ລົດໄຟລາວ-ຈີນ ເລີ່ມເປັນຮູບເປັນຮ່າງແລ້ວ

ນັບຕັ້ງແຕ່ເລີ່ມລົງມືການກໍ່ສ້າງເສັ້ນທາງລົດໄຟລາວ – ຈີນ ໃນເດືອນທັນວາປີ 2016 ເປັນຕົ້ນມາ,
ບັນດາວິສາຫະກິດລາວ ແລະ ຈີນທີ່ເຂົ້າຮ່ວມການກໍ່ສ້າງໄດ້ຕັ້ງໜ້າ ພ້ອມທັງຈັດຕັ້ງປະຕິບັດຢ່າງສຸດຄວາມສາມາດເພື່ອໃຫ້ບັນລຸເປົ້າໝາຍຂອງການນໍາສອງປະເທດທີ່ຮ່ວມຕົກລົງກັນ, ໂດຍໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ຄຸນນະພາບເປັນຫຼັກ, ເອົາຊະນະສະພາບແວດລ້ອມດ້ານທໍລະນີສາດທີ່ສັບຊ້ອນ, ສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະສິ່ງທ້າທາຍໃນການປົກປັກຮັກສາສິ່ງແວດລ້ອມ.ໃນໄລຍະທ້າຍປີ 2019 ການກໍ່ສ້າງພື້ນຖານວຽກງານໂຍທາທີ່ສຳຄັນໄດ້ສຳເລັດ; ໃນໄລຍະບຸນປີໃໝ່ຈີນ 2020 ກໍໄດ້ສືບຕໍ່ປະຕິບັດວຽກງານຢ່າງຕໍ່ເນື່ອງ ແລະ ຈັດຕັ້ງກຳມະກອນກໍ່ສ້າງຫຼາຍກວ່າ 10.000ຄົນເພື່ອເຮັດວຽກໃຫ້ສໍາເລັດທັງເວັນ ແລະ ຄືນ.

ສ່ວນໄລຍະທີ່ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ທຸກໜ່ວຍງານກໍໄດ້ປະຕິບັດມາດຕະ
ການປ້ອງກັນຢ່າງເຂັ້ມງວດ ພ້ອມທັງໄດ້ຈັດສັນວຽກງານໃຫ້ມີປະສິດທິພາບສູງ ແລະ ຮັບປະກັນຄວາມຄືບໜ້າຂອງໂຄງການ.

ໃນວັນທີ 15 ມີນາ 2020 ບໍລິສັດວິສະວະກຳໄຟຟ້າ ອູຮັນ ລົດໄຟແຫ່ງ ສປ ຈີນ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງວິສະວະກໍາລະບົບຕາຂ່າຍຫຼັງສະຖານີຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສໍາເລັດການຕິດຕັ້ງເສົາຕາຂ່າຍທຳອິດຢູ່ເຂດຫຼັກ 52 ເມືອງໂພນໂຮງແຂວງວຽງຈັນ, ເຊິ່ງເປັນຂີດໝາຍວ່າວິສະວະກໍາໄຟທັງ 4 ເຊິ່ງປະກອບມີ: ສື່ສານ, ສັນຍານ, ໄຟຟ້າ ແລະ ການນໍາໃຊ້ໄຟຟ້າ ຫຼັງສະຖານີໂຄງການເສັ້ນທາງລົດໄຟ ຈີນ-ລາວ ໄດ້ເຂົ້າສູ່ໄລຍະການກໍ່ສ້າງຢ່າງເປັນທາງການ.

ທ່ານ ສີ ຈີ້ຫົງ (Xi Jihong) ຫົວໜ້າວິສະວະກອນບໍລິສັດລົດໄຟ ລາວ-ຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ປີ
2020 ແມ່ນປີສຸມໃສ່ການກໍ່ສ້າງວິສະວະກໍາໄຟທັງ4, ລາງລົດ, ອາຄານສະຖານີຂອງເສັ້ນທາງລົດໄຟຈີນ-ລາວ, ເປັນປີມ້ວນທ້າຍການກໍ່ສ້າງອຸມົງ, ຂົວ ແລະ ຮາກຖານທາງ ຄາດວ່າຈະໃຫ້ສຳເລັດ ແລະເປີດນໍາໃຊ້ຢ່າງທາງການໃນເດືອນທັນວາປີ 2021 ທີ່ຈະມາເຖິງ, ເຊິ່ງໂຄງການທາງລົດໄຟຈີນ-ລາວ ຖືເອົາການສ້າງໂຄງການວິສະວະກໍາທີ່ເປັນສັນຍາລັກມິດຕະພາບຈີນ-ລາວ ນີ້ເປັນໜ້າທີ່ຂອງຕົນໂດຍບໍ່ລໍຖ້າການຈັດສັນຊັບພະຍາກອນກໍ່ສ້າງປະເພດຕ່າງໆ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ກ້າວຂຶ້ນໄປ,ແກ້ໄຂຄວາມຫຍຸ້ງຍາກໃນການຂົນສົ່ງວັດຖຸ ແລະການຈັດຕັ້ງທີມງານປະຕິບັດງານ “ມືໜຶ່ງຄວບຄຸມພະຍາດລະບາດ ມືໜຶ່ງດໍາເນີນການກໍ່ສ້າງ” ເພື່ອໃຫ້ໂຄງການສາມາດສໍາເລັດຕາມກໍານົດເວລາ.

ໃນວັນທີ 27 ມີນາ 2020, ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ໄດ້ຈັດພິທີວາງລາງລົດໄຟເຫຼັກ
ຂະໜາດ 500 ແມັດຢູ່ທີ່ ໂຄງການເສັ້ນທາງລົດໄຟລາວ-ຈີນ ຕອນນະຄອນຫຼວງວຽງຈັນ ເເລະ ເສັ້ນທາງລົດໄຟ ຈີນ-ລາວ ຢູ່ເບື້ອງຈີນເເມ່ນໄດ້ເລີ່ມດໍາເນີນການປູລາງໃນວັນທີ 7 ເມສາ 2020 ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະການວາງລາງລົດໄຟ ຢ່າງເປັນທາງການ ແລະ ທັງເປັນຄວາມຄືບໜ້າທີ່ສຳຄັນໃນວຽກງານການກໍ່ສ້າງຂອງໂຄງການເພື່ອນໍາໄປສູ່ການເປີດບໍລິການຢ່າງເປັນທາງການໃນປີ 2021. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Laos-China Railway is taking shape

Since the beginning of constructing the Laos-China Railway back in 2016, Lao and Chinese enterprises involved in the construction have been operating their works actively in order to achieve the goal set by the two countries. The project has been carried out by taking into consideration of safety and quality, while overcoming environmental complications and challenges, as well as unpleasant weather. At the end of 2019, basic infrastructure of the project was completed with remaining construction works continued to be operated day and night during the Chinese New Year 2020 with more than 10,000 workers.

During the COVID-19 prevention period, every working unit has been implementing preventive measures strictly, while managing time effectively in order to ensure project progress.

On March 15, 2020, Chinese Wuhan Electrical Engineering Company, a contractor for installing facility network for each station, completed installing the first network pole in the 52KM of Phonhong District, Vientiane Province. Such network pole which will serve 4 purposes, namely to communicate, to send and receive signal, to transmit electricity current and to receive power for usage within the Laos-China Railway Station has now begun to its construction officially.

Mr. Xi Jihong, head engineering of the Laos-China Railway Company, revealed that 2020 is going to be a year for the 4 facility network, railway, terminals for the Lao-Chinese Railway, tunnels, bridges and railway foundation which are expected to complete and be ready for service officially in December 2021. The Laos-China Railway Project which serves as an engineering project signifying the Lao-Chinese friendship has been carried out without having to allocate construction resources for a speedy achievement. The project has been through ups and downs as well as difficulties in terms of the transportation of materials and designation of operation teams. “While we have to prevent the virus outbreak, we also have to continue our construction work” in order to meet the project’s deadline.

On March 27, 2020, the Laos-China Railway Company Limited held a ceremony laying 500-meter train tracks for the Laos-China Railway Project in Vientiane Capital area. For train tracks in the Chinese side, they have been laid since April 7, 2020. This indicates that we are entering into the period when the Laos-China Railway Project has been laying train tracks officially as well as significant progress of the project leading to its official opening in 2021.  (More interview details can be found in Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments