ເນື່ອງໃນໂອກາດ ແລະ ຊົມເຊີຍວັນແພດລາວ 18 ມິຖຸນາ ຮອງລັດຖະມົນຕີກະຊວງສາທາລະນະສຸກ ດຣ. ສະໜອງ ທອງຊະນະ ໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກັບພໍ່ແມ່ປະຊາຊົນ ຢູ່ທີ່ສູນການຄ້າລາວ-ໄອເຕັກ ເມືອງໄຊເສດຖາ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 17 ມິຖຸນາ 2021

ໃນລົງໄປຄັ້ງນີ້ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທີມງານແພດໝໍທີ່ໄດ້ສຸມເຫື່ອເທແຮງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ



