ແຂວງຫຼວງນໍ້າທາ ເປີດຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ – 19​ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ

ວັນທີ 9 ມີນາ 2021 ຢູ່ທີ່ໂຮງໝໍແຂວງຫຼວງນໍ້າທາໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດໂຄວິດ – 19 ເຂັມທໍາອິດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 , ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ -19 ຂັ້ນແຂວງ , ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະສະເພາະກິດຂັ້ນແຂວງ,ພະນັກງານແພດໝໍ, ບຸກຄະລາກອນທີ່ມີຄວາມສ່ຽງ, ພະນັກງານທີ່ເຮັດວຽກຢູ່ດ່ານເຂົ້າ-ອອກປະເທດ,ພະນັກງານອໍານວຍຄວາມສະດວກຢູ່ຈຸດຈໍາກັດບໍລິເວນເຂົ້າຮ່ວມ.

อาจเป็นรูปภาพของ 1 คน, กำลังนั่ง, กำลังยืน และกลางแจ้ง
อาจเป็นรูปภาพของ 2 คน, ผู้คนกำลังยืน และข้อความพูดว่า "n Cellox"

ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ການສັກວັກຊິນປ້ອງກັນພະຍາດໂຄວິດ – 19 ໄດ້ແບ່ງອອກເປັນ 3 ກຸ່ມເປົ້າໝາຍ ເຊີ່ງກຸ່ມທີ 1 ແມ່ນ ກຸ່ມບຸກຄະລາກອນທີ່ເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊິນ ປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດ ຄັ້ງນີ້ປະກອບມີ: ຄະນະນໍາຂອງແຂວງ, ເມືອງ, ພະນັກງານພະນັກງານແພດ-ໝໍ,ບັນດາຜູ້ໃຫ້ບໍລິການນັກທ່ອງທ່ຽວເຈົ້າຂອງເຮືອນ ພັກ,ໂຮງ ແຮມ,ຮ້ານອາຫານ,ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານດ່ານສາກົນຕ່າງໆ ກຸ່ມທີ 2 ແມ່ນພາກສ່ວນທີ່ຢູ່ໃນຂອບເຂດທີ່ມີຄວາມສຽ່ງໜ້ອຍ ແລະ ຈະເລີ່ມຈັດຕັ້ງປະຕິບັດສັກວັກຊິນໃນວັນທີ 15 ມີນາ ເປັນຕົ້ນໄປ ແລະ ພາກສ່ວນອື່ນໆຕາມລໍາດັບ ທີ່ຈະໄດ້ຮັບວັກຊິນໂຄວິດ-19 , ເຊີ່ງວັກຊິນທີ່ນໍາມາສັກໃຫ້ກຸ່ມສ່ຽງກ່ອນໝູ່ຄັ້ງນີ້ ເປັນວັກຊິນທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ທີ່ຜະລິດໂດຍ ບໍລິສັດຊີໂນຟາມ ແລະ ປັດຈຸບັນລັດຖະບານລາວຍັງໄດ້ສືບຕໍ່ປະສານງານກັບອົງການສາກົນ ເພື່ອນຳວັກຊີນກັນພະຍາດໂຄວິດ-19 ເຂົ້າມາຕື່ມອີກເພື່ອທີ່ຈະນໍາມາສັກໃຫ້ປະຊາລາວ ກຸ່ມຄົນອື່ນໆໃນຂັ້ນຕໍ່ໄປ. ແຂວງຫຼວງນໍ້າທາໄດ້ຮັບວັກຊີນກັນພະຍາດໂຄວິດ – 19 ທັງໝົດ 5.000 ໂດຼສ , ໃນນີ້ແບ່ງໃຫ້ໂຮງໝໍແຂວງ 1.500 ໂດຼສ, ເມືອງສີງ 1.000 ໂດຼສ, ເມືອງລອງ 700 ໂດຼສ, ເມືອງວຽງພູຄາ 500 ໂດຼສ, ເມືອງນາແລ 550 ໂດຼສ, ໂຮງໝໍເສນາຮັກ 250 ໂດຼສ ແລະ ແຮສາງແຂວງ 500 ໂດຼສ , ຫຼວງນໍ້າທາ ມີເປົ້າໝາຍເບື້ອງຕົ້ນໃນຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ – 19 ແຕ່ວັນທີ 9 – 13 ມີນາ ແລະຈະໄດ້ສືບສັກວັກຊີນໄລຍະຕໍ່ໆໄປຕື່ມອີກ.

อาจเป็นรูปภาพของ 3 คน, ผู้คนกำลังยืน และกลางแจ้ง
อาจเป็นรูปภาพของ 7 คน, ผู้คนกำลังนั่ง และผู้คนกำลังยืน

ໂອກາດນີ້ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ -19 ຂັ້ນແຂວງ ກໍ່ເຂົ້າຮັບການສັກວັກຊິນປ້ອງກັນພະຍາດໂຄວິດ – 19 ເປັນຜູ້ທໍາອິດຂອງແຂວງ ທັງນີ້ກໍ່ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານແພດໝໍ ທີ່ຈະສັກວັກຊິນໃນຂັ້ນຕໍ່ໄປຕື່ມອີກ.

ແຫຼ່ງທີ່ມາ: Lao National Radio

Comments