ຕົວເລກຕິດເຊື້ອ ໂຄວິດ-19 ທົ່ວໂລກ ທະລຸ 20 ລ້ານ ແລະ ເສຍຊີວິດຫຼາຍກວ່າ 7 ແສນ ຄົນ…

ປັດຈຸບັນ, ສະຖານະການ COVID-19 ໃນທົ່ວໂລກຍັງສືບຕໍ່ຮຸນແຮງຂຶ້ນເລື້ອຍໆ ເພາະຜູ້ຕິດເຊື້ອໃນມື້ດຽວຫຼາຍກວ່າ 2 ແສນ ຄົນ ລວມທັງໝົດ 20.233.350 ຄົນ ໂດຍຍອດຜູ້ເສຍຊີວິດເພິ່ມຂຶ້ນຫຼາຍກ່ວາ 737.809 ຄົນແລ້ວ. ເວັບໄຊ້ Worldometers ລາຍງານສະຖານະການ ໂຄວວິດ-19 ປະຈໍາວັນທີ 11 ສິງຫາ 2020 ຈໍານວນ 215 ປະເທດທົ່ວໂລກພົບຜູ້ຕິດເຊື້ອ ທັງໝົດ 20.233.350 ຄົນ ເພິ່ມຂຶ້ນ 204.317 ຄົນ, ເສຍຊີວິດ 737.809 ຄົນ ເພິ່ມຂຶ້ນ 4.251 ຄົນ, ປິ່ນປົວດີແລ້ວ 13.087.073 ຄົນ.


ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ 10 ອັນດັບທຳອິດໄດ້ແກ່

1 ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອ 5.246.696 ຄົນ, ເພິ່ມຂຶ້ນ 45.050 ຄົນ, ເສຍຊີວິດ 166.108 ຄົນ, ເພິ່ມຂຶ້ນ 485 ຄົນ, ປິ່ນປົວດີແລ້ວ 2.702.663 ຄົນ

2 ປະເທດບາຊິວ ມີຜູ້ຕິດເຊື້ອ 3.057.470 ຄົນ, ເພິ່ມຂຶ້ນ 21.888 ຄົນ, ເສຍຊີວິດ 101.857 ຄົນ, ເພິ່ມຂຶ້ນ 721 ຄົນ, ປິ່ນປົວດີແລ້ວ 2.163.812 ຄົນ

3 ປະເທດອິນເດຍ ມີຜູ້ຕິດເຊື້ອ 2.267.153 ຄົນ, ເພິ່ມຂຶ້ນ 53.016 ຄົນ, ເສຍຊີວິດ 45.353 ຄົນ, ເພິ່ມຂຶ້ນ 887 ຄົນ, ປິ່ນປົວດີແລ້ວ 1.581.640 ຄົນ

4 ປະເທດລັດເຊຍ ມີຜູ້ຕິດເຊື້ອ 892.654 ຄົນ, ເພິ່ມຂຶ້ນ 5.118 ຄົນ, ເສຍຊີວິດ 15.001 ຄົນ, ເພິ່ມຂຶ້ນ 70 ຄົນ, ປິ່ນປົວດີແລ້ວ 696.681 ຄົນ

5 ປະເທດອາຟິກາໃຕ້ ມີຜູ້ຕິດເຊື້ອ 563.598 ຄົນ, ເພິ່ມຂຶ້ນ 3.739 ຄົນ, ເສຍຊີວິດ 10.621 ຄົນ, ເພິ່ມຂຶ້ນ 213 ຄົນ, ປິ່ນປົວດີແລ້ວ 417.200 ຄົນ

6 ປະເທດເມັກຊິໂກ ມີຜູ້ຕິດເຊື້ອ 480.278 ຄົນ, ເພິ່ມຂຶ້ນ 4.376 ຄົນ, ເສຍຊີວິດ 52.298 ຄົນ, ເພິ່ມຂຶ້ນ 292 ຄົນ, ປິ່ນປົວດີແລ້ວ 322.465 ຄົນ

7 ປະເທດເປລູ ມີຜູ້ຕິດເຊື້ອ 478.024 ຄົນ, ເພິ່ມຂຶ້ນ 21.072 ຄົນ, ເສຍຊີວິດ 324.020 ຄົນ

8 ປະເທດໂຄລອມເບຍ ມີຜູ້ຕິດເຊື້ອ 397.623 ຄົນ, ເພິ່ມຂຶ້ນ 10.142 ຄົນ, ເສຍຊີວິດ 13.154 ຄົນ, ເພິ່ມຂຶ້ນ 312 ຄົນ, ປິ່ນປົວດີແລ້ວ 221.485 ຄົນ

9 ປະເທດຊິລີ ມີຜູ້ຕິດເຊື້ອ 375.044 ຄົນ, ເພິ່ມຂຶ້ນ 1.988 ຄົນ, ເສຍຊີວິດ 10.139 ຄົນ, ເພິ່ມຂຶ້ນ 62 ຄົນ, ປິ່ນປົວດີແລ້ວ 347.342 ຄົນ

10 ປະເທດສະເປນ ມີຜູ້ຕິດເຊື້ອ 370.044 ຄົນ, ເພິ່ມຂຶ້ນ 2.873 ຄົນ, ເສຍຊີວິດ 28.576 ຄົນ, ເພິ່ມຂຶ້ນ 73 ຄົນ

ແຫຼ່ງຂໍ້ມູນ: https://www.posttoday.com/world/630402

Comments