General

ສະພາ ສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ

ໃນວັນທີ 12 ກໍລະກົດ 2021 ສະພາແຫ່ງຊາດ ໄດ້ຈັດຕັ້ງສໍາມະນາເປີດກວ້າງ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາ ແຜນພັດທະນາພະລັງງານໄຟຟ້າ ແລະ ແຮ່ທາດ ເເຫ່ງຊາດ, ໂຄງການສໍາປະທານ ພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ເພື່ອຮັບປະກັນເຮັດໃຫ້ເນື້ອໃນຂອງຮ່າງມະຕິດັ່ງ ກ່າວ ມີຄວາມອຸດົມສົມບູນ, ຄົບຖ້ວນ, ຊັດເຈນ ແລະ ເປັນເອກະພາບກັບບັນດາຂະແໜງການກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ມະນິໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ສະເໜີຫຍໍ້ ກ່ຽວກັບການສ້າງຮ່າງມະຕິດັ່ງກ່າວ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງມະຕິດັ່ງກ່າວ, ເຊິ່ງເປັນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍ ...

Read More »

ສະວິດເຊີແລນ ໃຫ້ການຊ່ວຍເຫລືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນ

ໃນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ອົງການເພື່ອການພັດທະ ນາ ແລະ ຮ່ວມມືສະວິດເຊີແລນ ມອບການຊ່ວຍເຫລືອດ້ານສະບຽງອາຫານ ມູນຄ່າເກືອບ 790.000 ໂດລາສະຫະລັດ ໃຫ້ແກ່ບັນດາສູນຈຳກັດບໍລິເວນ ໃນ 6 ແຂວງ ຄື ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກ. ການມອບການຊ່ວຍເຫລືອໃນຄັ້ງນີ້, ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານທີ່ມີໂພຊະນາການ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານປະມານ 8.000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ, ເຊິ່ງຈະສາມາດສະໜອງອາຫານຫລາຍກວ່າ 335.000 ຄາບອາຫານ ໃນໄລຍະເວລາປະມານ 2 ເດືອນເຄິ່ງ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ຈອນ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມີ ສະວິດເຊີແລນ ແລະ ທ່ານ ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ...

Read More »

ລັດຖະບານ ເນັ້ນໜັກໃຫ້ເພີ່ມທະວີການປ້ອງກັນການລັກລອບເຂົ້າປະເທດ

ການປ້ອງກັນພະຍາດໂຄວິດ-19 ຖືເປັນໜຶ່ງບັນຫາສຳຄັນທີ່ລັດຖະບານຕ້ອງເອົາໃຈໃສ່ເປັນພິເສດບໍ່ ເຊິ່ງໃນກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IX ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະ ຫວ່າງວັນທີ 6-8 ກໍລະກົດ 2021 ກໍ່ໄດ້ມີການຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ 2021 ກອງປະຊຸມເຫັນດີດ້ານຫຼັກການຮັບຮອງບົດລາຍງານດັ່ງກ່າວ, ພ້ອມທັງ ຊົມເຊີຍທຸກພາກສ່ວນໃນສັງຄົມ ທີ່ມີສ່ວນຮ່ວມໃນວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງໃນການຈັດ ຕັ້ງຜັນຂະຫຍາຍນິຕິກຳ ກໍ່ຄືການປະຕິບັດມາດຕະການຕ່າງໆ ມີປະສິດ ທິພາບ ແລະປະສິດທິຜົນດີສົມຄວນ, ລວມທັງການປະກອບສ່ວນຊ່ວຍ ເຫຼືອຊຸກຍູ້ເປັນເງິນ ແລະ ວັດຖຸໃຫ້ແກ່ພາກລັດ ແລະ ສັງຄົມໃນການແກ້ໄຂ ແລະ ບັນເທົາຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຢ່າງໃດກໍ່ຕາມ ອີງຕາມການປະເມີນສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ, ເຖິງວ່າຕົວເລກການລະບາດຢູ່ພາຍໃນປະເທດສືບຕໍ່ຫຼຸດລົງ, ແຕ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດຢູ່ປະເທດໃກ້ຄຽງຍັງສືບຕໍ່ເພີ່ມຂື້ນ. ນອກຈາກນີ້ ຢູ່ປະເທດເຮົາ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາ ຈາກການນໍາເຂົ້າ ຊຶ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ. ພ້ອມນີ້ ແຮງງານລາວທີ່ຢູ່ປະເທດໃກ້ຄຽງມີຄວາມຕ້ອງ ...

Read More »

ສະມາຄົມນັກຂ່າວ ຫາລືການກະກຽມ ສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ

ໃນວັນທີ 8 ກໍລະກົດ 2021, ສະມາຄົມສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະ ຊຸມປຶກສາຫາລື ເພື່ອກະກຽມຈັດກິດຈະກຳສະເຫລີມສະຫລອງ ວັນສື່ມວນຊົນລາວ ຄົບຮອບ 71 ປີ (13/8/1950-13/8/2021) ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີຮອງປະທານ ພ້ອມດ້ວຍຄະນະສະມາຄົມນັກຂ່າວ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຄະນະມາຄົມນັກຂ່າວ ແມ່ນໄດ້ແບ່ງຄວາມຮັບຜິດຊອບແຕ່ລະກິດຈະກຳ ໃຫ້ແຕ່ລະຄົນຮັບຜິດຊອບ, ເຊິ່ງການຈັດກິດຈະກຳສະເຫລີມສະຫລອງວັນສື່ມວນຊົນລາວ ໃນປີນີ້ ຈະໄດ້ຈັດສຳມະນາໃຫ້ແກ່ນັກສື່ມວນຊົນລາວຢູ່ສູນກາງ, ແຂ່ງຂັນຄຣິບວີດີໂອສັ້ນ ແລະ ແຂ່ງຂັນກິລາມິດຕະພາບ ໂດຍຮ່ວມກັບ ວິທະຍຸສາກົນແຫ່ງ ສປ ຈີນ (CRI) ປະຈຳ ສປປ ລາວ. ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ກໍເພື່ອເປັນການລະນຶກເຖິງວັນສື່ມວນຊົນລາວ ຄົບຮອບ 71 ປີ ແລະ ທັງເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີນໍາອີກ. ພ້ອມກັນນີ້, ...

Read More »

ນະຄອນຫຼວງວຽງຈັນ ສູ້ຊົນພັດທະນາຕົວໂຄງລ່າງ

ປີ 2021 ນີ້, ນະຄອນຫຼວງວຽງຈັນ ຈະສູ້ຊົນຟື້ນຟູເສັ້ນທາງສາຍຫຼັກ ແລະ ເສັ້ນ ທາງສາຍແຈກ ຈໍານວນ 9 ເສັ້ນ ມີລວງຍາວ 23 ກິໂລແມັດ ແກ້ໄຂຈຸດທີ່ມີການສັນຈອນແອອັດຕາມທ້ອງຖະໜົນ ໂດຍການປັບປຸງເປີດກວ້າງ ແລະ ຂະຫຍາຍວົງວຽນຖະໜົນຄູວຽງ (ແຕ່ວົງວຽນຄອມເຊັນເຕີ ຫາ ວົງວຽນ 5 ເມສາ), ໜ້າໂຮງກາຍຍະສິນ ແລະ ຫ້າແຍກສະຫວ່າງ ຮ່ວມກັບອົງການ JICA. ສູ້ຊົນໃຫ້ໂຄງການກໍ່ສ້າງ ແລະ ພັດທະນາແຄມຂອງໄລຍະ II ແຕ່ຫຼັກ 3 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ໃຫ້ໄດ້ເລີ່ມຕົ້ນລົງມືຈັດຕັ້ງປະຕິບັດ. – ລົງເຜີຍແຜ່ ແລະ ຝຶກອົບຮົມລະບຽບຄຸ້ມຄອງການປຸກສ້າງໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ 5 ເມືອງໃນ. ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງການປຸກສ້າງທີ່ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງເຊັ່ນ: ມ້າງເທີບ -ເງີບ ທີ່ກວມເຂດສະຫງວນຂອງທາງ, ຕັດປ້າຍໂຄສະນາ, ກອງທຶນ, ກອງຊາຍ, ການຂາຍເຄື່ອງຕາມແຄມທາງໃນ 3 ເສັ້ນທາງຫຼັກຄື: ຖະໜົນໄກສອນ ...

Read More »

ອາຊຽນ ຕົກລົງເຫັນດີແກ້ໄຂວິກິດການຢູ່ມຽນມາ

ຕາມ​ຂ່າວ​ຈາກ​ ຫວຽດນາມ(VOVWORLD),ວັນ​ທີ 7ກໍລະກົດ, ທ່ານ ວີ​ວຽນ ບາ​ລາ ຄຣີສ​ແນນ(Vivian Balakrishnan), ລັດຖະມົນຕີ ການຕ່າງປະເທດ ສິງກະໂປ ຊີ້ແຈ້ງວ່າ: ໃນຂອບເຂດ ອາຊຽນ, ບັນດາປະເທດ ພວມມານະ ພະຍາຍາມ ຊຸກຍູ້ ວິວັດທະນາການ ປະຕິບັດ ຂໍ້ຄວາມເຫັນດີ ເຫັນພ້ອມ 5 ປະການ ເຊິ່ງການນຳ ບັນດາ ປະເທດ ບັນລຸໄດ້ ເພື່ອແນໃສ່ ແກ້ໄຂ ວິກິດການຢູ່ ມຽນມາ ​ໂດຍຮຽກຮ້ອງ ໃຫ້ຢຸດຕິ ການໃຊ້ ຄວາມຮຸນແຮງ ໃນທັນທີ ແລະ ບັນດາຝ່າຍ ທັງໝົດ ຈົ່ງລະງັບໃຈ, ດຳເນີນການ ເຈລະຈາ ທີ່ມີລັກສະນະ ສ້າງສັນ ລະຫວ່າງ ບັນດາຝ່າຍ ທີ່ກ່ຽວຂ້ອງ ທັງໝົດ ເພື່ອແນໃສ່ ຊອກຫາ ມາດຕະການ ສັນຕິພາບ, ແຕ່ງຕັ້ງ ທູດພິເສດ ຂອງປະທານ ອາຊຽນ ເປັນກາງ ຊຸກຍູ້ ວິວັດທະນາການ ...

Read More »

ຈຳປາສັກ ກຽມຂະຫຍາຍໂຮງໝໍພາກສະໜາມ ຮອງຮັບກໍລະນີຕິດເຊື້ອໂຄວິດໃໝ່

ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທັງເປັນຜູ້ປະຈຳການ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ຂັ້ນແຂວງ ໄດ້ໃຫ້ສຳພາດກັບນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 7 ກໍລະກົດ 2021 ນີ້ວ່າ: ປັດຈຸບັນ, ແຂວງຈຳປາສັກ ກຽມຂະຫຍາຍໂຮງໝໍພາກສະໜາມ ຕື່ມອີກ 2 ແຫ່ງ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍ 106 ແລະ ວິທະຍາໄລການເງິນພາກໃຕ້ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນແຂວງມີຈຳນວນເພີ່ມຂຶ້ນ, ເຊິ່ງນັບແຕ່ຕົ້ນປີ 2021 ຫາ ວັນທີ 7 ກໍລະກົດ 2021 ມີຜູ້ຕິດເຊື້ອທັງໝົດ 571 ຄົນ, ຍິງ 273 ຄົນ (ຕິດເຊື້ອໃນຊຸມຊົນ 118 ຄົນ ແລະ ຕິດເຊື້ອນໍາເຂົ້າຈາກແຮງງານກັບມາແຕ່ປະເທດເພື່ອນບ້ານ 453 ຄົນ), ໃນນັ້ນ ມີຜູ້ຕິດເຊື້ອຕ່າງແຂວງ 190 ຄົນ ປະກອບມີ: ສາລະວັນ 154 ຄົນ, ...

Read More »

ປະທານປະເທດ ຕ້ອນຮັບ ລັດຖະມົນຕີ ຕ່າງປະເທດ ສ ຣັດເຊຍ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 7 ກໍລະກົດ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະ ພັນ ຣັດເຊຍ ໃນໂອກາດທີ່ທ່ານນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 6-7 ກໍລະກົດ 2021. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ເຊຣເກ ລາວະຣົບ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນນິມິດໝາຍອັນດີ ແລະ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ຍາວນານ ລະຫວ່າງສອງປະເທດ ໃຫ້ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ. ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ...

Read More »

ແຂວງຈໍາປາສັກ ໄດ້ຮັບອຸປະກອນການແພດ ຈາກນະຄອນຊົງຊິ້ງ ແລະ ນະຄອນໜານໜິງ ສປ ຈີນ

ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງໄດ້ ຮັບການຊ່ວຍເຫລືອດ້ານອຸປະກອນການແພດ ຈາກນະຄອນຊົງຊິ້ງ ແລະ ນະຄອນໜານໜິງ ສປ ຈີນ ລວມມູນຄ່າທັງໝົດ 2 ຕື້ກວ່າກີບ ເພື່ອປະກອບສ່ວນເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19. ໃນນັ້ນ, ນະຄອນຊົງຊິ້ງ ໄດ້ມອບ ຜ້າອັດປາກ-ດັງ ຈຳນວນ 200.000 ອັນ ແລະ ຊຸດປ້ອງກັນການຕິດເຊື້ອ ຫລື ຊຸດ PPE ຈໍານວນ 10.000 ຊຸດ ແລະ ນະຄອນໜານໜິງ ມອບຜ້າອັດປາກ-ດັງ ຈໍານວນ 10.000 ອັນ ແລະ ແວ່ນຕາ 200 ອັນ.ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າໃຫ້ອົງຄະນະພັກ, ອົງການປົກຄອງ ແລະ ...

Read More »

ປະທານອົງການກາແດງລາວເຄື່ອນໄຫວຢ້ຽມຢາມ ເຮັດວຽກທີ່ແຂວງບໍ່ແກ້ວ

ໃນວັນທີ 2 ກໍລະກົດ 2021 ນີ້ ທ່ານ ຮຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢຽ້ມຢາມເຮັດວຽກທີ່ແຂວງບໍ່ແກ້ວ ໂດຍໄດ້ເຂົ້າພົບທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ເຊິ່ງປະທານອົງການກາແດງລາວໄດ້ສະເໜີໃຫ້ການນຳຂອງແຂວງຈົ່ງໃຫ້ການສະໜັບສະໜູນຮ່ວມມືກັບອົງການກາແດງລາວ ໃນການປຸກລະດົມຂົນຂວາຍຂະແໜງການຕ່າງໆອ້ອມຂ້າງແຂວງ ໂດຍສະເພາະການບໍລິຈາກເລືອດ, ລະດົມທຶນຮອນ ແລະ ຂອດການປະສານງານກັບຂະແໜງການທີ່ກ່ຽວຂ້ອງ ແລະວຽກອື່ນໆ. ໂອກາດດັ່ງກ່າວ ທ່ານເຈົ້າແຂວງບໍ່ແກ້ວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຮັບໜ້າທີ່ໃໝ່ຂອງປະທານອົງການກາແດງລາວ ແລະມາເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວໃນຄັ້ງນີ້ , ຈາກນັ້ນໄດ້ມີພິທີມອບຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ ເພື່ອໄປມອບຕໍ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາຍໃນແຂວງ ເຄື່ອງທີ່ມອບໃນຄັ້ງນີ້ປະກອບມີ ເຂົ້າສານ, ນ້ຳດື່ມ, ໝີ່, ປາກະປ໋ອງ, ຢາປົວພະຍາດ, ບັ້ງມອດໄຟ ແລະອຸປະກອນປະຖົມພະຍາບານຈໍານວນໜຶ່ງ ລວມມູນຄ່າທັງໝົດ 21.090.000 ກີບ, ເຊິ່ງວັດຖຸຈໍານວນນີ້ໄດ້ຮັບການສະໜັບສະໜູນຈາກ ກາແດງສິງກະໂປ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ. ໂດຍ: ນັກຂ່າວອົງການກາແດງ 33

Read More »