ຍື່ນສະເໜີປ່າສະຫງວນຫີນໜາມໜໍ່ເປັນມໍລະດົກທຳມະຊາດໂລກ ຕໍ່ UNESCO

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານ, ໃນນັ້ນມີພະນັກງານສອງຄົນ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ ຈະໄປເຮັດວຽກ ຊ່ວຍເຫຼືອປະເທດເພື່ອນມິດລາວ ເພື່ອພ້ອມກັນເຮັດວຽກກັບ ກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ ປັບປຸງສໍານວນເອກະສານຍື່ນສະເໜີຕໍ່ UNESCO ຮັບຮອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກທໍາມະຊາດໂລກ.

ປັດຈຸບັນ, ຫີນໜາມໜໍ່ ແມ່ນເຂດອະນຸລັກຮັກສາທໍາມະຊາດຂຶ້ນກັບແຂວງຄໍາມ່ວນ, ຕິດກັບລະບົບພູຫີນປູນຕາມເສັ້ນຊາຍແດນຫວຽດນາມ-ລາວ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ (123.00 ເຮັກຕາ).

ສະນັ້ນ, ຈໍາເປັນຕ້ອງນອນໃນລະບົບດຽວກັນເພື່ອອະນຸລັກຮັກສາ ແລະສ້າງເປັນເຂດພູຫີນປູນໃຫຍ່ທີ່ສຸດຢູ່ອາຊີ.

ນອກຈາກການໜູນຊ່ວຍຈາກກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ແຂວງກວາງບິ່ງ ມີແຜນການໜູນຊ່ວຍຄື ແບ່ງປັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງ, ເຮັດແຜນທີ່ລວມລະຫວ່າງສອງຝ່າຍເພື່ອນໍາໃຊ້ໃນການເຄື່ອນໄຫວຮ່ວມມືລະຫວ່າງຊາຍແດນ, ຊ່ວຍລາວ ກ່ຽວກັບບົດຮຽນຍົກສູງຄວາມຮັບຮູ້ຂອງປະຊາຄົມໃນການອະນຸລັກຮັກສາ, ຮ່ວມກັນຄຸ້ມຄອງຊັບພະຍາກອນທຳມະຊາດ.

ແຫຼ່່ງຂໍ້ມູນ:​ https://www.facebook.com/plugins/post.php

Comments