນຫຼາຍ ທີ່ຕ້ອງໃຊ້ເງິນລົງທຶນໃນການດຳເນີນກິດຈະການຫຼາຍກວ່າ ບໍລິສັດທີ່ເປີດໃຫ້ບໍລິການແບບອອນລາຍ. ເຖິງວ່າ ໂທມັສ ຄຸກ ຈະພະຍາຍາມແກ້ໄຂບັນຫາດ້ວຍການ ຮ່ວມມືກັບ Expedia (ເວັບໄຊຈອງປີ້ຍົນ ແລະ ທີ່ພັກ) ໃນປີ 2017 ແລ້ວກໍຕາມ ແຕ່ບໍລິສັດເອງກໍບໍ່ໄດ້ເອົາໃຈໃສ່ ຕໍ່ຊ່ອງທາງການຂາຍແບບໃໝ່ນີ້ຫຼາຍເທົ່າທີ່ຄວນ. ເມື່ອຄຳນວນໄລຍະເວລາແລ້ວ ເຫັນໄດ້ວ່າ ພວກເຂົາໃຊ້ເວລາພໍສົມຄວນໃນການເປີດຮັບເອົາສິ່ງໃໝ່ ເມື່ອທຽບກັບບໍລິສັດໃຫຍ່ອື່ນໆ ຂອງປະເທດທີ່ພັດທະນາແລ້ວ.

ຈາກຕົວຢ່າງນີ້ ເຫັນໄດ້ວ່ານອກຈາກຕ້ອງເປີດໃຈຮັບເອົາສິ່ງໃໝ່ໆແລ້ວ ຍັງຕ້ອງສາມາດຮຽນຮູ້ເອົາສິ່ງໃໝ່ໆມານຳໃຊ້ເກີດປະໂຫຍດສູງສູດໃຫ້ໄວທີ່ສຸດ. ການເປີດໃຈຮັບຮູ້ ແຕ່ບໍ່ປັບຕົວ ບໍ່ແກ້ໄຂໃຫ້ທັນການ ກໍເຮັດໃຫ້ເກີດເຫດການແບບ ໂທມັສ ຄຸກ ໄດ້ເຊັ່ນກັນ ເພາະວ່າໃນຕະຫຼາດທີ່ມີການແຂ່ງຂັນສູງ ແລະ ມີການປ່ຽນແປງຢູ່ຕະຫຼອດເວລາ ຜູ້ທີ່ສາມາດເປີດຮັບ ແລະ ຮຽນຮູ້ໄດ້ໄວຍ່ອມ ໄດ້ປຽບກວ່າຄົນອື່ນ.

ຕາມທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ, ນອກຈາກຈະຕ້ອງເປີດໃຈແລ້ວ ຍັງຕ້ອງມີການຮຽນຮູ້ສິ່ງໃໝ່ ເພື່ອເອົາມາດັດປັບ ແລະ ນຳໃຊ້ໃຫ້ແທດເໝາະກັບແຕ່ລະບຸກຄົນ ຫຼື ແຕ່ລະທຸລະກິດ. ການຮຽນຮູ້ສິ່ງໃໝ່ ໝາຍເຖິງ ການຄົ້ນຫາວ່າ ສິ່ງນັ້ນແມ່ນຫຍັງ? ມີຄວາມສຳຄັນ ແລະ ຈຳເປັນແນວໃດ? ເປັນຫຍັງເຮົາຕ້ອງມີສິ່ງນັ້ນ ແລະ ວິທີການນຳໃຊ້ໃຫ້ເກີດຜົນປະໂຫຍດແມ່ນເຮັດແນວໃດ? ການຮຽນຮູ້ສິ່ງໃໝ່ ຈຶ່ງເປັນສິ່ງທີ່ດີ ແລະ ເປັນປະໂຫຍດໃນທັງການໃຊ້ຊີວິດທົ່ວໄປ ແລະ ການເຮັດທຸລະກິດ ເພາະຈະເຮັດໃຫ້ທ່ານມີຄວາມຕື່ນຕົວ ພັດທະນາຕົນເອງຢູ່ສະເໝີ, ເຮັດໃຫ້ເກີດແນວຄິດໃໝ່ໆທີ່ສ້າງສັນ, ເຮັດໃຫ້ເຂົ້າໃຈ ບັນຫາໃນມຸມມອງທີ່ແຕກຕ່າງ ແລະ ມີຄວາມສາມາດໃນການຮັບມື ແລະ ປັບຕົວກັບການປ່ຽນແປງທີ່ຄາດເດົາບໍ່ໄດ້ ຊຶ່ງເປັນສິ່ງທີ່ທຸກຄົນຕ້ອງໄດ້ສືບຕໍ່ຮຽນຮູ້ໃຫ້ທັນການຢູ່ສະເໝີ ເພື່ອເຮັດໃຫ້ກ້າວທັນກັບຄວາມທັນສະໃໝ ແລະ ແນວໂນ້ມຄວາມຕ້ອງການທີ່ນັບມື້ນັບປ່ຽນແປງໄວຂອງຕະຫຼາດ. ເມື່ອ ກ່າວເຖິງ ໂທມັສ ຄຸກ ແລ້ວ ເຖິງແມ່ນວ່າຈະມີຄວາມພະຍາຍາມໃນການຮຽນຮູ້ສິ່ງໃໝ່ ແຕ່ກໍອາດຍັງບໍ່ພຽງພໍ ແລະ ທັນການ ທີ່ຈະພາຕົວເອງຜ່ານພົ້ນວິກິດໄປໄດ້. ບໍລິສັດດັ່ງກ່າວອາດບໍ່ໄດ້ໃຫ້ຄວາມສົນໃຈໃນການຮຽນຮູ້ສິ່ງໃໝ່ເທົ່າທີ່ຄວນ ບໍ່ວ່າຈະເປັນ ການນຳໃຊ້ເຕັກໂນໂລຊີ, ການຕະຫຼາດ, ການວາງແຜນຍຸດທະສາດ ແລະ ການບໍລິຫານ. ນອກນັ້ນ ໂທມັສ ອາດຂາດການ ຮຽນຮູ້ ແລະ ຖອດຖອນບົດຮຽນຈາກຄວາມຕ້ອງການ ແລະ ພຶດຕິກຳຂອງລູກຄ້າຢ່າງທັນການ ຈຶ່ງເຮັດໃຫ້ປະສົບບັນຫາດັ່ງກ່າວ.

ດັ່ງນັ້ນ, ຫາກທ່ານຢາກເປັນໜຶ່ງໃນຜູ້ນຳໃນທຸລະກິດປະເພດໃດກໍຕາມ ທ່ານກໍຕ້ອງພ້ອມທີ່ຈະເປີດໃຈ ແລະ ຮຽນຮູ້ຢູ່ ຕະຫຼອດເວລາ. ການຮຽນຮູ້ ສາມາດເກີດຂຶ້ນໄດ້ຈາກການຊອກອ່ານ ບໍ່ວ່າຈະແມ່ນຕຳລາຮຽນ ຫຼື ຂ່າວສານ, ເບິ່ງສາລະຄະດີ, ຝຶກຝົນທັກສະ, ການແລກປ່ຽນຂໍ້ມູນ ແລະ ປະສົບການ ລວມທັງ ການເດີນທາງ-ທ່ອງທ່ຽວ . ບັນດາກິດຈະກຳທີ່ ກ່າວມາ ລ້ວນແຕ່ຈະພາທ່ານໄປພົບພໍ້ກັບສິ່ງໃໝ່, ປະສົບການໃໝ່ ຫຼື ວິທີການໃໝ່ໆ ທີ່ທ່ານຄວນເປີດໃຈຮັບ ແລະ ຮຽນຮູ້ເປັນ ວັດທະຈັກທີ່ບໍ່ສິ້ນສຸດ.

ສະຫຼຸບແລ້ວ, ການເປີດໃຈ ແລະ ການຮຽນຮູ້ ເປັນສອງສິ່ງທີ່ມັກຈະເກີດຂຶ້ນຄຽງຄູ່ກັນ ຫາກທ່ານມີແຕ່ເປີດໃຈ ແລະ ຮັບຟັງ ແຕ່ບໍ່ມີ ປະຕິກິລິຍາໃດໆທີ່ກໍ່ໃຫ້ເກີດປະໂຫຍດ ການເປີດໃຈນັ້ນກໍມີຄ່າເທົ່າກັບສູນ ຊຶ່ງທ່ານຈະບໍ່ສາມາດຮຽນຮູ້ສິ່ງໃໝ່ໆໄດ້ເລີຍ ຫາກທ່ານບໍ່ເປີດໃຈຍອມຮັບຄວາມແຕກຕ່າງ. ຜູ້ຂຽນກໍຫວັງວ່າ ຂໍ້ມູນ ແລະ ຕົວຢ່າງທີ່ໄດ້ແບ່ງປັນນັ້ນ ຈະຊ່ວຍໃຫ້ທ່ານເຂົ້າໃຈເຖິງ ຂໍ້ດີ ແລະ ຄວາມຈຳເປັນການຂອງການເປີດໃຈ ແລະ ຮຽນຮູ້ສິ່ງໃໝ່ໄດ້ບໍ່ຫຼາຍກໍໜ້ອຍ.

being open in learning new things

 Being open in learning new things is something I believe you always hear, but how many people actually understand its true meaning? And how necessary it is to business? Being open means we are willing to listen to others who think differently. When reading this, you may think that anyone can do it. However, it is in fact not that simple. If you believe and have a strong faith in something or a certain thought, you believe that you are always right, when meeting with someone with an opposite view, you will always react negatively to them. It is, therefore, very challenging to start listening and accepting other people’s comments.

Readers may have this question in mind, “what does openness have anything to do with business?” Firstly, you need to understand that doing business is to create income by selling products or services. Products and services are created based on demand of markets or customers meaning that you have to listen to them in order to understand their need and listen to their comments that will help improving your business. Without such openness but persist on selling things that only you like or only you think are the best, it is as though you are refusing what markets need. Selling products that do not meet customer’s demand will never make any income and profit for you. For a clear picture, please consider an example of Thomas Cook, a travel agency founded in England in 1841 and had been around for 178 years before its closure due to bankruptcy just in September this year. There are a lot of doubts upon causes of the closure of this nearly 200-year business. Previously, the firm made profits from organizing tour programs with 600 branches operated around the world. They offered a full-range tourism service via office and call counseling and planning. Moreover, it was also the very first company to come up with a travel handbook making it popular and the first choice for tourists at that moment. Once technologies started to drive a significant change with the Internet playing an increasing role in people’s daily life enabling them to access information more easily. Travel behaviors began to change from relying solely on travel agency to help arranging every thing in the past to customers being able to look for information on their own, such as ticket and hotel reservation. While many firms started to apply modern technologies in their business, for instance the use of website and application to provide service more to respond to the changing demands and behaviors of customers, Thomas Cook still sticked to their traditional method of boosting sales by investing more on branches which was more costly than the new service type. Modern companies, which were able to offer customers with more choices, started to slowly take away market shares from Thomas Cook and directly affected the firm’s income. Travellers can now have travel agencies make arrangement for them or they can handle that on their own.

Now, you may know that one of the most vital factors that stops Thomas Cook from going forward is the unability to open up for new things and to adjust to global changes. While making low income, they had to carry huge expenses in administering branches on their sholders. They ended up spending more than those offering online service. Even though Thomas Cook attempted to escape crisis by partnering with Expedia (ticket and hotel reservation website) back in 2017, the company did not actually pay attention on this new business channel. When we think about it, Thomas Cook spent too much time to finally realize that they had to open up for new things comparing to other major companies of the developed countries.

From this example, it can be seen that, apart from opening up for new things, the ability to make maximum use of the things as quickly as possible is also very important. Being open but lack abilty to adjust promptly can lead to a similar situation like Thomas Cook. Markets nowadays are highly competitive and changeable. Only those who can quickly open up for and learn new things will take the lead.

As mentioned above, apart from opening up, we have to be able to learn and make use of what we learn in a way that fits well with us or our business. Learning new things refers to the discovery of what is it actually that we learn? How imporant and necessary is it? Why do we have to learn it? And how do we make use of it? Learning new things by following these questions will then be positive and beneficial to our personal life and our business. It will keep us motivated to always develop ourselves leading to new ideas, understanding of different perspectives, and ability to handle and adjust to any unexpected change, while keeping up with the fast pace of modernity and the changing market trends. In the case of Thomas Cook, it can be seen that despite their attempt in learning new things, it was not sufficient to take them out of crisis. Giving insufficient interest in learning and applying new things in practice, such as how to use technology, new marketing methods, and how to set strategic plan for the effective management, was what led them to failure. In addition, Thomas Cook failed because they could not keep up with the changing pace of demands and behaviors of customers.

Therefore, if you would like to take the lead in whatever type of business, you have to be open and keep learning all the time. You can learn from reading books or newspapers, watching documentaries, practice new skills, exchange information and share experience including travel the world. All the mentioned activities will lead you to new things, new experiences or ways of doing things that you should open up for since learning is never ending.

In conclusion, openness and learning of new things usually co-exist in parallel. If you only open up and listen without taking any action, your openness will be worthless with you ending up gaining nothing. The writer is hoping that the information and example shared with you in this article will, more or less, help you understand the advantages and necessity in being open and learning new things.

Comments