ມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບການລະບາດພະຍາດ Covid-19 (ຕໍ່)

ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ

  1. ລັດຖະບານຈະປັບປຸງຄາດໝາຍການຂະຫຍາຍຕົວເສດຖະກິດ ຫຼື GDP ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະປັດຈຸບັນ, ພ້ອມນັ້ນກໍຈະປັບຫຼຸດຄາດໝາຍດ້ານເສດຖະກິດມະຫາພາກຈໍານວນໜຶ່ງເຊັ່ນ: ຄາດໝາຍດ້ານງົບປະມານ, ເງິນຕາ, ດຸນການຄ້າ, ແຫຼ່ງທຶນພັດທະນາ ແລະ ອື່ນໆ.
  2. ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ເໝາະສົມ ໂດຍການຄຸ້ມຄອງລາຄາສິນຄ້າ, ເພີ່ມການສະໜອງການຜະລິດພາຍໃນໃຫ້ຫຼາຍຂຶ້ນ.
  3. ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ, ເລັ່ງສ້າງຄວາມເຊື່ອໝັ້ນ ແລະ ອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດໃຫ້ຫຼາຍຂຶ້ນ, ພ້ອມທັງຫຼຸດການນໍາເຂົ້າສິນຄ້າບາງຊະນິດ ໂດຍສະເພາະສິນຄ້າຟຸມເຟືອຍທີ່ບໍ່ຈໍາເປັນ ເພື່ອຊ່ວຍຮັກສາລະດັບຄັງສໍາຮອງເງິນຕາ.
  4. ເອົາໃຈໃສ່ຮັກສາການຂາດດຸນງົບປະມານ ໃຫ້ໃກ້ຄຽງກັບລະດັບທີ່ສະພາແຫ່ງຊາດໄດ້ກໍານົດ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດໂຄວິດ 19 ກໍຕາມ.
  5. ເລັ່ງຈັດເກັບອາກອນທີ່ມີທ່າແຮງ ແລະ ບໍ່ໄດ້ຮັບຜົນກະທົບໂດຍກົງຈາກ ໂຄວິດ 19 ເປັນຕົ້ນ: ຂະຫຍາຍການເກັບອາກອນທີ່ດິນຜ່ານລະບົບທະນາຄານ, ລາຍຮັບວິຊາການ ແລະ ຄ່າທໍານຽມຕ່າງໆ ຜ່ານລະບົບທັນສະໄໝ, ຫັນຫົວໜ່ວຍທຸລະກິດ SME ທີ່ມີຄວາມພ້ອມຈໍານວນໜຶ່ງໃຫ້ຖືບັນຊີ ແລະ ເຂົ້າລະບົບຈ່າຍອາກອນຕາມລະບຽບການ. ກວດກາສາງສິນຄ້າ, ນໍ້າມັນເຊື້ອໄຟຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກ ຢ່າງເຂັ້ມງວດ. ພ້ອມນັ້ນກໍຕິດຕາມ-ກວດກາການເກັບລາຍຮັບຢ່າງເປັນປະຈໍາ. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

economic measures to address impacts from Covid-19

Future measures

1.         Government will fix the expected GDP growth in correspondence with the current actual situation. At the same time, they will decrease some of their macro-economic expectations, such as budget, monetary, financial sources for development and so on.

2.         Pays close attention on managing the proper inflation rate by controlling product price, while promoting more on domestic production.

3.         Manages stable exchange rate, accelerates trust-building, facilitating foreign investors more and reduce the import of some goods, especially luxurious ones, in order to help preserving the currency reserve.

4.         Tries to maintain budget deficit as close as to the level set by the National Assembly despite impacts of Covid-19.

5.         Accelerates tax collection from sectors remained unaffected by Covid-19, for instance to expand the land tax collection through a banking system, technical revenues and service fees via modern system. Encourages some SMEs to hold bank account and engage in financial transaction based on the banking system. Strictly inspects product and fuel warehouses of import and export companies. Moreover, monitors and inspects revenue collection in a regular manner. (More interview details can be found in Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments