ການຄ້າເທິງມືຖື (M-Commerce) ເພື່ອນຮູ້ໃຈໃນພາວະວິກິດ Covid-19

ເຕັກໂນໂລຊີ ເປັນອີກສິ່ງໜຶ່ງທີ່ວິວັດທະນາການຢ່າງໄວວາ ເຊິ່ງພວກເຮົາປະຕິເສດບໍ່ໄດ້ເລີຍວ່າ ການຮູ້ທັນເຕັກໂນໂລຊີນັ້ນ ມັນສ້າງຜົນປະໂຫຍດຢ່າງມະຫາສານແກ່ຜູ້ທີ່ສາມາດນໍາມາປະຍຸກໃຊ້ໄດ້ດີຂະໜາດໃດ!! ໂດຍສະເພາເພາະໃນພາວະວິກິດຮ້າຍແຮງ ຂອງການແຜ່ລະບາດຂອງເຊື້ອຈຸນລະໂລກປອດອັກເສບ ສາຍພັນໃໝ່ ໂຄວິດ-19 ທີ່ເຮັດໃຫ້ປະຊາຊົນຕ້ອງເວັ້ນໄລຍະຫ່າງທາງສັງຄົມ ແລະ ກັກໂຕເອງຢູ່ພາຍໃນບ່ອນພັກອາໄສ ທຸລະກິດທີ່ມີຄວາມການເພີ່ມຂຶ້ນແບບກ້າວກະໂດດ ຈຶ່ງແມ່ນການຄ້າເທິງມືຖື ສະນັ້ນ ບົດຄວາມໃນເດືອນນີ້ ວາລະສານ ທາເກັດ ຈະພາບັນດາທ່ານໄປຮູ້ຈັກກັບ “M-Commerce” (Mobile Commerce) ຫຼື ການຄ້າເທິງມືຖື ເຊິ່ງວ່າຈະເປັນແນວໃດນັ້ນເຮົາລອງມາເບິ່ງນໍາກັນເລີຍ…

      ສໍາລັບທຸລະກິດການຄ້າຜ່ານທາງໂທລະສັບມືຖື (Smart Phone) ແມ່ນເລີ່ມເຂົ້າມາຢູ່ໃນການດໍາລົງຊີວິດຂອງພວກເຮົາໄດ້ຫຼາຍປີແລ້ວ ແລະ ຜູ້ຄົນກໍລື້ງເຄີຍກັບການຊື້ເຄື່ອງດ້ວຍມືຖື ຜ່ານທາງ Application ທີ່ໃຫ້ບໍລິການ ຫຼື Website ສໍາລັບມືຖື ພ້ອມທັງສາມາດຊໍາລະເງິນຜ່ານທາງມືຖືຢ່າງສະດວກສະບາຍ ພຽງແຕ່ໃຊ້ນິ້ວກົດເພື່ອສັ່ງຊື້ ກໍຈະມີຄົນມາສົ່ງຮອດເຮືອນແລ້ວ… ແຕ່ທ່ານຮູ້ຫຼືບໍ່ວ່າ ພຶດຕິກໍາທໍາມະດາ ແລະ ສະດວກສະບາຍທີ່ທ່ານໄດ້ຮັບໃນມື້ນີ້ ຄືຕົວຊີ້ບອກວ່າ: “ໂລກໜ່ວຍນີ້ໄດ້ປ່ຽນໄປຕະຫຼອດການຍ້ອນເຕັກໂນໂລຊີ” ຕົວຢ່າງ: Application ສັ່ງເຄື່ອງ Online ເຊັ່ນ: Shopee, Lazada, shopdee Taobao Lao, Ebuy Lao ນອກຈາກນັ້ນຍັງມີ Application ສັ່ງອາຫານເທິງມືຖືອີກເຊັ່ນ: Food Panda, Goteddy, M Food Delivery ແລະ ອື່ນໆ ເຊິ່ງບັນດາ App ເຫຼົ່ານີ້ແມ່ນກໍາລັງມາແຮງ ແລະ ໄດ້ຮັບຜົນຕອບຮັບດີທີ່ສຸດໃນປັດຈຸບັນ. ເຊິ່ງບັນດາ Application ທີ່ກ່າວມານັ້ນກໍຖືກນໍາໃຊ້ທົ່ວໄປໃນບ້ານເຮົາ; ຈຸດພິເສດຂອງ M-Commerce ແມ່ນເນັ້ນໃນເລື່ອງຄວາມສະດວກສະບາຍ ດ້ວຍການນໍາໃຊ້ໃນອຸປະກອນພົກພາດ້ວຍໂທລະສັບມືຖື ແລະ ອຸປະກອນບໍ່ມີສາຍເທົ່ານັ້ນ ແລະ ບໍ່ພຽງແຕ່ເປັນ App ສັ່ງເຄື່ອງເທົ່ານັ້ນ ແຕ່ບາງ”ແອັບ”ກໍຍັງສາມາດໃຫ້ບໍລິການແບບຈົບທຸກຢ່າງເທີງມືຖື ລວມໄປເຖິງການເຮັດທຸລະກໍາທາງການເງິນ ຊຳລະຄ່າສິນຄ້າໄດ້ໂດຍກົງ ບໍ່ຕ້ອງຜ່ານ”ແອັບພລີເຄຊັ່ນ”ຂອງທະນາຄານ ພຽງແຕ່ໃຊ້ລະຫັດບັດ”ເອທີເອັມ”ຂອງທ່ານໃນການໂອນເງິນ . ເຊິ່ງການເກີດຂຶ້ນມາຂອງບັນດາເຕັກໂນໂລຊີເຫຼົ່ານີ້ ເປັນອີກສາເຫດທີ່ເຮັດໃຫ້ນັກທຸລະກິດບາງສ່ວນຕາຍໄປກັບການປ່ຽນແປງຂອງທຸລະກິດ SME ໃນຍຸກນີ້ ຍ້ອນວ່າບໍ່ມີວິທີການຮັບມືກັບການປ່ຽນແປງຂອງການຕະຫຼາດ ບໍ່ຮູ້ຜັນປ່ຽນທຸລະກິດຂອງຕົນເອງເຂົ້າໃນການນໍາໃຊ້ເຕັກໂນໂລຊີ ມີພຽງການຂາຍຜ່ານໜ້າຮ້ານເທົ່ານັ້ນ.  (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

mobile commerce (m-commerce) a close friend during Covid-19 crisis

Technology is another thing that has experienced rapid evolution. We cannot deny that the ability to keep up with technological change is extremely beneficial for those who can make good use of it. Particularly during Covid-19 pandemic that people must keep social distancing and stay home, business that seems to grow substantially is the m-commerce. Therefore, Target Magazine this issue would like to bring you an article about “m-commerce.” Let us get to know more about it together.

            Commerce on smart phones has become part of our life for several years. People now are so familiar with shopping via mobile application or website that they can place orders and pay by just tapping a finger on the screen. The orders will then be delivered to their home. Have you ever noticed that this behavior and facility that we have nowadays are good indicators of “how the world has changed tremendously because of technology.” For instance, applications for online commerce, such as Shopee, Lazada, Shopdee, Taobao Lao and Ebuy Lao. Moreover, there are also food delivery applications, namely Food Panda, Goteddy, M Food Delivery and so on. These apps are booming and receiving good response from the publics as people are using them in their daily life. The special feature of m-commerce is not only that it helps facilitating our life via the use of mobile devices to order goods, but some apps can offer you a comprehensive service. For instance, you can process your payment through that app without having to do such transaction via banking system. You just have to input ATM passcode on the platform to process your payment. The emergence of this kind of technology has forced traditional commercial platforms out of business due to their inability to adapt to market changes and improvise technology into their business.(More interview details can be found in Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments