ກົມໃຫຍ່ຕຳຫລວດ ເຜີຍແຜ່ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ…

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຜີຍແຜ່, ເຊື່ອມຊຶມວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 11 ສິງຫາ 2020 ທີ່ຫ້ອງປະຊຸມຂອງກົມໃຫຍ່ດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ມີບັນດານາຍຕຳຫລວດ ຈາກບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ກໍເພື່ອໃຫ້ນາຍຕຳຫລວດທີ່ເຮັດໜ້າທີ່ດຳເນີນຄະດີ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ລວມທັງກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ຄໍາສັ່ງແນະນໍາວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ທ່ານ ພົນຈັດຕະວາ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ການຟອກເງິນ ແມ່ນການນໍາເອົາເງິນ ຫລື ຊັບສິນທີ່ໄດ້ມາຈາກການກະທໍາຜິດ ຫລື ໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍ ແລ້ວມາປ່ຽນສະພາບເປັນເງິນ ຫລື ຊັບສິນທີ່ໄດ້ມາຢ່າງຖືກຕ້ອງ ເອີ້ນວ່າ: ຂັ້ນຕອນການດໍາເນີນການປ່ຽນ ເງິນເປື້ອນ ໃຫ້ເປັນ ເງິນສະອາດ. ສ່ວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນການນໍາເອົາເງິນ ຫລື ຊັບສິນສະໜັບສະໜູນເພື່ອໃຫ້ມີການກໍ່ການຮ້າຍໂດຍການນໍາເອົາເງິນ ຫລື ຊັບສິນນັ້ນ ໃຫ້ແກ່ບຸກຄົນ, ກຸ່ມຄົນ, ການຈັດຕັ້ງ ຫລື ອົງການກໍ່ການຮ້າຍ ທີ່ມີການກະທໍາທີ່ເປັນການກໍ່ການຮ້າຍດ້ວຍວິທີການໃດໜຶ່ງ ເອີ້ນວ່າ: ການເຄື່ອນໄຫວໂດຍເຈດຕະນາຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ເພື່ອພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນທີ່ຖືກຕ້ອງ ຫລື ບໍ່ຖືກຕ້ອງ ທັງໝົດ ຫລື ບາງສ່ວນ ເພື່ອສະ ໜອງການກໍ່ການຮ້າຍ ຫລື ການກະທໍາທີ່ພົວພັນກັບການກໍ່ການຮ້າຍໂດຍສະເພາະ ເຖິງວ່າທຶນນັ້ນ ຈະຖືກນໍາໃຊ້ ຫລື ບໍ່ໄດ້ນໍາໃຊ້ເຂົ້າໃນວຽກງານກໍຕາມ.


ໃນໂອກາດນີ້, ທ່ານ ພົນຈັດຕະວາ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ຮຽກຮ້ອງໃຫ້ບັນດາທ່ານໃນນາມເປັນອົງການດໍາເນີນຄະດີອາຍາ ໃຫ້ມີຄວາມຮັບຜິດຊອບສູງໃນການປຶກສາຫາລື ແລະ ແລກປ່ຽນຄໍາເຫັນໃສ່ວຽກງານການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ.

ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php

Comments