ກະຊວງສຶກສາ ແລະ ກິລາ ແຈ້ງລະອຽດ ກໍານົດມື້ສອບເສັງຈົບຊັ້ນສາຍສາມັນສຶກສາ ປ5, ມ4, ມ7

ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ ເລື່ອງ ການສອບເສັງຈົບຊັ້ນສາຍສາມັນສຶກສາປະຈໍາສົກຮຽນ 2019-2020, ສະບັບເລກທີ 1767/ຫກ, ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກໍານົດວັນເວລາສອບເສັງຂອງສາຍສາມັນວ່າ:
ຊັ້ນປະຖົມສຶກສາ

  1. ການສອບເສັງຈົບຊັ້ນປະຖົມ ປ5 ກໍານົດເອົາ 3 ວິຊາຄື ພາສາລາວ(ພາກຫັດແຕ່ງ, ພາກຂຽນທວາຍ, ຄໍາຖາມ), ຄະນິດສາດ ແລະ ໂລກອ້ອມຕົວເຮົາ.
  2. ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ5, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງຫ້ອງສອງພາສາລາວ-ຝຣັ່ງ, ຈໍານວນຫ້ອງ, ສູນສອບເສັງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020.
  3. ວັນທີ 16-17 ກໍລະກົດ 2020 ສອບເສັງຈົບຊັ້ນ ປ5.
  4. ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສໍາລັບນັກຮຽນ ປ5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ.
  5. ວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ5 ເຖິງກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກີລາ.

ຊັ້ນມັດທະຍົມສຶກສາ

ການກະກຽມ

  1. ໃຫ້ແຕ່ງຕັ້ງຄະນະກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆຢ່າງພຽງພໍ ເພື່ອຮັບປະກັນຄວາມສະຫງົບ, ປອດໄພ ແລະ ຜົນສໍາເລັດທີ່ມີປະສິດທິພາບໃນການສອບເສັງ, ພິເສດໃຫ້ສືບຕໍ່ແຕ່ງຕັ້ງ ໜ່ວຍສະເພາະກິດເພື່ອກວດກາ, ຕິດຕາມ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນການສອບເສັງ.
  2. ໃຫ້ຈັດຕັ້ງເຜີຍແຜ່ລະບຽບການສອບເສັງ ໃຫ້ແກ່ຄະນະກໍາມະການ, ຄູ, ນັກຮຽນ ແລະ ສັງຄົມ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ໃນການສອບເສັງຈົບຊັ້ນມັດທະຍົມສຶກສາ.
  3. ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ມ4, ມ7, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງສົງ, ນັກສອບເສັງຫ້ອງສອງພາສາລາວຝຣັ່ງ, ຈໍານວນຫ້ອງສອບເສັງ, ສູນສອບເສັງ, ຫົວບົດສອບເສັງຈົບຊັ້ນ ມ4 ແລະ ມ7 ຂັ້ນແຂວງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020.
  4. ໃຫ້ສົ່ງຊື່ນາມສະກຸນ, ຕໍາແໜ່ງ, ທີ່ຢູ່, ເບີໂທລະສັບ, ອີເມວຂອງຄະນະກໍາມະການຮັບຜິດຊອບການສອບເສັງ, ຜູ້ທີ່ຈະຮັບຫົວບົດສອບເສັງ ແລະ ຂະໜານຕອບບົດສອບເສັງ ເຖິງກົມສາມັນສຶກສາກ່ອນວັນທີ 9 ກໍລະກົດ 2020.

ສ່ວນດ້ານການຈັດຕັ້ງປະຕິບັດສອບເສັງ ກໍານົດເອົາວັນທີ 10-31 ກໍລະກົດ ພະນັກງານຂັ້ນແຂວງ, ນະຄອນຫຼວງ ເຂົ້າສູນອັດສໍາເນົາຫົວບົດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ4 ແລະ ຕອນປາຍ ມ7. ກໍານົດເອົາວັນທີ 22-24 ກໍລະກົດ ສອບເສັງຈົບຊັ້ນ ມ4; ກໍານົດເອົາ 29-31 ກໍລະກົດ ສອບເສັງຈົບຊັ້ນ ມ7 ແລະ ສອບເສັງຄືນ ມ4.

ທັງນີ້ ສໍາລັບການສອບເສັງຄືນ ສໍາລັບ ມ4 ທີ່ຂາດສອບເສັງໂດຍມີເຫດຜົນພຽງພໍ ໃຫ້ນໍາໃຊ້ບົດສອບເສັງສໍາຮອງ. ສ່ວນການສອບເສັງຄືນຊັ້ນ ມ7 ກໍານົດເອົາວັນທີ 3-5 ສິງຫາ ສໍາລັບຜູ້ທີ່ມີເຫດຜົນພຽງພໍ ແລະ ໃຫ້ນໍາໃຊ້ຫົວບົດສອບເສັງສໍາຮອງເຊັ່ນກັນ.

ສຸດທ້າຍ ອາທິດທີ 3 ຂອງເດືອນສິງຫາ 2020 ສະຫຼຸບຜົນການສອບເສັງຂອງ ມ4 ແລະ ມ7 ສົ່ງກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ.

Comments