ໂຄວິດ-19 ກະທົບອຸດສາຫະກໍາປຸງແຕ່ງບໍ່ໜ້ອຍ

ການລະບາດຂອງພະຍາດໂຄວິດ-19 ຖືວ່າແຜ່ລາມອອກໄປເປັນວົງກວ້າງໃນທົ່ວໂລກ ຊຶ່ງນອກຈາກ ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍແລ້ວ ຍັງສົ່ງຜົນກະທົບ ທາງດ້ານເສດຖະກິດຫຼາຍພໍສົມຄວນ. ທະນາຄານໂລກ ໄດ້ປະເມີນວ່າ ເສດຖະກິດລາວ ໃນປີ 2020 ນີ້ ອາດຈະເຕີບໂພພຽງແຕ່ 1% ເທົ່ານັ້ນ. ແຕ່ຖ້າການລະບາດ ຫາກຍັງສືບຕໍ່ຍືດເຍື້ອ ແລະ ຮຸນແຮງ ຢູ່ໃນພາກພື້ນ ແລະ ທົ່ວໂລກ ອາດເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດລາວຕິດລົບເຖິງ 1,8%. ໃນນີ້, ຜົນກະທົບຄາດວ່າ ຜ່ານຫຼາຍຊ່ອງທາງ ຫຼື ຫຼາຍຂະແໜງເສດຖະກິດ ລວມທັງ ຂະແໜງ ທ່ອງທ່ຽວ, ອຸດສາຫະກຳ, ການຄ້າ ແລະ ການລົງທຶນ ຕະຫຼອດເຖິງ ການຄຸ້ມຄອງ ເສດຖະກິດມະຫາພາກ ນຳອີກ.

ສະນັ້ນ ໂອກາດນີ້ ຈຶ່ງຢາກມາແລກປ່ຽນກັນກ່ຽວກັບບາງຜົນກະທົບຕໍ່ຂະແໜງອຸດສາຫະກຳ ປຸງແຕ່ງ (manufacturing). ຂະແໜງນີ້ ກວມເອົາປະມານ 9% ຂອງຍອດລວມ ຜະລິດຕະພັນພາຍໃນ (Gross Domestic Products – GDP), ມີໂຮງຈັກໂຮງງານທົ່ວປະເທດ 28.000 ແຫ່ງ ແລະ ການຈ້າງງານທາງກົງ ຈຳນວນ 154.000​ ຄົນ.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຫຼື ສຄອຊ ໄດ້ຮັບຄໍາເຫັນຈາກທຸລະກິດທີ່ຕອບ ແບບສອບຖາມໃນກາງເດືອນພຶດສະພາ ທີ່ຜ່ານມາ ຊຶ່ງສະຫຼຸບໄດ້ວ່າ: ທຸລະກິດທີ່ມີຄວາມສ່ຽງທີ່ຈະປິດ ກິດຈະການ ກວມເອົາ 8%, ຄວາມສ່ຽງທີ່ບໍ່ສາມາດຈ່າຍອາກອນຕ່າງໆ ກວມເອົາ 15% ,ຄວາມສ່ຽງດ້ານຄວາມຕ້ອງການສິນຄ້າ ແລະ ການບໍລິການ ຫຼຸດລົງ ກວມເອົາ 11% ,ຄວາມສ່ຽງທີ່ຈະປົດພະນັກງານອອກ ກວມເອົາ 13% ,ຄວາມສ່ຽງທີ່ບໍ່ສາມາດຈ່າຍຕົ້ນທຶນ ແລະ ດອກເບ້ຍເງິນກູ້ຄືນໃຫ້ກັບສະຖາບັນການເງິນ ກວມເອົາ 23% ,ຄວາມສ່ຽງທີ່ບໍ່ສາມາດຈ່າຍເງິນເດືອນພະນັກງານ ກວມເອົາ 24% ແລະ ຄວາມສ່ຽງອື່ນໆ 6%.ນອກນີ້, ຍັງໄດ້ປະເມີນວ່າ ຜົນກະທົບດ້ານລາຍຮັບໃນງວດ 1 ປີ 2020 ໃນທຸກຂະແໜງເສດຖະກິດ ຈະຫຼຸດລົງ 74 ຕື້ກີບ; ໃນນີ້ສະເພາະຂະແໜງອຸດສາຫະກໍາປຸງແຕ່ງ ຕົກເປັນ 5,4 ຕື້ກີບ (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

huge effect of COVID-19 upon the manufacturing industry

COVID-19 that has been spreading worldwide has not only infected and killed a number of people, but also affected the global economy largely. The World Bank forecasts that the Lao economy in 2020 will grow only 1%. If the pandemic persists and continues to worsen regionally and internationally, the Lao economic growth rate will degrade to even -1.8%. With this, it is expected that many economic sectors will consequentially suffer, namely tourism, industry, commerce and investment sector, as well as the macro-economic management.

The writer would like to take this occasion to discuss about impacts upon the manufacturing industry. This sector covers approximately 9% of the total GDP. Currently, Laos has 28,000 manufacturing factories which hire 154,000 employees.

According to a business survey conducted by the Lao National Chamber of Commerce and Industry (LNCCI) in May this year, it can be summarized that there are 8% of enterprises risking permanent closure, 15% unable to pay tax, 11% suffer from lower demand for products and services, 13% likely to lay their employees off, 23% unable to repay loans taken from financial institutions, 24% unable to pay staff salary and 6% facing other risks. Furthermore, it is anticipated that the annual budget for every economic sector will drop for 202074 billion kip. In this, manufacturing industry will suffer from a 5.4 billion kip of loss.  (More interview details can be found in Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments