ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ

ຕາມຂ່າວຈາກຫນັງສືພິມ ກອງທັບປະຊາຊົນລາວ, ໃນວັນທີ 15-16 ມິຖູນາ 2021 ນີ້, ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນ ຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດເຂົ້າຮ່ວມກອງປະຊຸມທາງໄກ ລັດຖະ ມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15, ກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 8 ແລະ ກອງປະຊຸມປິ່ນອ້ອມ.

อาจเป็นรูปภาพของ 1 คน และกำลังยืน

ກອງປະຊຸມໃນຄັ້ງນີ້ ແມ່ນດຳເນີນພາຍໃຕ້ການເປັນປະທານຂອງທ່ານ ດາໂຕະ ປາດູຄາ ເຊີຣີ ຮາຈິ ອາຫວາງ ຮາລບີ ບິນ ຮາຈິ ໂມດ ຢັດໂຊຟ, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ມີບັນດາທ່ານລັດຖະມົນຕີປ້ອງກັນປະເທດ ຈາກ 10 ປະເທດສະມາຊິກອາຊຽນ ແລະ 08 ປະເທດອາຊຽນ-ບວກ ລວມທັງ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ຜົນສຳເລັດຂອງກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສປ້ອງກັນປະ ເທດອາຊຽນ ແລະ ອາຊຽນ-ບວກ ລວມທັງຜົນສຳເລັດ ຂອງກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 18 ໂດຍຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ບຣູໄນ ດາຣູຊາລາມ. ພ້ອມນີ້, ກອງປະຊຸມ ກໍ່ໄດ້ຮັບຮອງເອົາບັນດາເອກະສານບົດແນວຄວາມຄິດ ແລະ ເອກະສານມາດຕະຖານການປະຕິບັດງານ ຈຳນວນ 09 ສະບັບ ຄື: 1) ບົດແນວຄວາມຄິດ ວ່າດ້ວຍການເສີມຂະຫຍາຍການນຳໃຊ້ໂຄງລ່າງພື້ນຖານ ການຕິດຕໍ່ສື່ສານໂດຍກົງອາຊຽນ ເພື່ອເປັນໂຄງສ້າງການສື່ສານດ້ານວຽກງານປ້ອງກັນຊາດ ໃນຂະບວນການກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ; 2) ບົດແນວຄວາມຄິດ ວ່າດ້ວຍການຮ່ວມມືກັບພາຍນອກ ຂອງກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ; 3) ບົດແນວຄວາມຄິດ ວ່າດ້ວຍການສ້າງຕັ້ງເຄືອຂ່າຍປ້ອງກັນ ທາງລະບົບຄອມພິວເຕີອາຊຽນ; 4) ບົດແນວຄວາມຄິດ ວ່າດ້ວຍການສ້າງຕັ້ງສູນຄວາມໝັ້ນຄົງທາງລະບົບຄອມພິວເຕີ ແລະ ຂໍ້ມູນຂ່າວສານ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ; 5) ເອກະສານຕີລາຄາຄືນ ກ່ຽວກັບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ; 6) ເອກະສານປຶກສາຫາລືວ່າດ້ວຍວິໄສທັດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໃນວຽກງານປ້ອງກັນຊາດ; 7) ບົດແນວຄວາມຄິດວ່າດ້ວຍໂຄງການແລກປ່ຽນດ້ານວຽກງານປ້ອງກັນຊາດອາຊຽນ;

อาจเป็นรูปภาพของ 4 คน และข้อความ

ບົດແນວຄວາມຄິດວ່າດ້ວຍການສ້າງຕັ້ງກອງປະຊຸມສະເພາະກິດກ່ຽວກັບໄພຂົ່ມຂູ່ຈາກສານເຄມີ, ຊີວະພາບ ແລະ ກຳມັນຕະພາບລັງສີ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ; 9) ມາດຕະຖານການປະຕິບັດງານຂອງສູນປະສານງານຫຼາຍຝ່າຍ. ໃນໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນປະເທດ ແຫ່ງ ສປປ ລາວ ຮ່ວມກັບບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ຮ່ວມຮັບຮອງເອົາຖະແຫຼງການ ບັນດາ ເຊຣິ ເບກາວັນ ໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄົບຮອບ 15 ປີ ເພື່ອກ້າວໄປສູ່ອາຊຽນ ທີ່ມີຄວາມກຽມພ້ອມໃນອະນາຄົດ, ມີສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ; ແລະ ຮ່ວມກັບບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ໄດ້ຮັບຮອງເອົາຖະແຫຼງການ ບັນດາ ເຊຣິ ເບກາວັນ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງປະຊຸມລັດຖະ ມົນຕີປ້ອງກັນປະເທດອາຊຽນ ຄົບຮອບ 15 ປີ ເພື່ອສົ່ງເສີມໃຫ້ອາຊຽນ ມີຄວາມກຽມພ້ອມໃນອະນາຄົດ, ມີສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ນອກຈາກນັ້ນແລ້ວ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຍັງໄດ້ເຫັນດີເປັນເອກະສັນ ຕໍ່ການສະເໜີຈັດບັນດາກອງປະຊຸມທາງໄກບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ອົດສະຕາລີ, ອາຊຽນ-ສ. ເກົາຫລີ ໃນໄລຍະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ ໃນເດືອນ ພະຈິກ 2021. ນອກຈາກ ກອງປະຊຸມທາງໄກລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ແລ້ວ, ບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ ຍັງໄດ້ເຂົ້າຮ່ວມກອງປະຊຸມທາງໄກບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ, ເຊິ່ງຢູ່ໃນບັນຍາກາດຂອງການສະເຫຼີມສະຫຼອງວັນສ້າງຕັ້ງຄູ່ຮ່ວມເຈລະຈາ ອາຊຽນ-ຈີນ ຄົບຮອບ 30 ປີ. ຕະຫຼອດໄລຍະ 30 ປີຜ່ານມາ ເຫັນວ່າການຮ່ວມມືອາຊຽນ-ຈີນ ແມ່ນໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງໃນວຽກງານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ. ສໍາລັບໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ, ກອງທັບປົດປ່ອຍປະຊາຊົນຈີນ ກໍ່ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາກິດຈະກໍາ ໂດຍສະເພາະແມ່ນ 07 ໜ່ວຍງານຜູ້ຊ່ຽວຊານ ເຊິ່ງປະຈຸບັນ ກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງທັບແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍາລັງເປັນປະທານຮ່ວມໃນໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ ໃນຮອບວຽນ 2021-2023. ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ ໄດ້ສະແດງເຖິງຄວາມເອົາໃຈໃສ່ ໃນການປະກອບສ່ວນການເສີມຂະຫຍາຍການຮ່ວມມື ຂອງບັນດາກອງທັບອາຊຽນ ແລະ ອາຊຽນ-ບວກ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ຄວາມສາມັກຄີ ກໍ່ຄືການສ້າງຂີດຄວາມສາມາດ ເພື່ອເຮັດໃຫ້ອາຊຽນສາມາດຮັບມືກັບໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງໄດ້ຢ່າງທັນເວລາ ແລະ ມີປະສິດທິພາບ, ເຊິ່ງເປັນປັດໃຈອັນສຳຄັນໃຫ້ແກ່ການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ໃນໂລກ.

Comments