ການເປີດການທ່ອງທ່ຽວແບບ “travel bubble” ແມ່ນຫຍັງກັນແທ້?

ໃນວັນທີ 14 ມິຖຸນາ ຜ່ານມາ ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ (Ms. Triksi Trisornkun) ເປີດເຜີຍວ່າ ລັດຖະມົນຕີວ່າການທ່ອງທ່ຽວ ແລະ ກິລາ (Mr. Phiphat Ratchakitprakan) ໄດ້ຜັກດັນແຜນການ “travel bubble” ການຈັບຄູ່ປະເທດ ເພື່ອເຊື່ອມຕໍ່ການເດີນທາງລະຫວ່າງປະເທດທີ່ສາມາດຈັດການ Covid-19 ໄດ້ດີເທົ່າໆກັນ, ເຊິ່ງເປັນຄວາມຮ່ວມມືໃນລັກສະນະສອງຝ່າຍ ດ້ານການທ່ອງທ່ຽວແບບໃໝ່ທີ່ທົ່ວໂລກກໍາລັງຫັນມາສົນໃຈ ພາຍຫຼັງສະຖານະການ Covid-19 ໃນຫຼາຍໆປະເທດເລີ່ມດີຂຶ້ນ ໂດຍຈະມີການເປີດຮັບນັກທ່ອງທ່ຽວ ມື້ລະ 1,000 ຄົນ ເຂົ້າປະເທດ ໂດຍບໍ່ຕ້ອງກັກໂຕ 14 ມື້.

ປັດຈຸບັນ ການປະຊຸມສູນບໍລິການສະຖານະການ Covid-19 ໄດ້ເຫັນດີໃນຫຼັກການແລ້ວ ເຊິ່ງໃນຕອນນີ້ ຢູ່ໃນຂັ້ນຂອງການຫາລືລະຫວ່າງກະຊວງການທ່ອງທ່ຽວ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງການມະຫາດໄທ ແລະ ກະຊວງການຕ່າງປະເທດ ເພື່ອຫາຂໍ້ສະຫຼຸບໃນແນວທາງການດໍາເນີນການ ບໍ່ວ່າຈະເປັນແນວທາງການເຈລະຈາກັບປະເທດກຸ່ມເປົ້າໝາຍ, ຂໍ້ປະຕິບັດຕ່າງໆ ລວມເຖິງການປ້ອງກັນການລະບາດຂອງພະຍາດ ກ່ອນສູນບໍລິຫານສະຖານະການ Covid-19 ຈະພິຈາລະນາອີກຄັ້ງໜຶ່ງ ໃນວັນທີ 17 ມິຖຸນາ ນີ້. ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ ໄດ້ໃຫ້ຂໍ້ມູນວ່າ: ເສດຖະກິດໄທ ແລະ ທົ່ວໂລກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ  Covid-19 ດັ່ງນັ້ນ, ກະຊວງການທ່ອງທ່ຽວ ແລະ ກິລາ ຈຶ່ງຫວັງໃຫ້ “travel bubble” ເປັນຈຸດເລີ່ມຕົ້ນໃນການຮອງຮັບຄົນຕ່າງປະເທດທີ່ຈະເຂົ້າມາໃນປະເທດໄທ ໂດຍໄທມີຈຸດແຂງໃນການຮັບມືກັບພະຍາດ Covid-19 ໄດ້ເປັນຢ່າງດີ.

ພ້ອມດຽວກັນນີ້, ໄລຍະທໍາອິດຈະເປີດຮັບກຸ່ມນັກທຸລະກິດ ແລະ ກຸ່ມທີ່ຕ້ອງການເຂົ້າມາຮັກສາຢູ່ໂຮງໝໍຂອງປະເທດໄທ ໂດຍຄາດວ່າຈະມີ ຄົນຕ່າງປະເທດເດີນທາງເຂົ້າມາ  1,000 ຄົນ/ມື້ ເຊິ່ງຖ້າຫາກວ່າດໍາເນີນການໄປໄລຍະໜຶ່ງ ແລ້ວພົບວ່າສາມາດຄວບຄຸມສະຖານະການໄດ້ດີ ກໍຈະພິຈາລະນາໃຫ້ນັກທ່ອງທ່ຽວກຸ່ມອື່ນໆເຂົ້າມາຕາມລໍາດັບ, ສ່ວນການເປີດຮັບນັກທ່ອງທ່ຽວຕາມແນວທາງ “travel bubble” ຈະບໍ່ມີການກັກຕົວ 14 ມື້ ແຕ່ມີມາດຕະການອື່ນຮອງຮັບ ເພື່ອສ້າງຄວາມໝັ້ນໃຈໃນຄວາມປອດໄພ ໂດຍເລີ່ມຈາກການເລືອກປະເທດກຸ່ມເປົ້າໝາຍທີ່ມີຄວາມປອດໄພ ແລະ ສາມາດຄວບຄຸມການລະບາດຄັ້ງນີ້ໄດ້ດີ, ພ້ອມທັງມີການກວດຫາເຊື້ອ Covid-19 ກ່ອນເດີນທາງອອກຈາກປະເທດຕົ້ນທາງ ແລະ ກວດອີກເທື່ອໜຶ່ງເມື່ອເດີນທາງຮອດປະເທດໄທ ອາດຈະມີການກໍານົດພື້ນທີ່ ທີ່ນັັກທ່ອງທ່ຽວບໍ່ສາມາດເດີນທາງໄປໄດ້ ໂດຍມີການຕິດຕາມຕົວຜ່ານ Application ຕະຫຼອດເວລາທີ່ຢູ່ໃນໄທ, ນອກຈາກນັ້ນ ຍັງມີມາດຕະການປ້ອງກັນ ຕາມແຕ່ລະພື້ນທີ່… ແລະ ສິ່ງທີ່ສໍາຄັນ ຄົນຕ່າງປະເທດທີ່ຈະເດີນທາງເຂົ້າມາປະເທດໄທ ລ້ວນແລ້ວແຕ່ຕ້ອງມາຈາກບັນດາປະເທດທີ່ມີຄວາມສາມາດໃນການຮັບມືກັບພະຍາດ Covid-19 ໄດ້ດີເທົ່າໆກັບປະເທດໄທ.

ແຫຼ່ງຂໍ້ມູນ: https://www.posttoday.com/economy/news/625975

Comments