ນາຍົກ ປະເທດ ເລບານອນ ລາອອກຈາກຕໍາແໜ່ງ ເພື່ອຮັບຜິດຊອບຕໍ່່ເຫດການລະເບີດ…

ທ່ານ Hassan Diab ນາຍົກລັດຖະມົນຕີເລບານອນ ປະກາດລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ

ສຳນັກຂ່າວຕ່າງປະເທດລາຍງານຈາກເບຣຸດ ປະເທດເລບານອນ ໃນວັນທີ 11 ສິງຫາ 2020 ວ່າ: ທ່ານ ຮັດຊັນ ດີອັບ (Hassandi Ab) ຖະແຫຼງຜ່ານໂທລະພາບແຫ່ງຊາດ ໃນວັນທີ 10 ສິງຫາ ຜ່ານມາຕາມເວລາທ້ອງຖິ່ນ ປະກາດລາອອກຈາກຕຳແໜ່ງ ນາຍົກ ລັດຖະມົນຕີ ເລບານອນ ຫຼັງຈາກດຳລົງຕໍາແໜ່ງໄດ້ພຽງ 7 ເດືອນເທົ່ານັ້ນ.

ທັງນີ້ ການປະກາດລາອອກໄດ້ສົ່ງຜົນໃຫ້ ຄະນະລັດຖະມົນຕີສິ້ນສຸດວາລະຈາກຕຳແໜ່ງໄປພ້ອມກັນ ເພື່ອສະແດງ ຄວາມຮັບຜິດຊອບ ຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ ທີ່ທ່າເຮືອ ໃນນະຄອນຫລວງ ເບຣຸດ ເຮັດໃຫ້ມີ ຜູ້ເສຍຊີວິດ ຫລາຍກວ່າ 200 ຄົນ, ໄດ້ຮັບບາດເຈັບ 6.000 ກວ່າຄົນ ແລະ ສູນຫາຍອີກ ປະມານ 20 ຄົນ. ນອກນີ້ ປະຊາຊົນ ຫລາຍແສນຄົນ ບໍ່ມີທີ່ຢູ່ອາໄສ

ແຫຼ່ງຂໍ້ມູນ: https://l.facebook.com/l.php?

Comments