ຄວາມໝາຍຂອງ “Travel Bubble”

“Travel bubble” ມີຊື່ເອີ້ນຄື: “Travel Bridge” (ຂົວເຊື່ອມການເດີນທາງ) ຫຼື Corona Corridor ( ແລວທຸລະກິດໃນສະພາບໂຄໂຣນາ) ຄືການຈັດບຸລິມະສິດໃຫ້ກັບຜູ້ເດີນທາງຈາກປະເທດ ທີ່ສາມາດຄວບຄຸມ Covid-19 ໄດ້ຢ່າງມີປະສິດທິພາບ ໂດຍໃນ Travel Bubble ນັ້ນ ກຸ່ມປະເທດທີ່ຄັດເລືອກ ແລະ ຕົກລົງກັນແລ້ວຈະເປີດພົມແດນໃຫ້ກັນ ແລະ ກັນ ເພື່ອໃຫ້ພົນລະເມືອງຂອງປະເທດໃນກຸ່ມ ສາມາດເດີນທາງໄປມາຫາສູ່ກັນໄດ້ ແຕ່ບໍ່ເປີດໃຫ້ພົນລະເມືອງປະເທດອື່ນທີ່ຢູ່ນອກ Bubble (ນອກກຸ່ມປະເທດທີ່ຄັດເລືອກໄວ້).


ເມື່ອບໍ່ດົນມານີ້, ບັນດາປະເທດ Lithuania, Latvia ແລະ Estonia ກໍໄດ້ມີການເປີດພົມແດນໃຫ້ກັນຕັ້ງແຕ່ກາງເດືອນ ພຶດສະພາ ປີ 2020 ເປັນການສ້າງ  Bubble ທຳອິດຂອງ EU ເຊິ່ງພົນລະເມືອງຂອງທັງ 3 ປະເທດສາມາດເດີນທາງໄປມາລະຫວ່າງປະເທດໄດ້ໂດຍບໍ່ຖືກກັກໂຕ ແຕ່ຜູ້ທີ່ເດີນທາງຈາກປະເທດອື່ນຈະຕ້ອງຖືກກັກໂຕ 14 ມື້.

ແຫຼ່ງຂໍ້ມູນ: https://www.facebook.com/177444735796044/posts/1324082747798898/

 

Comments