ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ

ສະຖານທູດ ສ.ເກົາຫລີ ປະຈຳ ສປປ ລາວ ໄດ້ຈັດພິທີມອບ-ຮັບລາງວັນ ການແຂ່ງຂັນອອກແບບ ແລະ ເປີດນຳໃຊ້ ສັນຍາລັກ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ (25/10/1995-25/10/2020) ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ ວັນທີ 11 ສິງຫາ 2020.

ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ. ເກົາຫລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການຈັດການແຂ່ງຂັນອອກແບບໃນຄັ້ງນີ້ ເປັນຄັ້ງທຳອິດ, ໂດຍມີຜູ້ສະໝັກຈາກລາວ ແລະ ສ.ເກົາຫລີ ຈຳນວນ 109 ຄົນ, ລວມມີ 200 ກວ່າແບບທີ່ສົ່ງເຂົ້າປະກວດ, ເຊິ່ງຜູ້ຊະນະເລີດແມ່ນ ທ້າວ ຄຳເກີດ ຟານຄຳ, ຮອງຊະນະເລີດ ທ້າວ ໄຊຍະພອນ ບົວຈັນທະລາ ແລະ ທີສາມແມ່ນທ້າວ ຢູ ກວາງ ສັນຊາດ ເກົາຫລີ.

ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຮູ້ຕື່ມວ່າ: ຕະຫລອດໄລຍະ 25 ປີຜ່ານມາ, ສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສ.ເກົາຫລີ ແມ່ນໄດ້ຮັບການເສີມຂະຫຍາຍທາງປະລິມານ ແລະ ຄຸນນະພາບໃນຫລາຍດ້ານ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ວຽກງານປ້ອງກັນຊາດ ແລະ ດ້ານວັດທະນະທໍາ-ສັງຄົມ.
ໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ທ່ານທູດ ສ.ເກົາຫລີ ທີ່ໄດ້ຈັດການປະກວດອອກແບບສັນຍາລັກ ສາຍພົວພັນ ຮ່ວມມື ລະຫວ່າງ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ ນີ້ຂຶ້ນ ແລະ ສະແດງຄວາມຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບລາງວັນຊະນະເລີດໃນຄັ້ງນີ້.


ກິດຈະກຳຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງການມີສ່ວນຮ່ວມຂອງປະຊາຊົນສອງຊາດ ໃນການ ສະແດງຄວາມສາມາດ, ຫົວຄິດປະດິດສ້າງ ເພື່ອອອກແບບສັນຍາລັກແຫ່ງການພົວພັນ ລະຫວ່າງ ສປປ ລາວ-ສ.ເກົາຫລີ ທີ່ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ກໍຄື ການຮ່ວມມືອັນດີງາມ ຂອງສອງປະເທດ ຕະຫລອດໄລຍະ 2 ທົດສະວັດເຄິ່ງຜ່ານມາ.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Comments