ສະຫລຸບຜົນສຳເລັດກະກຽມດັດສະນີໝາຍ ການພັດທະນາ ຊາວໜຸ່ມອາຊຽນ ໃນໄລຍະທີ 2

ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມກອງປະຊຸມ ການສະຫລຸບລາຍງານຜົນສຳເລັດ ຂອງການກະກຽມດັດສະນີໝາຍ ການພັດທະນາຊາວໜຸ່ມອາຊຽນ ໃນໄລຍະທີ 2 ( YDI ) ຮ່ວມກັບບັນດາລັດຖະມົນຕີ ຊາວໜຸ່ມອາຊຽນ ແບບທາງໄກ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2021.

May be an image of 1 ຄົນ ແລະ ຢືນ

ກອງປະຊຸມຄັ້ງນີ້, ເພື່ອສ້າງເວທີໃຫ້ແກ່ເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ, ເຄືອຂ່າຍການເຊື່ອມໂຍງຊາວໜຸ່ມອາຊີ-ປາຊີຟິກ ແລະ ບັນດາອົງການຈັດຕັ້ງຊາວໜຸ່ມ ເພື່ອສົນທະນາ ແລະ ວາງແຜນການດຳເນີນງານ ວ່າດ້ວຍການຕິດຕາມ ແລະ ປະເມີນແຜນການດຳເນີນງານ ການພັດທະນາຊາວໜຸ່ມ 5 ປີໃນຕໍ່ໜ້າ. ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນວາງຄາດໝາຍສູ້ຊົນ, ແຜນການກະກຽມການຕິດຕາມ ແລະ ປະເມີນຜົນ, ໄລຍະເວລາໃນການກະກຽມຂັ້ນສຸດທ້າຍ ເພື່ອທີ່ຈະສະເໜີໃຫ້ແກ່ບັນດາລັດຖະມົນຕີ ຊາວໜຸ່ມອາຊຽນ ເພື່ອຮັບຮອງໃນຂັ້ນຕໍ່ໄປ.

May be an image of ຢືນ, ໜ້າຈໍ ແລະ ໃນຮົ່ມ

ການຮ່ວມມືລະຫວ່າງ ເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ, ກອງເລຂາອາຊຽນ ແລະ ເຄືອຂ່າຍການເຊື່ອມໂຍງຊາວໜຸ່ມອາຊີ-ປາຊິຟິກ ມີຈຸດປະສົງ ຈະສ້າງຕັ້ງ ແລະ ດຳເນີນການຕິດຕາມ ແລະ ການປະເມີນແຜນການດຳເນີນງານ ການພັດທະນາຊາວໜຸ່ມອາຊຽນ ແຕ່ປີ 2021-2025 ບົນພື້ນຖານການມີສ່ວນຮ່ວມຂອງຫລາຍຝ່າຍ, ຫລາຍຄູ່ຮ່ວມງານ ຂອງແຕ່ລະຂະແໜງການ ແລະ ຜູ້ຊ່ຽວຊານ, ບົນພື້ນຖານມາດຕະຖານ ແລະ ຄວາມເປັນເອກະພາບ ທາງດ້ານເນື້ອໃນຂອງຕົວຊີ້ວັດ ດັດຊະນີໝາຍການພັດທະນາຊາວໜຸ່ມອາຊຽນ, ໂດຍການຄວບຄຸມກົນໄກການເກັບກໍາຂໍ້ມູນ ທີ່ມີຢູ່ທັງໃນລະດັບປະເທດ ແລະ ພາກພື້ນອາຊຽນ, ຄາດຄະເນຜົນໄດ້ຮັບໄລຍະສັ້ນ ໄດ້ລົງເລິກບັນດາທິດສະດີການປ່ຽນແປງ ທີ່ຕິດພັນກັບແຜນແມ່ບົດປະຊາຄົມອາຊຽນ 2025 ແລະ ແຜນການດໍາເນີນງານທີ່ເປັນໄປໄດ້ ວ່າດ້ວຍການຈັດຕັ້ງປະຕິບັດແຜນງານ ການພັດທະນາຊາວໜຸ່ມອາຊຽນ 2021-2025 (ANNEX), ການວິໄຈ ປະມານ 14 ຕົວຊີ້ວັດ ທີ່ຊີ້ໃຫ້ເຫັນເຖິງໝາກຜົນຂອງແຕ່ລະກິດຈະກໍາ ພາຍໃຕ້ບັນດາແຜນກິດຈະກຳ ທີ່ໄດ້ຜ່ານການພິຈາລະນາໃຫ້ຈັດຕັ້ງປະຕິບັດ (ກິດຈະກຳທີ່ນອນຢູ່ໃນແຜນ ການດຳເນີນງານ ການພັດທະນາຊາວໜຸ່ມອາຊຽນ) ໄລຍະຍາວ: ການສະໜັບສະໜູນທາງດ້ານເຕັກໂນໂລຊີ ຂອງເຄືອຂ່າຍການເຊື່ອມໂຍງຊາວໜຸ່ມອາຊີ-ປາຊີຟິກ ຕໍ່ກອງເລຂາອາຊຽນ ໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດແຜນການດຳເນີນງານ ການພັດທະນາຊາວໜຸ່ມອາຊຽນ ປີ 2021-2025.

Comments