ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ອຄ ຈະຈັດຂຶ້ນໃນທ້າຍເດືອນກັນຍານີ້

ທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ໃຫ້ສໍາພາດເມື່ອບໍ່ນານມານີ້, ກ່ຽວກັບການກະກຽມຄວາມພ້ອມ ເພື່ອດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຸດສາຫະ ກໍາ ແລະ ການຄ້າ, ໂດຍລວມມີຄວາມຄືບໜ້າຫລາຍສົມຄວນ ເຊິ່ງຄາດວ່າຈະໃຫ້ສາມາດເປີດກອງປະຊຸມໄດ້ໃນທ້າຍເດືອນກັນຍາ 2021 ນີ້.

ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າ: ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງສະໄໝທີ IV ໃນວັນທີ 10 ກໍລະກົດ 2015 ທີ່ຜ່ານມາ ໄດ້ເລືອກເອົາຄະນະບໍລິຫານງານພັກ ຈໍານວນ 15 ສະຫາຍ, ຍິງ 3 ສະຫາຍ, ແຕ່ 12 ສະຫາຍ ໄດ້ຮັບນະໂຍບາຍອຸດໜູນບຳນານ. ປັດຈຸບັນ ຍັງມີຄະນະພັກກະຊວງ 3 ສະຫາຍ, ຍິງ 1 ສະຫາຍ. ອົງຄະນະພັກກະຊວງ ອຄ ມີ 2 ຄະນະພັກຮາກຖານ (ພ້ອມ 6 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ) ແລະ 24 ໜ່ວຍພັກຮາກຖານ.

ທົ່ວອົງຄະນະພັກ ມີສະມາຊິກພັກທັງໝົດ 742 ສະຫາຍ, ຍິງ 255 ສະຫາຍ, ສຳຮອງ 62 ສະຫາຍ, ຍິງ 28 ສະຫາຍ.

ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ອຄ 5 ປີ ຜ່ານມາ (2016-2020) ມີຜົນສໍາເລັດແຕ່ລະດ້ານ ດັ່ງນີ້:1) ວຽກງານການເມືອງ-ແນວຄິດຖັນແຖວພະນັກງານ-ສະມາຊິກພັກ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນ້ຳໃຈຮັກຊາດ ແລະ ຮັກລະບອບໃໝ່. ສະມາຊິກພັກ ແລະ ພະນັກງານລັດຖະກອນ ໂດຍລວມ ຍັງຮັກສາໄດ້ຄຸນທາດການ ເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ມີຄວາມອົດທົນ, ເສຍສະຫລະເພື່ອປະໂຫຍດສ່ວນລວມ, ຊຶ່ງທັງໝົດນີ້ສະແດງອອກໃນນ້ຳໃຈບຸກບືນ ແລະ ຄວາມຮັບຜິດຊອບ ຕໍ່ການປະຕິບັດໜ້າທີ່ການເມືອງຂອງ ແຕ່ລະສະຫາຍ.2) ວຽກງານການຈັດຕັ້ງ, ກໍ່ສ້າງພັກ ແລະ ປ້ອງກັນພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ກວດກາການກໍ່ສ້າງພັກ: ຄະນະພັກໄດ້ເອົາໃຈໃສ່ວຽກງານຂະຫຍາຍສະມາຊິກ ໂດຍຖືເອົາດ້ານຄຸນນະພາບເປັນກົກ ຮອດປັດຈຸບັນ ທົ່ວອົງຄະນະພັກ ມີສະມາຊິກພັກທັງໝົດ 742 ສະຫາຍ, ຍິງ 255 ສະ ຫາຍ, ສຳຮອງ 62 ສະຫາຍ, ຍິງ 28 ສະຫາຍ, ເມື່ອທຽບໃສ່ກອງປະຊຸມໃຫຍ່ ຄັ້ງທີ IV ສະມາຊິກພັກເພີ່ມຂຶ້ນ 228 ສະຫາຍ ເທົ່າກັບ 44%.ການປັບປຸງກົງຈັກການຈັດຕັ້ງລັດ: ປັດຈຸບັນໂຄງປະກອບການຈັດຕັ້ງຂັ້ນກະຊວງ ປະກອບມີ 1 ຫ້ອງການ, 12 ກົມ ແລະ 1 ສະຖາບັນ; ຂັ້ນພະແນກ ອຄ ແຂວງ/ນະຄອນຫລວງ ປະກອບມີ 9 ຂະແໜງ; ຫ້ອງການ ອຄ ຂັ້ນເມືອງ/ນະຄອນ ມີ 5 ໜ່ວຍງານ ແລະ ພ້ອມນັ້ນ ກໍຍັງໄດ້ປັບປຸງໜ້າທີ່ ແລະ ສິດ ຂອງແຕ່ລະພາກສ່ວນ ທີ່ສັງກັດໃນກົງຈັກຂອງກະຊວງ ອຄ. ພະນັກງານ-ລັດຖະກອນທົ່ວຂະແໜງ ອຄ ມີພະນັກງານທັງໝົດ ລວມທັງຍົກຍ້າຍມາ 2.918 ຄົນ, ຍິງ 910 ຄົນ, ເພີ້ມຂຶ້ນ 12,6%. (ໃນນັ້ນ ຂະແໜງ ອຄ ບາງແຂວງ ແລະ ບາງເມືອງ ຍັງບໍ່ທັນລວມເອົາຈໍານວນພະນັກງານຈາກຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເທື່ອ).

ການຄຸ້ມຄອງ ແລະ ບຳລຸງສ້າງພະນັກງານ: ໄດ້ເປີດຊຸດຝຶກອົບຮົມຍົກລະດັບທິດສະດີການ ເມືອງ-ການປົກຄອງ 45 ວັນ ໃນແຕ່ລະປີ, ໄດ້ນໍາສົ່ງພະນັກງານ-ລັດຖະກອນ ຂອງຂະແໜງ ໄປຍົກລະດັບທິດສະດີການເມືອງ-ການປົກຄອງ ຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ຫວຽດນາມ ແລະ ຈີນ.ວຽກງານກວດກາ: ໄດ້ເລັ່ງໃສ່ກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄື ຂອງອົງຄະນະພັກຂອງຕົນ, ການປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ແລະ ແຜນການພັດທະນາຂອງຂະແໜງການຕົນ ນັບທັງງົບປະມານລາຍຮັບ-ລາຍຈ່າຍ ແລະ ໂຄງການລົງທຶນຂອງລັດ.

ສ່ວນກະກຽມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຄ ມາຮອດປັດຈຸບັນ ໄດ້ສໍາເລັດການກະກຽມບັນດາເນື້ອໃນ ເອກະສານທີ່ຈະນໍາໄປຜ່ານກອງປະຊຸມໃຫຍ່ ຄັ້ງທີ V ເຊັ່ນ: 1) ຮ່າງລາຍງານກງານເມືອງ, 2) ຮ່າງບົດສໍາຫລວດການນໍາພາລວມ ແລະ 3) ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ (2021-2025). ພ້ອມນີ້, ກໍໄດ້ກະກຽມດ້ານບຸກຄະລາກອນ ຊຶ່ງແມ່ນບັນດາເປົ້າໝາຍທີ່ຈະລົງສະໝັກຮັບເລືອກຕັ້ງ ເພື່ອບັນຈຸເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ V ໂດຍຜ່ານການທາບທາມມາແລ້ວ 3 ຮອບ.ຄຽງຄູ່ກັນນັ້ນ, ຄະນະພັກ ກໍໄດ້ຊີ້ນຳຍູ້ແຮງຂະບວນການປະຕິບັດວຽກງານວິຊາສະເພາະອັນພົ້ນເດັ່ນແມ່ນ ການຈັດກອງປະຊຸມວິທະຍາສາດຫລາຍຄັ້ງ ແລະ ມໍ່ໆນີ້ ໄດ້ສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາ ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 13, ສ້າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2021-2025) ແລະ ສ້າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 05 ປີ (2021-2025), ຊຶ່ງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ກອງປະຊຸມລັດຖະ ບານ ໄດ້ຮັບຮອງໃນວັນທີ 24 ສິງຫາ 2021 ນີ້).ເພື່ອປະຕິບັດຕາມແຜນດໍາເນີນງານກອງປະຊຸມໃຫຍ່ ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະ ຊວງ ອຄ, ຄະນະພັກກະຊວງ ໄດ້ກໍານົດເອົາວັນທີ 23-24 ກັນຍາ 2021 ເພື່ອສະເໜີຂໍອະນຸມັດຈາກຄະນະຈັດຕັ້ງສູນກາງພັກ ເປັນມື້ດໍາເນີນກອງປະຊຸມຢ່າງເປັນທາງການ.

ສະນັ້ນ, ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງ ໃນໂອກາດກະກຽມເປີດກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງ ຮຽກຮ້ອງມາຍັງສະມາຊິກພັກທັງໝົດ ຈົ່ງສືບຕໍ່ເສີມຂະຫຍາຍມູນ ເຊື້ອສາມັກຄີເປັນຈິດໜຶ່ງໃຈດຽວ ສຸມສະຕິປັນຍາ ແລະ ເຂົ້າຮ່ວມກອງປະຊຸມ ເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຢ່າງຈົບງາມ.

Comments