ເພື່ອຄວບຄຸມການແຜ່ລະບາດຂອງ Covid-19 ນະຄອນປັກກິ່ງສັ່ງປິດໂຮງຮຽນອີກຄັ້ງ

ໃນວັນທີ 17 ມິຖຸນາ ຜ່ານມາ ສໍານັກຂ່າວຕ່າງປະເທດລາຍງາຍຈາກນະຄອນປັກກິ່ງວ່າ ຄະນະກໍາມາທິການສາທາລະນະສຸກແຫ່ງຊາດຂອງຈີນ ລາຍງານສະຖານະການປະຈໍາວັນຂອງ Covid-19 ໃນປະເທດວ່າມີຜູ້ເສຍຊີວິດຢ່າງຕໍ່າ 4,634  ຄົນ ແລະ ຍັງມີຜູ້ປ່ວຍທີ່ຢູ່ໃນລະບົບອີກຢ່າງນ້ອຍ 252 ຄົນ, ໂດຍ 5 ຄົນ ຍັງຢູ່ໃນຂັ້ນວິກິດ. ເນື່ອງຈາກການແຜ່ລະບາດດັ່ງກ່າວ ຈຶ່ງເຮັດໃຫ້ໂຮງຮຽນທີ່ຢູ່ໃນພື້ນທີ່ຂອງນະຄອນປັກກິ່ງຖືກປິດທຸກບ່ອນ ເຖິງແມ່ນວ່າຫາກໍເປີດໃນທ້າຍ ເດືອນ ເມສາ ທີ່ຜ່ານມາ ເພາະເກີດການແຜ່ລະບາດຄັ້ງໃໝ່ຂອງ Covid-19 ສາຍພັນໃໝ່ ທີ່ມີຕົ້ນຕໍຢູ່ທີ່ຕະຫຼາດຂົນສົ່ງອາຫານຂະໜາດໃຫຍ່ທີ່ສຸດຂອງເມືອງຫຼວງ. ເຖິງຢ່າງໃດກໍຕາມ ຈໍານວນຜູ້ປ່ວຍສະສົມເພີ່ມເປັນຢ່າງນ້ອຍ 83,265  ຄົນ, ໃນຮອບ 24 ຊົ່ວໂມງ ທີ່ຜ່ານມາມີການຢືນຢັນຜູ້ປ່ວຍໃໝ່ 44 ຄົນ ແບ່ງເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ 11 ຄົນ ແລະ ອີກ 33 ຄົນ ເປັນການຕິດເຊື້ອພາຍໃນປະເທດ.

ສໍາລັບກຸ່ມຜູ້ຕິດເຊື້ອພາຍໃນປະເທດມີຄື: ຢູ່ໃນມົນທົນຫູເປີ່ຍ 1 ຄົນ, ມົນທົນເຈີຈ້ຽງ 1 ຄົນ ແລະ ອີກ 31 ຄົນ ທີ່ເຫຼືອຢູ່ໃນເຂດນະຄອນປັກກິ່ງ, ເຊິ່ງຜູ້ປ່ວຍທຸກຄົນມາຄວາມເຊື່ອມໂຍງກັບຕະຫຼາດຊິນຟາຕີ້ ສູນກາງການຄ້າສົ່ງອາຫານສົດຂະໜາດໃຫຍ່ທີ່ສຸດໃນເມືອງຫຼວງ ແລະ  ຜູ້ປ່ວຍສະສົມກຸ່ມນີ້ເພີ່ມຂຶ້ນຈໍານວນ 137 ຄົນ ນັບຕັ້ງແຕ່ວັນທີ 11 ມິຖຸນາ ປີ 2020 ທີ່ຜ່ານມາ. ໃນຂະນະທີ່ນະຄອນປັກກິ່ງ ຍົກລະດັບການເຕືອນໄພດ້ານສາທາລະນະສຸກເປັນລະດັບ 2 ຖືວ່າເປັນຂັ້ນຮອງສູງສຸດຈາກທັງໝົດ 4 ຂັ້ນ ແລະ ເຕືອນປະຊາຊົນຊົນວ່າ ສະຖານະການ ການແຜ່ລະບາດຂອງ Covid-19 ໃນພື້ນທີ່ຄັ້ງນີ້: “ຮຸນແຮງທີ່ສຸດ” ນັບຕັ້ງແຕ່ເດືອນ ກຸມພາ ທີ່ຜ່ານມາ ໂດຍທາງການກັກບໍລິເວນຊຸມຊົນທີ່ຢູ່ອາໄສແລ້ວ 27 ແຫ່ງ, ສ່ວນໃຫຍ່ຢູ່ທີ່ເຂດເຟີງໄຖ ເຊິ່ງເປັນທີ່ຕັ້ງຂອງຕະຫຼາດຊິນຟາຕີ້ ແລະ ຊຸມຊົນທີ່ຢູ່ໃກ້ຕະຫຼາດຫຼາຍທີ່ສຸດ ໄດ້ຮັບການຈັດໃຫ້ເປັນ “ພື້ນທີ່ຄວາມສສ່ຽງສູງ” ພ້ອມທັງຫ້າມປະຊາຊົນເຂົ້າ ແລະ ອອກ ຖ້າຫາກບໍ່ຈໍາເປັນແທ້ໆ, ດ້ານໂຮງຮຽນທຸກລະດັບທົ່ວນະຄອນປັກກິ່ງຕ້ອງປິດຮຽນຄືນອີກ ທັ້ງທີ່ຫາກໍເປີດໃນທ້າຍເດືອນ ເມສາ ທີ່ຜ່ານມາ.

ພ້ອມກັນນັ້ນ, ຕະຫຼາດຊິນຟາຕີ້ຕ້ອງປິດຢ່າງບໍ່ມີກໍານົດ ເພາະກາຍເປັນຈຸແຜ່ເຊື້ອພະຍາດແຫ່ງໃໝ່, ຕະຫຼາດສົດ ແລະ ຕະຫຼາດຂົນສົ່ງສິນຄ້າໃນນະຄອນປັກກິ່ງອີກປະມານ 10 ແຫ່ງ ຖືກສັ່ງປິດ, ໃນຂະນະດຽວກັນເຈົ້າໜ້າທີ່ສາທາລະນະສຸກຂອງພື້ນທີ່ກວດສອບຕະຫຼາດສົດໃນນະຄອນປັກກິ່ງ ແມ່ນໄດ້ລົງພື້ນທີ່ແລ້ວຈໍານວນ 276 ແຫ່ງ ແລະ ຮ້ານອາຫານທຸກປະເພດອີກປະມານ 33,000  ແຫ່ງ ພ້ອມທັງມີການສີດຢາຂ້າເຊື້ອ ແລະ ເກັບຂໍ້ມູນຢ່າງລະອຽດ.

ແຫຼ່ງຂໍ້ມູນ: https://www.dailynews.co.th/foreign/780299

Comments