ເຄືອໄໝຫັດຖະກຳ ງາມສະຫງ່າຢ່າງມີຄຸນຄ່າ

ໃນຕົ້ນເດືອນມີນາທີ່ຜ່ານມາ, ບັນດາທ່ານຄົງໄດ້ເຂົ້າຮ່ວມຊົມ ແລະ ເຫັນຂ່າວທາງໂທລະພາບກ່ຽວກັບງານສະເຫຼີມສະຫຼອງຄົບຮອບ 20 ປີ ຂອງເຄືອໄໝຫັດຖະກໍາ.

ຄວາມຈິງແລ້ວຮ້ານເພິ່ນໄດ້ເປີດຕົວ ນັບແຕ່ ວັນທີ 8 ມີນາ 2000 ເປັນຕົ້ນມາ. ໂອກາດນີ້ ພວກເຮົາຈະມາທຳຄວາມຮູ້ຈັກກັບນັກທຸລະກິດຍິງລາວ ຜູ້ທີ່ມີໄຟແຮງ ແລະ ພະຍາຍາມປັບກົນລະຍຸດທາງທຸລະກິດໄດ້ດີ ອີກທ່ານໜຶ່ງ ຄື ທ່ານນາງ ສົມສະຫວັນ ໄຊຍະວົງ (ຫຼື ຕິກ) ຊຶ່ງເພິ່ນຈະມາແບ່ງປັນນຳພວກເຮົາກ່ຽວກັບເຄືອໄໝຫັດຖະກໍາ (Kheuamai Handicraft) ແລະ ການປະກອບສ່ວນຕໍ່ການສົ່ງເສີມ ແລະ ອະນຸຮັກວັດທະນະທຳລາວ.


ເລີ່ມຈາກຄວາມມັກຮັກ ແລະ ຫຼົງສະເໜ່ໃນແຜ່ນແພລາວ ທ່ານນາງ ສົມສະຫວັນ ຈຶ່ງມີຄວາມຄິດຢາກສ້າງຜົນງານຈາກຜ້າໄໝ ແລະ ຜ້າຝ້າຍ ດ້ວຍສີມືຂອງຄົນລາວເອງ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Kheuamai Handicraft Store

to offer beautiful and valuable products

Just last month, many of you may have attended and seen through television regarding the 20th anniversary of Kheuamai Handicraft Store that has been operating since March 8, 2000. Taking this opportunity, let us get to know more about a highly enthusiastic business woman who has been attempting to adjust her business strategy to well fit the current situation. Her name is Ms. Somsavanh Sayavong (Tick) who will share with us regarding Kheuamai Handicraft and its contribution to the Lao cultural promotion and preservation.

It all started from her love in the charm of Lao silk fabrics. Ms. Somsavanh then came up with an idea of wanting to create made-in-Laos products from silk and cotton fabrics.

(More interview details can be found in Target Magazine issue 165 May 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments