ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ເຂົ້າຢ້ຽມອໍາລາ

ໃນວັນທີ 18 ມິຖຸນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເຢັນ ເປີເຕີ ລຸດເຄິນເຮັມ (Jens Peter Litkenherm) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສະຫະພັນ ເຢຍລະມັນ ປະຈຳລາວ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ເຢຍລະມັນ ຕະຫລອດໄລຍະເວລາ 4 ປີ ທີ່ປະຈໍາການ ຢູ່ ສປປ ລາວ ເປັນຕົ້ນ ລະດົມຂົນຂວາຍທຶນຊ່ວຍເຫລືອລ້າ ຈາກລັດຖະບານເຢຍລະມັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມທາງການ ຂອງການນຳຂັ້ນສູງຂອງສອງປະເທດ ໃນຫລາຍລະດັບ ພິເສດໃນປີ 2019, ການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການຂອງທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ແລະ ການມາຢ້ຽມຢາມລາວ ຂອງ ທ່ານ ນໍເບີດ ບາເທີນ (Norbert Barthle) ຮອງລັດຖະມົນຕີ ກະຊວງຮ່ວມມື, ເສດຖະກິດ ແລະ ການພັດທະນາ ແຫ່ງ ສສ ເຢຍລະມັນ. ນອກນັ້ນ, ຍັງມີການຊ່ວຍເຫລືອ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຂອງສະຖານທູດເຢຍລະມັນ ປະຈຳລາວ ໃຫ້ແກ່ອົງການກາແດງລາວ ມູນຄ່າ 10.960 ເອີໂຣ, ການຊຸກຍູ້ຂົນຂວາຍການຊ່ວຍເຫລືອຂອງສະມາຄົມມິດຕະພາບ ເຢຍລະມັນ-ລາວ ແລະ ລາວ-ເຢຍລະມັນ ໃຫ້ແກ່ລັດຖະບານລາວ 2 ຄັ້ງ, ມູນຄ່າ 70 ລ້ານກີບ ແລະ ການຊ່ວຍເຫລືອວັກແຊງປ້ອງກັນໂຄວິດ-19 ພາຍໃຕ້ໂຄງການ COVAX Facility.

อาจเป็นรูปภาพของ 2 คน และผู้คนกำลังยืน

ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນເຢຍລະມັນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊົນນະບົດ ແລະ ວຽກງານອາຊີວະສຶກສາເປັນຂະແໜງ ການທີ່ພົ້ນເດັ່ນທີ່ສຸດ, ຊຶ່ງມາເຖິງປັດຈຸບັນ ມີມູນຄ່າລວມການຊ່ວຍເຫລືອຫລາຍກວ່າ 500 ລ້ານເອີໂຣ. ການຊ່ວຍເຫລືອດັ່ງກ່າວ, ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານລາວ ປະດັບຫລຽນກາມິດຕະພາບໃຫ້ແກ່ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກເຖິງຜົນງານຄຸນງາມຄວາມດີ ທີ່ທ່ານອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ເຢຍລະມັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ພາບ: ຂັນໄຊ

Comments