General

ກອງປະຊຸມ ລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13

ໃນຕອນບ່າຍຂອງວັນທີ 13 ກັນຍາ 2021, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ນະ ຄອນຫລວງວຽງຈັນ ໄດ້ມີກອງປະຊຸມລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13 ຜ່ານລະບົບທາງ ໄກ ໂດຍເປັນກອງປະຊຸມຄູ່ຂະໜານກັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະ ຊຸມທີ່ກ່ຽວຂ້ອງ. ໂດຍໃຫ້ກຽດເປັນປະທານຮ່ວມມີ ລາວ-ຍີ່ປຸ່ນ, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Kajiyama Hiroshi ລັດຖະມົນຕີ ກະຊວງເສດ ຖະກິດ, ການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ, ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມຈາກປະເທດແມ່ນ້ຳຂອງ (ກຳປູ ເຈຍ, ສປປ ລາວ, ໄທ, ມຽນມາ, ແລະ ຫວຽດນາມ) ແລະ ເລຂາທິການໃຫ່ຍອາຊຽນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຝ່າຍຍີ່ປຸ່ນ ໄດ້ເນັ້ນເນື້ອໃນສຳຄັນຂອງກອງປະຊຸມລັດຖະມົນຕີ ເສດຖະກິດແມ່ ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ແລະ ...

Read More »

ມອບຜະລິດຕະພັນ ຢາພື້ນເມືອງລາວ ໃຫ້ 3 ແຂວງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19

ແຫລ່ງຂ່າວຈາກ ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ໃນລະຫວ່າງວັນທີ 8-10 ກັນຍາ 2021 ຜ່ານມາ, ສະຖາບັນການແພດ ແລະ ການຢາພື້ນເມືອງ ກະ ຊວງສາທາລະນະສຸກ ໄດ້ລົງມອບຜະລິດຕະພັນຢາພື້ນເມືອງລາວ 3 ຊະນິດ: ລາຊາບີ, ຄາວທອງ ແລະ ກະຊາຍຂາວ ເຂົ້າໃນການປະກອບສ່ວນສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ. ຕາງໜ້າມອບໂດຍທ່ານ ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ຕາງໜ້າຮັບໂດຍ ຄະນະພະແນກສາທາລະນະສຸກແຂວງ ພ້ອມດ້ວຍທີມງານຂັ້ນແຂວງເຂົ້າຮ່ວມ. ໃນໂອກາດດຽວກັນນີ້, ຄະນະທີມງານຈາກສູນກາງ ຍັງໄດ້ແນະນຳຜະລິດຕະພັນຢາພື້ນເມືອງ, ການຢັ້ງຢືນຄຸນນະພາບ-ຄວາມປອດໄພ ແລະ ວິທີການນຳໃຊ້ຢາ ພ້ອມແນະນຳແບບຟອມການບັນທຶກ ຕິດຕາມຄົນເຈັບ ແລະ ການລາຍງານໃຫ້ຄະນະທີມງານຂັ້ນແຂວງ. ສະເພາະສັບພະຄຸນຂອງຜັກລາຊາບີ ແມ່ນນໍາໃຊ້ເຂົ້າໃນການແກ້ໄຂ້, ລົດໄຂ້, ເຈັບຄໍ, ອັກເສບປອດຕ່າງໆເຫັນວ່າໄດ້ຜົນດີ ໃຊ້ກັບຄົນເຈັບທີ່ຢູ່ໃນໄລຍະຕິດເຊື້ອບໍ່ຮຸນແຮງ; ສຳລັບສັບພະຄຸນຂອງຜັກຄາວທອງ ຊ່ວຍສ້າງພູມຄຸ້ມກັນ ຖ້າຄົນເຮົາມີພູມຄຸ້ມກັນແມ່ນສາມາດຕ້ານເຊື້ອໄວຣັດ ແລະ ປັບສົມດູນໃນຮ່າງກາຍບໍ່ໃຫ້ຕິດເຊື້ອ ແລະ ...

Read More »

ສະຫະລັດອາເມລິກາ ສະໜັບສະໜູນກະຊວງສາທາລະນະສຸກ 2ລ້ານໂດລາ ເພື່ອບໍລິການວັກຊິນ ກັນພະຍາດໂຄວິດ19 ຢູ່ລາວ

ຕອນເຊົ້າວັນທີ 13 ກັນຍາ 2021 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດໂຄງການທີ່ສະຫະລັດອາເມລິກາ ສະໜັບສະໜູນກະຊວງສາທາລະນະສຸກໃນການບໍລິການວັກຊິນກັນພະຍາດໂຄວິດ 19 ມູນຄ່າ 2ລ້ານໂດລາ ຈາກອົງການ USAID ໂດຍຜ່ານອົງການ ຢູນີເຊັບ ແລະອົງການອະນາໄມໂລກ , ເຂົ້າຮ່ວມໃນພິທີ ມີ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ , ທ່ານນາງ ເພຍ ຣີເບວໂລບຣິດໂທ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ, ທ່ານ ຈຸນກາວ ຮັກສາການອົງການອະນາໄມໂລກປະຈໍາລາວ ແລະພາກສ່ວນກ່ຽວຂ້ອງ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວໃນພິທີວ່າ :ໂຄງການນີ້ມີຄວາມໝາຍສໍາຄັນຕໍ່ການຊ່ວຍເຫຼືອຢ່າງທັນການຂອງລັດຖະບານສະຫະລັດອາເມຣິກາໃນການຊ່ວຍເຫຼືອຄັ້ງນີ້ກໍຄືໃນຫຼາຍຄັ້ງຜ່ານມາ ຊຶ່ງເປັນການ ສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງລັດຖະບານສະຫະລັດອາເມຣິກາຕໍ່ລັດຖະບານລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະທ້າທາຍ, ການຊ່ວຍເຫຼືອໃນຄັ້ງນີ້ມີງົບປະມານ 2 ລ້ານໂດລາ, ໃນນັ້ນໄດ້ມີແຜນເພື່ອໄປຈັດຕັ້ງປະຕິບັດກິດຈະກໍາຊ່ວຍເຫຼືອໃນການແຈກຢາຍວັກຊິນໂຄວິດ-19 ເພື່ອໃຫ້ເຖິງເປົ້າໝາຍບຸກຄົນທີ່ເປັນບຸລິມະສິດໃນການຮັບວັກຊິນ ແລະການຕິດຕາມຄວາມຄືບໜ້າໃນການດໍາເນີນງານແຜນກິດຈະກໍາການແຈກຢາຍວັກຊິນດັ່ງກ່າວ ເພື່ອຮັບປະກັນໃຫ້ປະຊາຊົນລາວໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ທັນເວລາ. ສະນັ້ນການວາງນະໂຍບາຍ, ແຜນການ ແລະ ...

Read More »

ຄະນະສະເພາະກິດ ນະຄອນໄກສອນ ພົມວິຫານ ເຮັດບົດ ບັນທຶກ-ກ່າວເຕືອນ ຜູ້ລະເມີດ ຄຳສັ່ງຂອງທ່ານເຈົ້າແຂວງ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 12 ກັນຍາ ນີ້, ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແຫ້ໄຂການລະບາດຂອງພະຍາດ ໂຄວິດ-19 ນໍາໂດຍ ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິຫານ, ທັງເປັນກອງເລຂາຄະນະສະເພາະກິດນະຄອນ ໄດ້ສົມທົບກັບກໍາລັງ ເຈົ້າໜ້າທີ່ຕໍາຫລວດ ປກສ ນະຄອນ, ປກສ ກຸ່ມບ້ານ ແລະ ນາຍບ້ານ ລົງເຮັດບົດທຶກ ກ່າວເຕືອນ ປະຊາຊົນຈຳນວນໜຶ່ງ ທີ່ຍັງຖືກເບົາ ຕັ້ງວົງຊຸມແຊວເຫລົ້າ-ເບຍ,ຮ້ານຂາຍເສື້ອ ແລະ ກິລາໃນຮົ່ມທຸກປະເພດ, ເຊິ່ງເປັນການລະເມີດ ຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ໄກ ສອນ ພົມວິຫານ. ການລົງເຄື່ອນໄຫວຄັ້ງນີ້, ຄະນະສະເພາະກິດ ແລະ ເຈົ້າໜ້າທີ່ ກໍໄດ້ໄດ້ກ່າວເຕືອນເຈົ້າຂອງຮ້ານຜູ້ປະກອບການ, ຕັ້ງວົງຊຸມແຊວເຫລົ້າເບຍ ແລະ ກິລາໃນຮົ່ມ ແລະ ຂໍການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການນໍາກັນ ໃນການປະຕິບັດມາດຕະການ ...

Read More »

ເວທີການຄ້າຂາຍເຕັກໂນໂລຊີ ຈີນ-ອາຊຽນ ໄດ້ເປີດນຳໃຊ້ຢ່າງ ເປັນທາງການ

ວັນທີ 9 ກັນຍາ 2021 ນີ້, ເວທີການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງການຮ່ວມມື ລະຫວ່າງ ຈີນ-ອາຊຽນ ຄັ້ງທີ 9 ທີ່ມີຫົວຂໍ້ ວ່າ: “ການພັດທະນາທີ່ປະດິດສ້າງເພື່ອໂອກາດ ແລະ ການພັດທະນາທີ່ຍືນ ຍົງເພື່ອອະນາຄົດ” ໄດ້ຈັດຂຶ້ນທີ່ນະຄອນນານນິງ ແຂວງກວາງຊີ ຂອງຈີນ. ຕາມຂ່າວໃຫ້ຮູ້ວ່າ: ໃນດ້ານການສ້າງຫ້ອງທົດລອງ ປີ 2021 ແມ່ນປີ ແຫ່ງການພົວພັນຂອງຄູ່ສົນທະນາ ຈີນ-ອາຊຽນ ທີ່ສ້າງຕັ້ງຂຶ້ນຄົບຮອບ 30 ປີ, ທັງແມ່ນປີຮ່ວມມືການພັດທະນາແບບຍືນຍົງ ຈີນ-ອາຊຽນ. ໃນດ້ານ ການຮ່ວມມືຖ່າຍທອດເຕັກໂນໂລຊີນັ້ນ, ຈີນ-ອາຊຽນ ໄດ້ສ້າງເຄືອຂ່າຍ ການຮ່ວມມືຖ່າຍທອດເຕັກໂນໂລຊີ ທີ່ກວມໄປອົງການ ແລະ ວິສາຫະກິດ ທີ່ກ່ຽວຂ້ອງຂອງ ຈີນ ແລະ ອາຊຽນ ຫລັງການສ້າງຕັ້ງສູນຖ່າຍທອດເຕັກ ໂນໂລຊີຈີນ-ອາຊຽນ 8 ປີມານີ້. ຕາມຂ່າວໃຫ້ຮູ້ອີກວ່າ: ໃນດ້ານການສ້າງຫ້ອງທົດລອງຮ່ວມກັນນັ້ນ, ຈີນ ແລະ ປະເທດທີ່ກ່ຽວຂ້ອງໄດ້ຮ່ວມກັນລິເລີ່ມການສ້າງຫ້ອງທົດລອງ ຮ່ວມ ລະດັບຊາດ 10 ແຫ່ງແລ້ວເຊັ່ນ: ຫ້ອງທົດລອງຮ່ວມ ...

Read More »

ຄະນະສະເພາະກິດແຂວງຫຼວງພະບາງ ປຶກສາຫາລືວຽກງານສຸກເສີນ ເພື່ອຕອບໂຕການແຜ່ລະບາດຂອງພະຍາດໂຄວິດ 19

ວັນທີ 11 ກັນຍາ 2021 ນີ້ ຄະນະສະ ເພາະກິດ ເພື່ອປ້ອງກັນ ຄວບຄຸມ ສະກັດກັ້ນ ແລະແກ້ໄຂ ການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານສຸກເສີນ ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ 19 ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ມີຄະນະສະເພາະກິດຂັ້ນແຂວງ ເຂົ້າຮ່ວມ. ວາລະກອງປະຊຸມ ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນເນັ້ນໃຫ້ຄະນະສະເພາະກິດຂັ້ນແຂວງ ສຸມໃສ່ຄົ້ນຄວ້າທີມແພດ ແລະເຈົ້າໜ້າທີ່ ເຂົ້າປ່ຽນປະຈຳການຢູ່ສູນກັດກັນ, ການວາງແຜນຂະຫຍາຍໂຮງໝໍພາກສະໜາມ ເພື່ອສະດວກໃນການປີ່ນປົວຜູ້ຕິດເຊື້ອ, ການຄົ້ນຄວ້າກ່ຽວກັບການເພີ່ມມາດຕະການເຂັ້ມງວດ ຕໍ່ການເດີນທາງເຂົ້າມາຫຼວງພະບາງ ແລະຫ້າມບຸກຄົນພາຍໃນແຂວງ ເດີນທາງໄປຕ່າງແຂວງ-ຕ່າງເມືອງ ຫາກບໍ່ມີຄວາມຈຳ ເປັນ, ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຄະນະນຳຂອງພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ຮີບຮ້ອນປືກສາຫາລືກັບຄະນະສະເພາະກິດບັນດາແຂວງ ກ່ຽວກັບການຮັບເອົາແຮງງານ ຈາກຕ່າງແຂວງ ແລະຕ່າງປະເທດເຂົ້າມາພາຍໃນແຂວງ ເນື່ອງຈາກປະຈຸບັນແຂວງຫຼວງພະບາງ ມີຄວາມຫຍຸ້ງຍາກຫຼາຍ ກ່ຽວກັບການນຳໃຊ້ສູນຈຳກັດບໍລິເວນ ເຊີ່ງອາດ ຈະມີຜູ້ຕິດເຊື້ອເພີ່ມຂື້ນເປັນຈຳນວນ ຫຼາຍ. ສຳລັບຂໍ້ມູນຫຼ້າສຸດ ໃນວັນທີ່ 11 ກັນຍາ ...

Read More »

ຮອງປະທານປະເທດ ຕ້ອນຮັບປະທານສະພາ ບໍລິຫານ ບໍລິສັດທາງລົດໄຟ ລາວ-ຈີນ

ວັນທີ 7 ກັນຍາ 2021 ທີ່ທຳນຽບປະທານປະເທດ ທ່ານ ບຸນທອງ ຈິດມະນີ ຮອງປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ລາຍງານຄວາມຄືບໜ້າ ຂອງໂຄງການລົດໄຟ ລາວ-ຈີນ ຂອງ ທ່ານ ຈູ໋ ກົ່ວຈ່ຽງ ປະທານສະພາບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ. ທ່ານ ຈູ໋ ກົ່ວຈ່ຽງ ໄດ້ລາຍງານໃຫ້ຊາບວ່າ: ພາຍໃຕ້ການນໍາພາອັນເຂັ້ມແຂງຂອງພັກ ແລະ ລັດຖະບານລາວ, ຜູ້ເຂົ້າຮ່ວມການກໍ່ສ້າງໂຄງການລົດໄຟ ລາວ-ຈີນ ໄດ້ຮ່ວມກັນຜ່ານຜ່າອຸປະສັກຕ່າງໆ ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານການກໍ່ສ້າງໂຄງການດັ່ງກ່າວ, ໄດ້ມີຄວາມຄືບໜ້າ ແລະ ມາຮອດປັດຈຸບັນ ການກໍ່ສ້າງແມ່ນສໍາເລັດເກືອບ 100%, ເຊິ່ງສະແດງໃຫ້ເຫັນວ່າ ໂຄງການລົດໄຟ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະຮັບຮອງໂຄງການ ແລະ ກະ ກຽມເປີດໃຫ້ບໍລິການຢ່າງຮອບດ້ານ, ສິ່ງສຳຄັນແມ່ນພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ມີຄວາມຈຳ ເປັນສືບຕໍ່ປຶກສາຫາລື ເພື່ອໃຫ້ການເປີດນຳໃຊ້ທາງລົດໄຟດັ່ງກ່າວ ມີປະສິດຕິຜົນ. ພ້ອມນີ້, ທ່ານ ຈູ໋ ກົ່ວຈ່ຽງ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ຮອງປະທານປະເທດ ບຸນທອງ ...

Read More »

ປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງ ພັກກອມມູນິດຈີນ ແລະ ພັກການເມືອງ ປະເທດອາຊີອາຄະເນ ແລະ ອາຊີໃຕ້

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກກອມມູນິດຈີນ, ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ນຳພາຄະ ນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງ ພັກກອມມູນິດຈີນ ແລະ ພັກການເມືອງປະເທດອາຊີອາຄະເນ ແລະ ອາຊີໃຕ້ ຜ່ານວີດີໂອທາງໄກ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 9 ກັນ ຍາ 2021 ຢູ່ໜານນິງ, ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ, ສປ ຈີນ ພາຍໃຕ້ຫົວຂໍ້: “ເພີ່ມທະວີການຮ່ວມມືພັກການເມືອງ ເພື່ອພ້ອມກັນສະແຫວງຫາການພັດທະນາເສດຖະກິດ”, ໂດຍການເປັນເຈົ້າ ພາບຮ່ວມ ຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ຄະນະບໍລິຫານງານພັກເຂດປົກຄອງຕົນເອງ ເຜົ່າຈວ້ງກວາງຊີ, ເຊິ່ງມີຜູ້ຕາງໜ້າ ຈາກ 40 ກວ່າພັກການເມືອງ ຈາກ 16 ປະເທດໃນອາຊີອາຄະເນ ແລະ ອາຊີໃຕ້ ແລະ ສປ ຈີນ ເຂົ້າຮ່ວມ.ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ປະກອບຄຳເຫັນໃນກອງປະຊຸມ ຜ່ານວີດີໂອທາງໄກ, ໂດຍໄດ້ສະແດງຄວາມຊົມເຊີຍ ວັນສ້າງຕັ້ງພັກກອມມູນິດຈີນ ຄົບ ຮອບ 100 ປີ ...

Read More »

ນາຍົກລັດຖະມົນຕີ ກ່າວຄໍາປາໄສ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18

ໃນວັນທີ 10 ກັນຍາ 2021, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວຄໍາປາໄສ (ແບບບັນທຶກວິດີໂອ) ຮ່ວມກັບ ທ່ານ ວາງ ກີຊານ (Wang Qishan) ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 18, ໃນຖານະ ສປປ ລາວ ເປັນປະເທດກິດຕິມະສັກ ຂອງລັດຖະບານແຫ່ງ ສປ ຈີນ ເປັນປີທີ 2 ຕິດຕໍ່ກັນ. ງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້​ຄຳ​ຂວັນ “ກາລະໂອກາດຮ່ວມກັນ ຈາກແລວການຮ່ວມມືທາງບົກ-ທາງທະເລ ແບບໃໝ່, ສ້າງຄູ່ຮ່ວມຊາຕາກໍາ ອາຊຽນ-ຈີນ” ແມ່ນໃນຮູບແບບທາງໄກ ແລະ ເຂົ້າຮ່ວມກັບທີ່ ຊຶ່ງໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ ອາຊຽນ ແລະ ສປ ຈີນ ສະເຫຼີມສະຫຼອງການພົວພັນຮ່ວມມື ຄົບຮອບ 30 ປີ. ...

Read More »

ເຈົ້າເມືອງທຸລະຄົມ ລົງຕິດຕາມຊຸກຍູ້ ການກໍ່ສ້າງຂົວນໍ້າພະນາຍ

ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 8 ກັນຍາ ນີ້, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ລົງຕິດຕາມການກໍ່ສ້າງຂົວນໍ້າພະນາຍ (ທາງເລກທີ 10 ກມ 63+400) ບ້ານເກິນກາງ ເມືອງທຸລະຄົມ ເພື່ອເຮັດໃຫ້ການກໍ່ສ້າງຂົວ ເປັນໄປຕາມແບບ, ຕາມເຕັກນິກ ແລະ ໃຫ້ການກໍ່ສ້າງສໍາເລັດໃນເວລາທີ່ກໍານົດໄວ້. ທ່ານ ທອງປະເສີດ ເພັດລາສີ ຮອງຫົວໜ້າຄະນະຮັບຜິດຊອບ ໂຄງການສ້ອມແປງທາງຫລວງແຫ່ງ ຊາດເລກທີ 13, ທັງເປັນຄະນະຮັບຜິດຊອບການກໍ່ສ້າງຂົວນໍ້າພະນາຍ ໄດ້ໃຫ້ຮູ້ວ່າ: ພາຍຫລັງມີໜັງສືສັນຍາກໍ່ສ້າງຂົວນໍ້າພະນາຍ ວັນທີ 28 ມິຖຸນາ 2021, ຄະນະຮັບຜິດຊອບການກໍ່ສ້າງໄດ້ສົມທົບກັບ ບໍລິສັດຮັບເໝົາ ຄື: ບໍລິສັດມາລີນີ ຈໍາກັດ ແລະ ຂະແໜງການກ່ຽວຂ້ອງ ວາງແຜນຮີບຮ້ອນຈັດຕັ້ງປະຕິບັດການກໍ່ສ້າງ ໂດຍລຽງລໍາດັບແຕ່ລະໜ້າວຽກທີ່ຮີບດ່ວນ ແລະ ວຽກໃດທີ່ຕ້ອງເຮັດຕາມຫລັງ ຕາມແບບເຕັກນິກຂອງການອອກແບບທີ່ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງຮັບຮອງ, ແຕ່ເນື່ອງການລົງມືຈັດຕັ້ງປະຕິບັດຕົວຈິງນັ້ນ ຍັງມີບາງເງື່ອນໄຂ ແລະ ປັດໄຈບາງດ້ານທີ່ບໍ່ທັນເອື້ອອໍານວຍ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ແກ້ໄຂໄປນໍາ, ລວມທັງຄວາມຫຍຸ້ງຍາກໃນການຕອກເສົາເຂັມ, ...

Read More »