ຕາມຂ່າວຈາກ ເບຣຸດ, ທ່ານ ມາຣວານ ອັບບູດ, ຜູ້ວ່າການ ນະຄອນຫລວງ ເບຣຸດ ຂອງລີບັງ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ເຫດລະເບີດຄັ້ງໃຫຍ່ນີ້ ມີຜູ້ເສຍຊີວິດເພີ່ມຂຶ້ນເກີນ 100 ຄົນ, ບາດເຈັບ 4.000 ກວ່າຄົນ ແລະ ເຮັດໃຫ້ປະຊາຊົນ ບໍ່ມີທີ່ຢູ່ອາໄສ 250.000-300.000 ຄົນ ສ້າງຄວາມເສຍຫາຍ ຄິດເປັນມູນຄ່າ ປະມານ 3-5 ຕື້ໂດລາ ສະຫະລັດ.


ເນື່ອງຈາກ ບໍລິເວນເກີດລະເບີດ ທີ່ທ່າກຳປັ່ນ ສ້າງຄວາມເສຍຫາຍເປັນວົງກວ້າງ ໄປເຖິງເຄິ່ງເມືອງຫລວງ ຂອງປະເທດ ທີ່ມີພື້ນທີ່ 19,8 ກິໂລຕາແມັດ ເຊິ່ງເປັນເຂດ ທີ່ມີຄວາມສຳຄັນ ທີ່ສຸດຂອງປະເທດ ເພາະເປັນສູນກາງທາງເສດຖະກິດ, ການເມືອງ, ວັດທະນະທຳ ແລະ ກິດຈະກຳ ທາງສັງຄົມ ມີປະຊາກອນ ທັງໝົດ 2,5 ລ້ານຄົນ ໃນເບຣຸດ ແລະ ເຂດຕົວເມືອງ ທີ່ມີຫລາກຫລາຍ ທາງດ້ານສາສະໜາ.

