General

ລົດເກັງ Nissan ALMERA ລຸ້ນໃໝ່ ກໍາລັງຈະໄດ້ຮັບການວາງຈໍາໜ່າຍໃນ ສປປ ລາວ ໄວໆນີ້

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ. ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ ບັນຈຸຜູ້ໂດຍສານໄດ້ 5 ຄົນ ສໍາລັບເດີນທາງຈາກທາງຫຼວງໄປຍັງບັນດາເມືອງຕ່າງໆ, ເຄື່່ອນໄຫວຢ່າງຄ່ອງໂຕ ແລະ ລາຄາເປັນມິດ. ປີ 1970-1973 –  ລຸ້ນທີ 2 ທີ່ມີເຄື່ອງຍົນຂະໜາດ 1.2L & 1.4L ທີ່ເປັນຂະໜາດທີ່ໃຫຍ່ຂຶ້ນກວ່າເກົ່າ ...

Read More »

ກາແດງ ສ ເກົາຫລີ ມອບເຄື່ອງຊ່ວຍເຫລືອ ມູນຄ່າ 2 ລ້ານກວ່າໂດລາ ໃຫ້ອົງການກາແດງລາວ

ໃນລະຫວ່າງເດືອນກັນຍາ-ຕຸລາ 2021 ນີ້, ສະພາກາແດງ ສ ເກົາຫລີ ໄດ້ຈັດສົ່ງເຄື່ອງນຸ່ງຫົ່ມ ໃຫ້ອົງການກາແດງລາວ ເພື່ອໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ໃນເຂດຫ່າງໄກຊອກຫລີກ, ເຊິ່ງມີຈຳນວນທັງໝົດ 26 ຕູ້ຄອນທີເນີ, ມີ 14.173 ກ່ອງ, ລວມມູນຄ່າ 2.758.363 ໂດລາສະຫະລັດ, ໃນນັ້ນປະກອບມີ: ເກີບ, ໂສ້ງ ແລະ ເສື້ອ ເຊິ່ງເປັນຍີ່ຫໍ້ ຟີລາ (FILA). ເຄື່ອງຊ່ວຍເຫລືອດັ່ງກ່າວ, ອົງການກາແດງລາວ ຈະໄດ້ນຳໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນ ໃນເຂດຫ່າງໄກສອກຫລີກ, ເຊິ່ງໄລຍະຜ່ານມາອົງການກາແດງ ສ ເກົາຫລີ ກໍເຄີຍໃຫ້ການຊ່ວຍເຫລືອປະເພດ ເຄື່ອງປ້ອງກັນໂຄວິດ-19 ໃຫ້ແກ່ອົງການກາແດງລາວ ແລະ ການຊ່ວຍເຫລືອໃນຄັ້ງນີ້ ພາຍໃຕ້ການຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນ ຂອງທັງສອງກາແດງໃຫ້ແໜ້ນແຟ້ນ, ຍ້ອນເຫັນໄດ້ເຖິງຄວາມສຳຄັນອົງການກາແດງ ສ ເກົາຫລີ ຈຶ່ງໄດ້ລະດົມເຄື່ອງຈຳນວນດັ່ງກ່າວ ສົ່ງມາໃຫ້ອົງການກາແດງລາວ ໃນນາມອົງ ການທາງດ້ານມະນຸດສະທຳ ເພື່ອນຳເອົາເຄື່ອງດັ່ງກ່າວ ໄປມອບເຖິງມືຂອງກຸ່ມເປົ້າໝາຍ ແລະ ປະຊາຊົນໃນເຂດຫ່າງໄກ

Read More »

ທະນາຄານໂລກ ປັບຫລຸດການຂະຫຍາຍຕົວເສດຖະກິດ ຂອງລາວຈາກ 4,0% ເປັນ 2,2% ຍ້ອນຜົນກະທົບຈາກໂຄວິດ-19

ທະນາຄານໂລກ ລະບຸວ່າການຟື້ນຟູເສດຖະກິດຢູ່ພາກພື້ນອາຊີ ຕາເວັນອອກ ແລະ ປາຊີຟິກ ໄດ້ຖືກຈໍາກັດ ຈາກບັນຫາການແພ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນສາຍພັນເດວຕາ ເຮັດໃຫ້ຄົວເຮືອນ ແລະ ວິສາຫະກິດ ຍັງສືບຕໍ່ປະສົບກັບສະພາບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ, ເຊິ່ງ ທະຄານໂລກ ໄດ້ປັບຫລຸດການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ໃນປີ 2021 ຈາກ 4,0% ຂອງການຄາດຄເນໃນເດືອນເມສາ 2021 ມາເປັນ 2,2% ຈາກການຄາດຄະເນຄັ້ງຫລ້າສຸດ ໃນເດືອນກັນຍາຜ່ານມາ ແລະ ຄາດວ່າປີ 2022 ຈະຂະຫຍາຍຕົວ 4,5% ເພີ່ມຂຶ້ນຈາກ 4,0% ຂອງການຄາດຄະເນໃນເດືອນເມສາ. ທ່ານ ມານູແອວລາ ເຟີໂຣ (Manuela Ferro) ຮອງປະທານທະນາຄານໂລກ ທີ່ີຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: ບັນຫາການລະບາດຂອງພະຍາດໂຄວິດ-19 ທີ່ທົ່ວໂລກກໍາລັງພົບຄວາມຫຍຸ້ງຍາກ, ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ຫລຸດລົງ. ເຖິງຢ່າງໃດກໍຕາມ, ພາກພື້ນນີ້ ເຄີຍຜ່ານພົ້ນວິກິດຕ່າງໆໃນໄລຍະຜ່ານມາໄດ້ຢ່າງເຂັ້ມ ແຂງ, ສະນັ້ນ ດ້ວຍນະໂຍບາຍທີ່ຖືກຕ້ອງ ຈະສາມາດຟື້ນຕົວໄດ້ອີກຄັ້ງ. ທ່ານ ...

Read More »

3 ແນວຄິດກ່ຽວກັບການປິດການເຂົ້າ-ອອກ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ຈາກການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ ສປປ ລາວ ມາຮອດປັດຈຸບັນນີ້ ເຮັດໃຫ້ລັດຖະບານຈັດ ຕັ້ງປະຕິບັດຫລາຍມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໃຫ້ໄດ້ໂດຍໄວ, ໃນນີ້ ລວມທັງການປິດປະເທດ, ປິດການເຂົ້າ-ອອກເມືອງ ແລະ ແຂວງ ທີ່ມີການລະບາດຂອງພະຍາດດັ່ງກ່າວ. ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດພົບປະສື່ມວນຊົນທົ່ວປະເທດຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍຜ່ານລະບົບທາງໄກ ໃນວັນທີ 6 ຕຸລາ 2021 ວ່າ: ຈາກການປິດການເຂົ້າ-ອອກປະເທດ, ເມືອງ ແລະ ແຂວງ ໃນໄລຍະຜ່ານມາ ເຮັດໃຫ້ເກີດມີ 3 ແນວຄິດສະເໜີໄປຍັງລັດຖະ ບານ ຄື: 1). ສະເໜີໃຫ້ປິດຂາດໂຕ: ກຸ່ມຄົນທີ່ສະເໜີໃນຮູບ ການນີ້ ແມ່ນຜູ້ທີ່ມີຖານະທາງການເງິນໃນຄອບຄົວດີ ເຖີງວ່າປິດການເຂົ້າ-ອອກເປັນເດືອນກໍ່ສາມາດຢູ່ໄດ້. 2). ຜູ້ທຸກຍາກທີ່ເຮືອນເຊົ່າເຂົ້າຊື້ ເຊີ່ງມີຄົນຈໍານວນຫລວງຫລາຍ ສະເໜີບໍ່ຢາກໃຫ້ປິດຂາດຕົວ ເພາະສ້າງຄວາມຫຍຸ້ງຍາກລໍາບາກຫລາຍໃນການທໍາມາຫາກິນປະຈໍາວັນ ເນື່ອງຈາກຫາເຊົ້າກິນຄໍ່າ. 3). ຜູ້ທີ່ບໍ່ເຫັນດີນໍາຄວາມຄິດທີ 1 ແຕ່ເຫັນໃຈຄວາມຄິດຂອງກຸ່ມຄົນປະເພດທີ 2 ແລະ ຂໍໃຫ້ລັດຖະບານປະຄັບປະຄອງຄືໄລຍະຜ່ານມາ ແລະ ...

Read More »

ສະຫວັນນະເຂດ ປະກາດວິໄນນາຍຕຳຫຼວດ 3 ນາຍ ຍ້ອນລະເມີດມາດຕະການໂຄວິດ-19

ປກສ ແຂວງສະຫວັນນະເຂດ ປະກາດວິໄນນາຍຕຳຫຼວດ ອອກຈາກກຳລັງປ້ອງກັນຄວາມສະຫງົບ 3 ນາຍ ວັນທີ 7 ຕຸລາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ ປະກາດວິໄນນາຍຕຳຫຼວດ ທີ່ເຄື່ອນ ໄຫວລະເມີດລະບຽບວິໄນ, ກົດໜາຍວ່າດ້ວຍກຳລັງປ້ອງ ກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງສະຫວັນນະເຂດ, ມີຄະພັກກອງບັນຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ເລກທີ 3500, 3501 ແລະ 3502/ກມປສ, ລົງວັນທີ 06 ຕຸລາ 2021 ວ່າດ້ວຍການປະຕິບັດວິໄນນາຍຕຳຫຼວດ ...

Read More »

ນະຄອນ ຫຼວງພະບາງ ອອກແຈ້ງການ Lockdown ຫຼັງພົບຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ

ຕະຫຼອດໄລຍະທີ່ຜ່ານມາອົງການປົກຄອງນະຄອນ ຫຼວງພະບາງ ກໍ່ໄດ້ພະຍາຍາມອອກບັນດານິຕິກໍາ ແລະ ມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ດ້ວຍຮູບແບບຕ່າງໆ ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໄດ້ຈັດຕັ້ງປະຕິບັດ ໃນການສະກັດກັ້ນການລະບາດຂອງພະຍາດຢູ່ນະຄອນ ແຕ່ເຫັນວ່າຫຼາຍພາກສ່ວນໃນສັງຄົມຍັງຖືເບົາ ຈຶ່ງເຮັດໃຫ້ມີຕົວເລກການຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນຢ່າງກະແຈກກະຈາຍ, ສາເຫດຕົ້ນຕໍຂອງການລະບາດແມ່ນການເດີນທາງໄປ-ມາ ຫາສູ່ກັນ ລະຫວ່າງນະຄອນ ຫາ ເມືອງ, ບ້ານ ຫາ ບ້ານ ທີ່ມີການຕິດເຊື້ອ, ການລະເມີດຄໍາສັ່ງ, ແຈ້ງການຄະນະສະເພາະກິດວາງອອກເຊັ່ນ: ການຊຸມແຊວ, ການພົບປະສ້າງສັນ, ການບໍ່ປ້ອງກັນຕົວເອງ ແລະ ຜູ້ຕິດເຊື້ອຍັງມີການປິດບັງຂໍ້ມູນ, ບໍ່ຈິງໃຈລາຍງານຜູ້ສໍາພັດໃກ້ຊິດໃຫ້ພາກສ່ວນກ່ຽວຂ້ອງ. ດັ່ງນັ້ນ ເຈົ້ານະຄອນ ຫຼວງພະບາງ ອອກຄໍາສັ່ງ ສະບັບເລກທີ 1083/ຈນ.ຫຼບ, ລົງວັນທີ 7 ຕຸລາ 2021 ວ່າດ້ວຍການເຂັ້ມງວດປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ຫຼວງພະບາງ ໂດຍໃຫ້ປະຕິບັດດັ່ງນີ້: ມາດຕະການຂໍ້ຫ້າມ: ຫ້າມປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ທີ່ດໍາລົງຊີວິດທົ່ວນະຄອນ ຫຼວງພະບາງ ອອກຈາກເຮືອນ ແລະ ທີ່ພັກອາໄສຂອງຕົນຢ່າງເດັດຂາດ (Lock ...

Read More »

ແຈ້ງ!!! ປັບຂຶ້ນລາຄານ້ຳມັນທຸກຊະນິດ​ ເລີ່ມ ວັນທີ​ 8​ ຕຸລາ​ 2021​ ເປັນຕົ້ນໄປ

ໃນວັນທີ​ 7​ ຕຸລາ​ 2021​ ນີ້​ ກະຊວງອຸດສາຫະກຳ​ ແລະ​ ການຄ້າ​ ອອກແຈ້ງເຖິງສະມາຄົມນ້ຳມັນເຊື້ອໄຟ​ ແລະ​ ອາຍແກ໊ສທຳມະຊາດ,​ ບັນດາບໍລິສັດນ້ຳເຊື້ອໄຟ​ ແລະ​ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ​ ເລື່ອງແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟ​ ໃນຂອບເຂດທົ່ວປະເທດ​ ໂດຍໄດ້ປັບຂຶ້ນລາຄານ້ໍາມັນເຊື້ອໄຟທຸກຊະນິດຄື: ນ້ໍາມັນແອັດຊັງພິເສດ ປັບຂຶ້ນ 500 ກີບ/ລິດ. ນ້ໍາມັນແອັດຊັງທໍາມະກາ ປັບຂຶ້ນ 530 ກີບ/ລິດ. ນ້ຳມັນກາຊວນ ປັບຂຶ້ນ 570 ກີບ/ລິດ. ເລີ່ມ​ປະຕິບັດ​ເຊົ້າວັນທີ​ 8​ ຕຸລາ​ 2021​ ເປັນຕົ້ນໄປ

Read More »

ຈົ່ງພ້ອມໃຈກັນໄປຮັບວັກຊິນ ເພື່ອສ້າງພູມຄຸ້ມກັນໃນຊຸມຊົນ ແລະ ຫລຸດຜ່ອນອັດຕາການຕິດເຊື້ອໂຄວິດ-19

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານ ໃນວັນທີ 29 ກັນຍາ 2021 ນີ້ວ່າ: ໃນສະພາບມີການລະບາດຂອງພະຍາດ ໃນຊຸມຊົນບັນດາປະເທດໃນໂລກ ລວມທັງ ສປປ ລາວ ແມ່ນເອົາໃຈໃສ່ ແລະ ເຫັນສໍາຄັນໃນການເລັ່ງໃຫ້ວັກຊິນໃຫ້ແກ່ປະຊາຊົນໃຫ້ໄດ້ຫລາຍທີ່ສຸດ ເພື່ອສ້າງພູມຄຸ້ມກັນກຸ່ມໃນຊຸມຊົນ ເພື່ອຫລຸດຜ່ອນອັດຕາການຕິດເຊື້ອ, ການເຈັບເປັນຮຸນແຮງ, ການເຂົ້ານອນໂຮງໝໍ ແລະ ຫລຸດຜ່ອນການເສຍຊີວິດ ຍ້ອນພະຍາດໂຄວິດ-19. ດັ່ງນັ້ນ, ຂໍໃຫ້ບັນດາກຸ່ມເປົ້າໝາຍແຕ່ລະແຂວງ ຈົ່ງໄດ້ພ້ອມໃຈກັນໄປຮັບວັກຊິນ ເພື່ອໃຫ້ສາມາດບັນລຸຕາມຕົວເລກເປົ້າໝາຍ ການປົກຄຸມດ້ວຍວັກຊິນໃນແຕ່ລະແຂວງ, ເມືອປະຊາຊົນໃນທຸກແຂວງໄດ້ຮັບວັກຊິນຕາມຄາດໝາຍ ນັ້ນກໍໝາຍເຖິງ ສປປ ລາວ ຈະສາມາດບັນລຸຄາດໝາຍທີ່ວາງໄວ້ ຄືປົກຄຸມຢ່າງໜ້ອຍ 50% ຂອງພົນລະເມືອງທັງໝົດ ໃນປີ 2021. ທ່ານ ນາງ ດຣ. ພອນປະເສີດ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ, ທົ່ວປະເທດສາມາດສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັ້ມທີ 1 ໄດ້ 2.946.298 (ອັດຕາປົກຄຸມ 40,15%) ແລະ ທຸກເຂັ້ມທີ່ແນະນຳ 2.035.355 (27,74%) ເນື່ອງຈາກວ່າວັກຊິນທຸກຊະນິດທີ່ໃຊ້ ...

Read More »

ປະທານສະມາຄົມຕັດຫຍິບ ຊີ້ແຈງກ່ຽວກັບການຕິດໂຄວິດ-19 ຢູ່ໂຮງງານອານປີລາວ

ເມື່ອບໍ່ດົນມານີ້, ທ່ານ ໄຊບັນດິດ ຣາຊພົນ ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບກໍລະນີທີ່ມີສື່ສັງຄົມອອນລາຍ ອອກຂ່າວເມື່ອບໍ່ດົນມານີ້ວ່າ ໂຮງງານອານປີລາວ ຢູ່ບ້ານໜອງທາເໜືອເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໄດ້ນໍາເອົາຊ່າງແປງຈັກຈາກຄົນໄທ ເພື່ອເຂົ້າມາສ້ອມແປງຈັກຂອງໂຮງງານ ແຕ່ບໍ່ໄດ້ຈໍາກັດບໍລິເວນຕົນເອງ 14 ວັນ ຈົນເປັນສາເຫດໃນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໂຮງງານດັ່ງກ່າວ. ທ່ານ ໄຊບັນດິດ ຣາຊພົນ ໄດ້ກ່າວວ່າ: ພະນັກງານ-ກຳມະກອນ ທີ່ເຮັດວຽກຢູ່ໂຮງງານອານປີລາວ ມີທັງໝົດ 1.300 ກວ່າຄົນ ແລະ ໄດ້ກວດພົບເຊື້ອໂຄວິດ-19 ຈໍານວນ 400 ກວ່າຄົນ ເນື່ອງຈາກສາເຫດຂອງການຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານອານປີລາວໃນຄັ້ງນີ້, ແມ່ນຍ້ອນນາຍຊ່າງຂອງໂຮງງານທີ່ເປັນຄົນລາວ ໃນເວລາກັບບ້ານໄດ້ໄປຊຸມແຊວກັບນາຍຊ່າງຄົນໄທ 2 ຄົນ ທີ່ເຮັດວຽກຢູ່ໂຮງ ງານອິນທິເມດ ເຊິ່ງຕໍ່ມາຖືກກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ນາຍຊ່າງຈາກໂຮງງານອານປີລາວຕິດເຊື້ອດັ່ງກ່າວນໍາ. ນອກຈາກນີ້, ກຳມະກອນສ່ວນໜຶ່ງ ແມ່ນໄດ້ກັບບ້ານກັບຊ່ອງ ອາດຈະບໍ່ໄດ້ປະຕິບັດມາດຕະການອະນາໄມທີ່ພຽງພໍ ແລະ ອາດຈະປ່ອຍໂຕ ຈິຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີການຕິດເຊື້ອໃນຄັ້ງນີ້. ຢ່າງໃດກໍ່ຕາມນາຍຊ່າງຄົນໄທ ຢູ່ໂຮງງານອິນທິເມດທັງສອງ, ຄົນໜຶ່ງເຮັດວຽກມາໄດ້ 8 ປີ ແລະ ອີກໜຶ່ງຄົນເຮັດວຽກໄດ້ 2 ປີ, ເຊິ່ງທັງສອງບໍ່ໄດ້ເດີນທາງກັບບ້ານເລີຍ ...

Read More »

ຄໍາມ່ວນ ຖືເອົາການປ້ອງກັນ ຄວບຄຸມ ໂຄວິດ-19 ເປັນບັ້ນຮົບ

ຕາມການໃຫ້ສຳພາດຂອງ ທ່ານ ພັທ ສົມພານ ເມືອງຈັນ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຄໍາມ່ວນ, ຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 (ຜູ້ຊີ້ນໍາກໍາລັງປ້ອງກັນ) ໃຫ້ຮູ້ວ່າ: ແຂວງຄຳມ່ວນ ກໍເປັນແຂວງໜຶ່ງທີ່ມີການລະບາດຂອງພະຍາດໂຄວິດ-19, ເຊິ່ງມີຈຳນວນຜູ້ຕິດເຊື້ອເພີ່ມໃນແຕ່ລະວັນ ແລະ ຂະຫຍາຍອອກເປັນວົງກວ້າງ. ສະນັ້ນ, ເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ຄະນະພັກ-ຄະນະນຳແຂວງ ໄດ້ຖືເອົາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເປັນບັ້ນຮົບໜຶ່ງຂອງແຂວງ. ປະຕິບັດຕາມຄໍາສັ່ງເລກທີ 08 ຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນັ້ນ, ກອງບັນຊາການທະຫານແຂວງໄດ້ ນໍາໃຊ້ກໍາລັງສົມທົບກັບອໍານາດການປົກຄອງ, ກອງຫລອນ, ປກສ ແຂວງ, ປກສ ເມືອງ, ປກຊ-ປກສ ບ້ານ ແລະ ກໍາລັງກອງຕີພິເສດຈໍານວນໜຶ່ງ ເຮັດວຽກກັບ 45 ບ້ານພາຍໃນເທສະບານເມືອງ ເພື່ອປ້ອງກັນເວນຍາມຈຸດປິ່ນປົວໃນຈໍານວນ 5 ຈຸດ ແລະ ເຮັດໜ້າທີ່ສົມທົບໃນກຸ່ມບ້ານແດງ 45 ບ້ານ ປຸລະດົມ, ກ່າວເຕືອນ, ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ແກ່ພໍ່ແມ່ປະຊາຊົນ ລວມທັງການເກັບກໍາສະພາບການ, ...

Read More »