ຖ້າສະຫະລັດຍັງຈະຢຸດໃຊ້ແອັບຂອງຈີນ ອາດຈະເຮັດໃຫ້ຍອດຂາຍ iPhone ຫຼຸດລົງ…

ຄໍາສັ່ງຂອງ ປະທານາທິບໍດີ ໂດນັລ ທຣໍາ ທີ່ຈະຫ້າມບໍ່ໃຫ້ແອັບດັງຈາກຈີນໃຊ້ງານໄດ້ໃນສະຫະລັດອາເມລິກາ ອາດຈະສົ່ງຜົນໃຫ້ຍອດຂາຍສິນຄ້າຂອງບໍລິດສັດອາເມລິກາໄດ້ຮັບຜົນກະທົບໄປນໍາ.

Ming-Chi Kuo ນັກວິເຄາະໃຕ້ຫວັນ ຈາກບໍລິສັດ TF International Securities ເຊິ່ງຊ່ຽວຊານດ້ານການຄາດການຜະລິດຕະພັນຂອງ Apple ໄດ້ຢ່າງໝັ້ນໃຈວ່າ: ຫາກລັດຖະບານສະຫະລັດສັ່ງຫ້າມໃຊ້ແອັບ WeChat ຈົນເຮັດໃຫ້ Apple ຕ້ອງຖືກບີບໃຫ້ຖອດແອັບນີ້ຈາກ App Stores ຈະສົ່ງຜົນຕໍ່ຍອດຂາຍຂອງບໍລິສັດຢ່າງໜັກໜ່ວງ ໂດຍຄາດວ່າຈະສົ່ງຜົນໃຫ້ຍອດສົ່ງອອກ iPhone ໃນຈີນຫຼຸດລົງເຖິງ 25-30% ຕໍ່ປີ

ເນື່ອງຈາກ WeChat ເປັນແອັບຍອດນິຍົມຢ່າງຫຼວງຫຼາຍໃນຈີນ ແລະ ເປັນສ່ວນໜຶ່ງຂອງຊີວິດປະຈໍາວັນຂອງຄົນຈີນໃນຫຼາຍໆດ້ານຕັ້ງແຕ່ການຕິດຕໍ່ປະຈໍາວັນໄປຈົນເຖິງການເຮັດທຸລະກໍາທາງການເງິນ.


ນອກຈາກຍອດຂາຍ iPhone ຈະຫຼຸດລົງເຖິງ 1/4 ເຖິງ 1/63 ແລ້ວ Ming-Chi Kuo ຄາດວ່າຍອດຂາຍຜະລິດຕະພັນອື່ນໆເຊັ່ນ:​ AirPods, iPad ແລະ Apple Watch ຈະຫຼຸດລົງປະມານ 15-25%. ນອກຈາກນີ້, ຍັງມີຄວາມສ່ຽງຕໍ່ສິນຄ້າສັນຊາດອະເມລິກາອີກຖ້າຫາກ Trump ແບນແອັບດັງຈາກຈີນ ເພາະຈະປຸກກະແສຊາດນິຍົມໃຫ້ເກີດຂຶ້ນໃນກຸ່ມຄົນຈີນ ນໍາໄປສູ່ການຕໍ່ຕ້ານສິນຄ້າອາເມລິກາ ແລະ ເຮັດໃຫ້ທຸລະກິດຂອງສະຫະລັດໄດ້ຮັບຜົນກະທົບຈາກການຕັດສິນໃຈຂອງ ໂດນນັລ ທຣໍາ ຢ່າງຫຼີກລ່ຽງບໍ່ໄດ້.

ແຫຼ່ງຂໍ້ມູນ:​ https://www.posttoday.com/world/630348

Comments