ກົມອຸຕຸຄາດອາທິດນີ້ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ…

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 10 ຫາ 16 ສິງຫາ 2020 ວ່າ: ໃນໄລຍະວັນທີ 10 ຫາ 12 ສິງຫາ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ.

ຈາກນັ້ນວັນທີ 13 ຫາ 16 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ແຫຼ່ງຂໍ້ມູນ: ​https://www.facebook.com/plugins/post.php

Comments