ການປະເມີນຜົນ ສະບັບປັບປຸງກ່ຽວກັບຜົນກະທົບຂອງ COVID-19 ໃນທົ່ວໂລກ

ນັບຕັ້ງແຕ່ COVID-19  ໄດ້ລະບາດຈາກເອີຣົບ ແລະ ອາເມລິກາເໜືອໄປສູ່ທາງທິດໃຕ້ຂອງໂລກ ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂື້ນເລື້ອຍໆ ໃນບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ, ເຊິ່ງເຮັດໃຫ້ມີການປິດປະເທດຕໍ່ເນື່ອງເປັນເວລາດົນ ແລະ ເຮັດໃຫ້ມີຜົນກະທົບໜັກຕໍ່ຕົ້ນທຶນເສດຖະກິດຂອງໂລກ. ໃນເດືອນ ເມສາ ທີ່ຜ່ານມາ ໄດ້ຄາດຄະເນວ່າ COVID-19 ກຳລັງຈະເຮັດໃຫ້ຄົນຈໍານວນ 40 ຫາ 60 ລ້ານຄົນ ເຂົ້າສູ່ຄວາມທຸກຍາກທີ່ສຸດ, ແຕ່ການຄາດຄະເນເສດຖະກິດໂລກ ໃນເດືອນມິຖຸນາ ຜ່ານມາ ເຫັນໄດ້ວ່າການແຜ່ລະບາດອາດຈະເຮັດໃຫ້ຄົນຈໍານວນຫຼາຍພົບກັບຄວາມທຸກຍາກ ຫຼາຍກວ່າ 71 ລ້ານຄົນ .

ໃນປັດຈຸບັນ ການລະບາດຍັງຮຸນແຮງເກີນຄາດໝາຍ, ການບັງຄັບໃຊ້ມາດຕະການປິດລ້ອມເພື່ອຮັກສາຄວາມປອດໄພ ແມ່ນຈະສົ່ງຜົນໃຫ້ບໍລິສັດຕ່າງໆມີການປັບຮູບແບບເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, ຄອບຄົວທີ່ມີຄວາມສ່ຽງຈະຫຼຸດຜ່ອນການຊົມໃຊ້ ຫຼືການຊື້ສິ່ງຂອງທີ່ບໍ່ຈໍາເປັນ ແລະ ຫຼາຍໆປະເທດທີ່ມີລາຍໄດ້ຕໍ່າຫາປານກາງ ຈະເຫັນຄວາມກົດດັນດ້ານການເງິນສູງຂື້ນການຄາດຄະເນຜົນກະທົບຂອງ COVID-19 ຕໍ່ຄວາມທຸກຍາກໂດຍການປຽບທຽບ GDP ໃໝ່ ກັບ GDP ກ່ອນ COVID-19 ເຫັນໄດ້ວ່າ ຜູ້ຄົນຈໍານວນ 71 ລ້ານຄົນ ຈະຕົກສູ່ຄວາມທຸກຍາກທີ່ສຸດ, ເຊິ່ງຈາກສະຖານະການປັດຈຸບັນອາດເຮັດໃຫ້ເພີ່ມຂຶ້ນເຖິງ  100 ລ້ານຄົນ ກໍເປັນໄດ້ ໂດຍວັດແທກຈາກຄວາມທຸກຍາກລະດັບສາກົນຄື: ຄ່າລາຍໄດ້ສະເລ່ຍຫົວຄົນຕໍ່ມື້ແມ່ນຕໍ່າກ່ວາ 1,90 ໂດລາສະຫະລັດ, ເຊິ່ງການຄາດຄະເນວ່າຈະມີຫຍັງເກີດຂື້ນໃນປີ 2021 ແມ່ນມາພ້ອມກັບຄວາມບໍ່ແນ່ນອນຫລາຍຂື້ນ.

ການຄາດຄະເນຂອງ GEP ຄາດວ່າຜົນຜະລິດເສດຖະກິດໂລກຈະເພີ່ມຂື້ນປະມານ 4% ໃນປີ 2021, ແຕ່ການຄາດຄະເນຄວາມທຸກຍາກແຈ້ງໃຫ້ເຫັນວ່າ ຈຳນວນປະຊາຊົນທີ່ຢູ່ໃນຄວາມທຸກຍາກທີ່ສຸດຍັງຈະບໍ່ມີການຫຼຸດຜ່ອນລົງຫຼາຍປານໃດ. ສ່ວນບັນດາປະເທດທີ່ມີຄົນທຸກຍາກທີ່ສຸດຄື: ປະເທດໄນຈີເຣຍ, ອິນເດຍ, ແລະ ສາທາລະນະລັດ ປະຊາທິປະໄຕ ກົງໂກ, 3 ປະເທດນີ້ເປັນປະເທດທີ່ມີປະຊາກອນທີ່ທຸກຍາກຫຼາຍກວ່າ 1/3 ຂອງໂລກ, ຄາດວ່າຈະມີອັດຕາການເຕີບໂຕຕໍ່ຫົວຄົນໃນ GDP ທີ່ແທ້ຈິງຄື 0.8%, 2.1% ແລະ 0.3% ຕາມລຳດັບ, ດ້ວຍອັດຕາການເຕີບໂຕຂອງປະຊາກອນໃນອັດຕາ 2,6%. 1,0% ແລະ 3,1%. ນອກຈາກນັ້ນ, ລາຍໄດ້ປະຈຳວັນຂອງປະຊາກອນໃນເຂດອະນຸພາກພື້ນອາຟຣິກາ ຫຼຸດລົງຈາກ 2,00 ໂດລາສະຫະລັດ ມາເປັນ 1,50 ໂດລາສະຫະລັດ ເຊິ່ງເປັນຜົນມາຈາກ COVID-19. 

ການຄາດຄະເນທີ່ໄດ້ຮັບການປ່ຽນແປງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ການຄາດຄະເນຄວາມທຸກຍາກແມ່ນມີຄວາມບໍ່ແນ່ນອນຫຼາຍ ແລະ ມີແນວໂນ້ມທີ່ຈະປ່ຽນແປງຕື່ມອີກ ຍ້ອນວ່າມີຂໍ້ມູນເພີ່ມເຕີມຂອງການແຜ່ລະບາດ, ການວິເຄາະເພີ່ມຕື່ມກ່ຽວກັບຕົວເລກທີ່ມີການປ່ຽນແປງກັບອັດຕາການເຕີບໂຕທີ່ປ່ຽນແປງ, ຄວາມບໍ່ສະເໝີພາບ ແລະ ການສົມມຸດຖານກ່ຽວກັບວິທີການເຕີບໂຕຂອງເສດຖະກິດ, ການວັດຜົນກະທົບຂອງ COVID-19 ຕໍ່ຄວາມທຸກຍາກຄືຄວາມແຕກຕ່າງຂອງຕົວເລກຄົນທຸກຍາກຫຼາຍລ້ານຄົນໃນປີ 2020. ຄວາມໝັ້ນຄົງສຸດທ້າຍໄດ້ຮັບປະກັນວ່າການປ່ຽນແປງໃນຄວາມທຸກຍາກ ຍ້ອນການປັບປຸງອັດຕາການເຕີບໂຕຂອງປີ 2019 ຄື (684-595) – (632-614) = 71 ລ້ານຄົນ ຈະຕົກສູ່ຄວາມທຸກຍາກ.

ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=4544562072236180&id=153371894688575

Comments