ການຫຼຸດລົງຂອງ GDP ໃນໄຕມາດທີ 2 ຂອງປະເທດສະວີເດັນ ຮ້າຍແຮງທີ່ສຸດໃນປະຫວັດສາດໃໝ່…

ລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດສະວີເດັນຫຼຸດລົງເຖິງ 8,​6% ໃນໄຕມາດທີ 2 ຂອງປີ, ອີງຕາມການຄາດຄະເນ ຈາກຫ້ອງການສະຖິຕິພາຍໃນປະເທດ ໃນວັນທີ 5 ສິງຫາ ຜ່ານມາ ເຊິ່ງບັນທຶກເປັນການຫຼຸດລົງປະຈຳໄຕມາດ ທີ່ຮ້າຍແຮງທີ່ສຸດໃນປະຫວັດສາດໃໝ່. ການຫຼຸດລົງແມ່ນຮ້າຍແຮງກວ່າຄັ້ງຜ່ານໆມາ ເຖິງແມ່ນວ່າໄຕມາດທີ 4 ຂອງ ປີ 2008 ໃນເວລາທີ່ປະເທດພົບວິກິດການການເງິນໂລກ ແມ່ນຫຼຸດລົງພຽງແຕ່ 3.8%. ເຖິງຢ່າງໃດກໍຕາມ, ເສດຖະກິດຂອງປະເທດສະວີເດັນ ຍັງມີປະສິດທິພາບຫຼາຍກວ່າບັນດາປະເທດໃນເອີຣົບໃນໄລຍະ 3 ເດືອນ ຜ່ານມາ.

ທ່ານ David Oxley, ນັກເສດຖະສາດ ຂອງເອີຣົບທີ່ Capital Economics ກ່າວຕໍ່ CNBC ຜ່ານທາງອີເມວວ່າ: “ການຫຼຸດລົງຂອງ GDP ປະເທດສະວີເດັນ ບໍ່ມີການຮັບມືກັບການລະບາດຂອງພະຍາດ Covid-19, ເຖິງແມ່ນວ່າລັດຖະບານຈະວາງມາດຕະການ Lockdonw ກໍຕາມ”. ທ່ານກ່າວຕື່ມວ່າ: “ເຖິງຢ່າງໃດກໍ່ຕາມ, ເສດຖະກິດໃນ 6 ເດືອນຕົ້ນປີ ແມ່ນຍັງມີຄວາມແຕກຕ່າງກັນ ກັບເວດຖະກິດພາກໃຕ້ຂອງເອີຣົບ”. Robert Bergqvist, ຫົວໜ້າ ນັກເສດຖະສາດຂອງທະນາຄານ SEB, ກ່າວຕໍ່ CNBC ຜ່ານທາງອີເມວວ່າ: ຈາກການພິຈາລະນາໄຕມາດທຳອິດທີ່ເຂັ້ມແຂງ ຂອງປະເທດສະວີເດັນ, GDP ໄດ້ເພີ່ມ 0.1%, ເມື່ອມີການປັບຕົວຕາມລະດູການແລະ ທຽບໃສ່ 3 ເດືອນສຸດທ້າຍຂອງປີ 2019.

ຈາກການສຳຫຼວດເສດຖະສາດຂອງ Reuters ຄາດວ່າຈະມີການຫຼຸດລົງເຖິງ 0.6% ໃນໄຕມາດ. ປະເທດສະວີເດນມີການເສຍຊີວິດ 0.64 ຄົນ ຕໍ່ລ້ານຄົນ ຕໍ່ມື້ ໂດຍສະເລ່ຍ ໃນ 7 ມື້ ທີ່ຜ່ານມາ. ໃນວັນທີ 29 ພຶດສະພາ ລາຍງານວ່າມີຜູ້ເສຍຊີວິດ 5,5 ຄົນຕໍ່ ລ້ານຄົນ ຕໍ່ມື້.

ແຫຼ່ງຂໍ້ມູນ:​https://www.cnbc.com

Comments