ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2021

(ສພຊ) ກອງປະຊຸມຄະນະປະຈໍາ (ຄປຈ) ສະພາແຫ່ງຊາດ (ສພຊ) ປະຈໍາເດືອນສິງຫາ 2021 ໄດ້ໄຂຂຶ້ນ ແລະ ດໍາເນີນເປັນເວລາ 2 ວັນ ໃນລະຫວ່າງວັນທີ 30-31 ສິງຫາ 2021 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ ປະທານ ຄປຈ. ສພຊ, ປະທານ ສພຊ, ເຂົ້າຮ່ວມມີບັນດາຄະນະປະຈໍາ ສພຊ, ກໍາມະການຄະນະປະຈໍາ ສພຊ, ປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນຕີ, ຮອງລັດຖະມົນຕີ ທີ່ກ່ຽວຂ້ອງ, ຄະນະກົມ ແລະ ວິຊາການຈໍານວນໜຶ່ງ.

May be an image of ໃນຮົ່ມ

ກອງປະຊຸມໄດ້ຮັບລາຍງານ ຈາກຄະນະສະເພາະກິດຂອງສະພາແຫ່ງຊາດ ກ່ຽວກັບຜົນຂອງກອງປະຊຸມທາງໄກ ລະຫວ່າງ ຄະນະເລຂາທິການ ສພຊ ແລະ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ກ່ຽວກັບສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ COVID-19. ຈາກນັ້ນ, ກອງປະຊຸມໄດ້ມີການປຶກສາຫາລື ແລະ ປະກອບຄໍາເຫັນ ໃສ່ການຕົກລົງໄລຍະເວລາຈັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສພຊ ຊຸດທີ IX, ການລາຍງານຂອງກໍາມາທິການກົດໝາຍ ເຊັ່ນ: ລາຍງານການຮຽບຮຽງກົດໝາຍ ທີ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຊ ຊຸດທີ IX ຮັບຮອງເອົາ ຄື: ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສວຍສາອາກອນ ແລະ ກົດໝາຍວ່າດ້ວຍຢາເສບຕິດ; ລາຍງານການກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝຍວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ); ລາຍງານການຄົ້ນຄວ້າໜັງສືສະເໜີ ຂອງສານປະຊາຊົນສູງສຸດ ກ່ຽວກັບການສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍສານປະຊາຊົນສູງສຸດ; ລາຍງານຄວາມຄືບໜ້າຂອງການຄົ້ນຄວ້າບັນດາຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາ ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສພຊ ຊຸດທີ IX; ກອງປະຊຸມຍັງໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ການລາຍງານຂອງກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນຕົ້ນ: ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການພິຈາລະນາຮັບຮອງ ການຍົກເວັ້ນການປະຕິບັດບາງມາດຕາຂອງກົດ ໝາຍ ແລະ ຂໍຫັນປ່ຽນເນື້ອທີ່ດິນກະສິກໍາ ແລະ ປ່າໄມ້ ທີ່ພົວພັນກັບໂຄງການເຂື່ອນໄຟຟ້າ ຫລວງພະບາງ, ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການສະເໜີຫັນປ່ຽນເນື້ອທີ່ດິນປ່າໄມ້ທໍາມະຊາດ ໄປເປັນທີ່ດິນອຸດສາຫະກໍາແບບຊົ່ວຄາວ ໃນເຂດປ່າປ້ອງກັນແຫ່ງຊາດຍອດນໍ້າອູ ເພື່ອນໍາໃຊ້ເຂົ້າໃນໂຄງການຂຸດຄົ້ນຖ່ານຫີນ ຢູ່ບ້ານທຸຈາງຟາງ ເມືອງຍອດອູ ແຂວງຜົ້ງສາລີ, ລາຍງານຜົນການຄົ້ນຄວ້າໜັງສືສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການສະເໜີຍົກເວັ້ນ ບາງມາດຕາຂອງກົດໝາຍ ແລະ ລັດຖະບັນຍັດ ທີ່ພົວພັນກັບໂຄງການທາງດ່ວນໝາຍເລກ 1 ແຕ່ບ້ານໂນນຫວາຍ ເມືອງໄຊເສດຖາ ຫາ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ, ລາຍງານກ່ຽວກັບເຫດຜົນ ແລະ ຄວາມຈໍາເປັນໃນການສະເໜີເອົາບັນດາຫົວຂໍ້ ເພື່ອບັນຈຸເຂົ້າໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ຄື: ວິໄສທັດ ພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025); ແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025).

ນອກຈັ້ນນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ບົດລາຍງານຂອງ ກໍາມາທິການ ການຕ່າງປະເທດ, ກໍາມາທິການແຜນການ ການເງິນ ແລະ ການກວດສອບ, ກໍາມາທິການວັດທະນະທໍາ-ສັງຄົມ ແລະ ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

Comments