ກົດໝາຍວ່າດ້ວຍການນັບໄລຍະເວລາເຮັດວຽກ ຂອງບໍລິກອນທີ່ເຮັດວຽກແບບບໍ່ເຕັມເວລາ (Part Time)

ໃນແງ່ກົດໝາຍ ໄລຍະເວລາ ໝາຍເຖິງ ເວລາໃດໜຶ່ງທີ່ເວົ້າເຖິງຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດຂອງເວລາ ຕົວຢ່າງ: ຜູ້ຈັດງານ ຕົກລົງກັບຄ່າແຮງງານຂອງ ບໍລິກອນ (ຜູ້ເສີບອາຫານ ແລະ ເຄື່ອງດື່ມ) ເປັນຊົ່ວໂມງໆລະ 50.000 ກີບ ສຳລັບງານລ້ຽງງານໜຶ່ງ. ຄຳຖາມມີຢູ່ວ່າຈະນັບເວລາແນວໃດ, ເລີ່ມຈາກຈຸດໃດໄປສິ້ນສຸດຢູ່ຈຸດໃດ, ສະນັ້ນ ໃນສະບັບນີ້ ຂ້າພະເຈົ້າ ຂໍແລກປ່ຽນ ສົນທະນາກ່ຽວກັບ “ການເລີ່ມນັບໄລຍະເວລາ” ຊຶ່ງອາດເປັນຂໍ້ມູນໃໝ່ສໍາລັບທ່ານຜູ້ອ່ານ ຄໍລຳກົດໝາຍທຸລະກິດຂອງພວກເຮົາໃນເດືອນນີ້.

 ທີ່ຜ່ານມາ ການເລີ່ມນັບໄລຍະເວລາ ຍັງບໍ່ທັນໄດ້ຖືກກຳນົດໄວ້ໃນກົດໝາຍຢ່າງຈະແຈ້ງ ແລະ ຊັດເຈນເທື່ອ, ແຕ່ໄດ້ຖືກກຳນົດໄວ້ ໃນປະມວນກົດໝາຍແພ່ງສະບັບທຳອິດຂອງ ສປປ ລາວ ຊຶ່ງໄດ້ຮັບຮອງຈາກສະພາແຫ່ງຊາດ ໃນວັນທີ 6 ທັນວາ 2018 ແລະ ໄດ້ປະກາດໃຊ້ໃນວັນທີ 18 ມັງກອນ 2019 ແລະ ລົງໃນຈົດໝາຍເຫດທາງລັດຖະການໃນວັນທີ 11 ພຶດສະພາ 2020 ຊຶ່ງມີຜົນສັກສິດໃນວັນທີ 27 ພຶດສະພາ 2020ນີ້.

ມາດຕາ 47: ກຳນົດກ່ຽວກັບການເລີ່ມນັບໄລຍະເວລາ ຊຶ່ງຂ້າພະເຈົ້າ ຂໍສະເໜີເນື້ອໃນສັງລວມດັ່ງນີ້:

– ຖ້າຫາກວ່າ ມີການກໍານົດໄລຍະເວລາເປັນນາທີ ຫຼື ຊົ່ວໂມງ, ການເລີ່ມນັບເວລາ ໃຫ້ເລີ່ມນັບແຕ່ມີການກະທໍາໃນເວລານັ້ນ ເປັນຕົ້ນໄປ, ເວັ້ນເສຍແຕ່ ກົດໝາຍ, ລະບຽບການ, ຄຳຕົກລົງຂອງສານປະຊາຊົນ ຫຼື ສັນຍາ ຫາກໄດ້ກຳນົດໄວ້ເປັນຢ່າງອື່ນ; ຕົວຢ່າງ: ຖ້າຫາກມີການຕົກລົງຄ່າບໍລິການເສີບອາຫານ ແລະ ເຄື່ອງດື່ມຂອງບໍລິກອນ ສາມຊົ່ວໂມງ ໃນອັດຕາ 50.000 ກີບ ຕໍ່ຊົ່ວໂມງ ກໍໃຫ້ນັບແຕ່ເວລາທີ່ບໍລິກອນດັ່ງກ່າວເລີ່ມເຮັດວຽກບໍລິການເປັນຕົ້ນໄປຈົນຄົບ ເຊັ່ນ: ເລີ່ມລົງມືເຮັດວຽກບໍລິການແຕ່ 7:00 – 10:00, ເວລາ 10:00 ຖືເປັນເວລາທີ່ສິ້ນສຸດການບໍລິການ.  (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

the Law governing the calculation of working time of a part-time worker

In a legal perspective, time refers to a duration of time commencing from the beginning to the end point. For example, an event organizer agrees regarding wages with a server (waiter/waitress) in amount of LAK 50,000 per hour for a particular event. The question is how can we calculate the working time? When should be the starting and end time? Therefore, in this edition, I would like to share the information regarding “the starting point of time duration” which will serve as new information for all readers of this month’s law review article.

Previously, the calculation of working time has not been expressly and clearly stipulated in any law and regulation. However, it is now stipulated in the Lao PDR Civil Code which was adopted by the National Assembly on 6 December 2018, promulgated on 18 January 2019, published on the Official Gazette on 11 May 2020 and entered into force on 27 May 2020.

Article 47 of the Civil Code stipulates the method on how to calculate of the duration of time which I can summarize as follows:

– If the duration is on a minute or an hourly basis, the working time shall commence from the moment the work is performed, unless otherwise stipulated in any other law, regulation, decision of the people’s court or contract. For example, if it is agreed with a server that the server shall work for three hours with LAK 50,000 per hour, the working time shall start from the moment the server starts working until the conclusion of the three hours. Let us suppose that the working time is from 7:00-10:00, 10:00 is the conclusion of working time.  (More interview details can be found in Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments