ແຂວງໄຊຍະບູລີ ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນ ຫຼັງນໍ້າຖ້ວມ

ເພື່ອເປັນການຕອບໂຕ້ກັບໄພນໍ້າຖ້ວມໂດຍສະເພາະແມ່ນການອະນາໄມບ້ານເຮືອນຂອງປະຊາຊົນພາຍຫຼັງນໍ້າຖ້ວມໃຫ້ກັບສູ່ສະພາບປົກກະຕິນັ້ນ, ການນໍາພັກ-ລັດທຸກພາກສ່ວນຂອງແຂວງ ໄຊຍະບູລີ ໄດ້ມີການປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງໃນການລົງຊ່ວຍ ເຫຼືອປະຊາຊົນບ້ານຕ່າງໆທີ່ຖືກຜົນກະທົບຈາກໄພນໍ້າຖ້ວມເປັນຕົ້ນແມ່ນ ໃຫ້ເລັ່ງໃສ່ໃນການເກັບກໍາຂໍ້ມູນຜົນເສຍຫາຍຢູ່ແຕ່ລະຄອບຄົວ-ແຕ່ລະບ້ານຢ່າງລະອຽດ, ວ່ອງໄວ, ຊັດເຈນ, ສ້ອມແປງລະບົບໄຟຟ້າ, ນໍ້າປະປາໃຫ້ໃຊ້ໄດ້ປົກກະຕິ, ຊ່ວຍອະນາໄມບ້ານ-ເຮືອນປະຊາຊົນ, ເບິ່ງແຍງດ້ານສຸຂະພາບ, ສ້ອມ ແປງທາງທີ່ເປ່ເພໃຫ້ທຽວໄດ້ຊົ່ວຄາວ, ຊ່ວຍເຫຼືອດ້ານອາຫານການກິນທີ່ຈໍາເປັນເຊັ່ນ: ນໍ້າດື່ມ-ນໍ້າໃຊ້, ເຂົ້າ ສານ, ອາຫານແຫ້ງທີ່ສາມາດບໍລິໂພກງ່າຍ, ສະເພາະວັນທີ 15 ມິຖຸນາ ປີນີ້ ທີ່ຫ້ອງວ່າການແຂວງ ກໍໄດ້ເຕົ້າໂຮມກໍາລັງເພື່ອເຂົ້າຊ່ວຍປະຊາຊົນໃນການອະນາໄມເຮືອນຊານບ້ານຊ່ອງ ຊຶ່ງມີກໍາລັງ ທັງໝົດ 1.000 ກວ່າຄົນ ໃນນັ້ນ: ຈາກກໍາລັງ ປກສ ແຂວງ, ທະຫານແຂວງ, ກອງພົນທະຫານຮາບທີ 2, ທະຫານຈາກແຂວງຫຼວງພະບາງ ແລະ ກໍາລັງຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ, ໂດຍໄດ້ແບ່ງລົງບ້ານທີ່ຖືກນໍ້າຖ້ວມໜັກ ຈໍານວນ 16 ບ້ານ ຈາກ 39 ບ້ານທີ່ຖືກນໍ້າຖ້ວມໃນທົ່ວເມືອງ ໄຊຍະບູລີ ຊຶ່ງແຕ່ລະບ້ານແມ່ນມີການນໍາຂອງແຂວງ ແລະ ເມືອງ ໄຊຍະບູລີ ລົງຕິດຕາມ ແລະ ນໍາພາຕົວຈິງ. ນອກນີ້ຍັງມີຜູ້ປະກອບການພາຍໃນແຂວງ ແລະ ແຂວງຫຼວງພະບາງ ນໍາລົດຜະລິດນໍ້າດື່ມເຄື່ອນທີ່ເພື່ອແຈກຈ່າຍນໍ້າດື່ມໃຫ້ປະຊາຊົນ, ໂອກາດດັ່ງກ່າວ ທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກໍ່ໄດ້ຮຽກໃຫ້ກໍາລັງທຸກພາກສ່ວນທີ່ຈະລົງຊ່ວຍເຫຼືອປະຊາຊົນໃນມື້ນີ້ຈົ່ງຕັ້ງໃຈໃນການໃຫ້ການຊ່ວຍເຫຼືອຢ່າງແທ້ຈິງ ເປັນຕົ້ນແມ່ນການອະນາໄມເຮືອນຊານຂອງປະຊາຊົນ, ການຍູ້ດິນຕົມອອກເຮືອນ, ຂົນສິ່ງເສດເຫຼືອທີ່ມາກັບນໍ້າໃຫ້ແລ້ວໂດຍໄວເພື່ອໃຫ້ປະຊາຊົນໄດ້ກັບມາໃຊ້ຊີວິດປົກກະຕິ, ເຮັດດ້ວຍຄວາມເຕັມໃຈຢ່າງແທ້ຈິງໃຫ້ສົມກັບວ່າ ທະຫານຂອງປະຊາຊົນ, ພ້ອມທັງຮຽກຮ້ອງໃຫ້ເຈົ້າໜ້າທີ່ຕໍາຫຼວດຈົ່ງແບ່ງກໍາລັງລົງປ້ອງກັນຄວາມສະຫງົບຮອບດ້ານເພື່ອປ້ອງກັນພວກຂີ້ລັກງັດແງະທີ່ສວຍໂອກາດໃນຍາມວິກິດແບບນີ້. ຈາກນັ້ນ ທ່ານເຈົ້າແຂວງພ້ອມການນໍາ ພັກ-ລັດ ກໍໄດ້ລົງກວດກາເບິ່ງຄວາມເສຍຫາຍຂອງປະຊາຊົນ ແລະ ການໃຫ້ການຊ່ວຍເຫຼືອຂອງແຕ່ລະກໍາລັງຢູ່ແຕ່ລະບ້ານ.

อาจเป็นรูปภาพของ 3 คน, ผู้คนกำลังยืน และกลางแจ้ง
อาจเป็นรูปภาพของ 2 คน, ผู้คนกำลังยืน, พื้นหญ้า และต้นไม้
อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

Comments