ວັນທີ 15-16 ມິຖຸນາ 2021, ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ກອງປະຊຸມຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ສະມາຊິກພັກ-ພະນັກງານ ພາຍໃນກະຊວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ຜທ. ບັນດາເອກະສານສຳຄັນ ທີ່ເຜີຍໃນກອງປະຊຸມຄັ້ງນີ້, ປະກອບມີ: ລາຍງານການເມືອງກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ສະບັບຄົບຖ້ວນ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ສະບັບຫຍໍ້ ຕິດພັນກັບວຽກງານຈຸດສຸມ ກະຊວງ ຜທ, ກົດລະບຽບຂອງພັກ ສະໄໝທີ XI, ມະຕິຂອງກົມການເມືອງສູນກາງພັກ ເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໄລຍະໃໝ່, ມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ແລະ ບົດສະຫລຸບວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ 5 ປີ (2016-2020) ແລະ ທິດທາງແຜນການ ປີ 2021. ພ້ອມກັນນັ້ນ, ກໍຈະໄດ້ຜ່ານບົດສະຫລຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ແລະ ທິດທາງແຜນການໃນປີ 2021.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແມ່ນເຫດການການເມືອງສຳຄັນປະຫວັດ ສາດ, ເປັນກອງປະຊຸມແຫ່ງການສືບຕໍ່ຍຶດໝັ້ນ ແລະ ເພີ່ມເຕີມເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບ ດ້ານມີຫລັກການຂອງພັກເຮົາໃຫ້ເຂົ້າສູ່ລວງເລິກ, ກຳນົດທັດສະນະແຫ່ງການຫັນປ່ຽນຢ່າງແຂງແຮງ, ເລິກ ເຊິ່ງ, ຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມໃນຊຸມປີຕໍ່ໜ້າ ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ທັງແມ່ນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບ ແນໃສ່ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນພາຍໃນຊາດ, ເດັດດ່ຽວປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດສູ່ຈຸດ ໝາຍສັງຄົມນິຍົມ.

ສະຫາຍ ສອນໄຊ ສີພັນດອນ ກ່າວວ່າ: ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງໄດ້ພ້ອມກັນນຳເອົາບັນດາເນື້ອໃນຈິດໃຈຂອງບັນດາເອກະສານທີ່ໄດ້ກ່າວມາຂ້າງເທິງນີ້ ມາຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານຂອງກະຊວງ ຜທ ແລະ ຫັນມາເປັນເອກະສານຄົ້ນຄວ້າເຊື່ອມຊຶມໃຫ້ສະມາຊິກພັກ-ພະນັກງານ ພາຍໃນກະຊວງ ເພື່ອສືບຕໍ່ສ້າງໃຫ້ມີການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການ ຢ່າງແຂງແຮງ, ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງແຕ່ຫົວທີ ເສີມຂະຫຍາຍສະຕິປັນຍາ, ຫົວຄິດປະດິດສ້າງ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໃຫ້ວ່ອງໄວ, ແທດຕົວຈິງ ແລະ ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງ ແລະ ມີປະສິດທິຜົນມາໃຫ້ປະເທດຊາດ ແລະ ປະຊາຊົນ. ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະນຳກະຊວງ, ບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ເສີມຂະ ຫຍາຍ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄ້ວາ, ເຊື່ອມຊຶມ ແລະ ພ້ອມກັນສະຫລຸບລາຍງານຜົນຂອງການຄົ້ນຄວ້າ ບັນດາເນື້ອໃນເອກະສານຕ່າງໆ ຢ່າງມີເນື້ອໃນທີ່ຄົບຖ້ວນສົມບູນ ແລະ ເລິກເຊິ່ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ດີ, ຖືກຕ້ອງຕາມຈຸດປະສົງ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.
