ໃນຕອນເຊົ້າວັນທີ 13 ມັງກອນ 2020 ຢູ່ທີ່ທະຫານຄານແຫ່ງ ສປປ ລາວ. ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ພາກສ່ວນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພາຍໃຕ້ການເປັນ ປະທານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.
ເນື່ອງຈາກວຽກງານຕ້ານການຟອກເງິນ ແລະ ສະໜອງເງິນແກ່ການກໍ່ການຮ້າຍ ເປັນວຽກທີ່ສຳຄັນທີ່ທຸກຄົນຕ້ອງເອົາໃຈໃສ່ເປັນຫູເປັນຕາຊ່ວຍກັນ ໃນນັ້ນສື່ມວນຊົນຖືເປັນກະກອກສຽງສຳຄັນ ແລະ ສາມາດເຜີຍເຜີຍຂໍ້ມູນຂ່າວສານເປັນວົງກວ້າງທັນວ່ອງໄວທັນການ.
ວຽກງານດັ່ງກ່າວ, ເປັນວຽກງານທີ່ມີຄວາມສຳຄັນຕໍ່ສະພາບການດຳເນີນເສດຖະກິດໃນປະເທດ, ສປປ ລາວ ໄດ້ເລັ່ງເຫັນຄວາສຳຄັນ ແລະ ໄດ້ສ້າງ ຄະນະກຳມະການລະດັບຊາດຂຶ້ນໂດຍປະກອບມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ຍັງໄດ້ປະກອບມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກ 13 ກະຊວງ ແລະ ທຽບເທົ່ ເຂົ້າຮ່ວມໃນຄະນະ ເພື່ອສຸມໃສ່ຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ ບົນພື້ນຖານເງື່ອໄຂ 40 ຂໍ້ແນະນຂອງສາກົນ ທີ່ສປປ ລາວ ເປັນພາຄີ.
ດັ່ງນັ້ນ, ເພື່ອລິເລີ່ມສ້າງຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ຈຶ່ງຈໍາເປັນຕ້ອງໄດ້ມີການເຜີຍແຜ່ໃຫ້ຂະແໜງການສື່ມວນຊົນທີ່ເປັນກະບອກສຽງສໍາຄັນຂອງພັກ ແລະ ລັດຖະບານເຂົ້າໃຈກ່ອນ ເພື່ອເປັນກໍາລັງແຮງໜຶ່ງຊ່ວຍຄະນະກໍາມະການລະດັບຊາດ ໃນການເຜີນຍແຜ່ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ເກີດປະສິດທິຜົນສູງສຸດ.
ເນື່ອງຈາກຖ້າ ສປປ ລາວ ບໍ່ສາມາດຈັດຕັ້ງປະຕິບັດເງື່ອນໄຂມາດຖານ 40 ຂໍ້ແນະນໍາຂອງສາກົນວາງອອກໄດ້ ກໍ່ຈະເຮັດໃຫ້ສາກົນຂຶ້ນບັນຊີເປັນສີເທົາ, ເທົາເຂັ້ມ ແລະ ບັນຊີດໍາຕາມລໍາດັບ ເຮັດໃຫ້ສົ່ງຜົນກະທົບຕໍ່ພາບພົດຊື່ສຽງຂອງປະເທດເຮົາ ເປັນຕົ້ນ ທາງດ້ານການເມືອງ ກໍ່ຈະຕົກເປັນປະເທດມີຄວາມສ່ຽງສູງໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ດ້ານເສດຖະກິດກໍ່ຖືກຈໍາກັດ ພ້ອມທັງການລົງທຶນຈາກຕ່າງປະເທດກໍ່ຫຼຸດລົງ.
ກອງປະຊຸມວຽກງານດັ່ງກ່າວນີ້ ຖືໄດ້ວ່າເປັນຄັ້ງທໍາອິດທີ່ຈັດໃຫ້ພາກສ່ວນສື່ມວນຊົນໄດ້ເຂົ້າໃຈເຖິງວຽກງານຕ້ານ ການສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ເຊິ່ງໃນໄລຍະທີ່ຜ່ານມາ ວຽກງານນີ້ແມ່ນມີມາແຕ່ປີ 2007 ພາຍໃຕ້ການຊີ້ນໍາຂອງຄະນະກໍາມາທິການແຫ່ງຊາດ ແລະ ແມ່ນໜ້າວຽກໜຶ່ງທີ່ສໍາຄັນຕໍ່ຂົງເຂດເສດຖະກິດພາຍໃນປະເທດເຮົາ.