General

ຫວຽດນາມ-ລາວ ເພີ່ມທະວີຮ່ວມມື ໃນຂົງເຂດຖະແຫລງຂ່າວ

ຕາມຂ່າວສານ ຫວຽດນາມ, ເມື່ອບໍ່ດົນມານີ້, ໃນໂອກາດເດີນທາງ ໄປຢ້ຽມຢາມ ມີດຕະພາບຢ່າງເປັນ ທາງການຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ສູນກາງພັກ, ປະທານປະເທດ ສປປລາວ ຕາມຄຳເຊື້ອເຊີນຂອງ ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ແລະ ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ. ຜູ້ນຳສອງປະເທດ ໄດ້ເຂົ້າຮ່ວມ ເປັນສັກຂິພະຍານ ໃນພິທີລົງນາມ ເອກະສານ ຮ່ວມມື ຫລາຍສະບັບ. ໂດຍສະເພາະການຮ່ວມມື ດ້ານສິລະປະ ວັດທະນາທຳ ແລະ ການທ່ອງທ່ຽວ ລະຫວ່າງ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກັບ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃນໄລຍະ 2021-2025; ແຜນການຮ່ວມມຶ ໃນຂົງເຂດຖະແຫລງຂ່າວ ລະຫວ່າງ ກະຊວງຖະແຫລງຫວຽດນາມ ແລະ ກະຊວງຖະແຫລງຂ່າວ

Read More »

ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນ ໂຄວິດ ໃຫ້ເຂັ້ມງວດຫລາຍຂຶ້ນກວ່າເກົ່າ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິ ບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຫ້າມຈັດງານລ້ຽງສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອຫລຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດໂຄວິດ-19. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະ ຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 29 ມິຖຸນາ 2021 ນີ້ ວ່າ: ພວກເຮົາຍັງມີຄວາມສ່ຽງໃນການຕິດເຊື້ອ ເນື່ອງຈາກວ່າມີສາຍເຫດການແຜ່ລະບາດໃນຊຸມຊົມເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີກໍລະນີການຈຳກັດບໍລິເວນບໍ່ທັນເຄັ່ງຄັດ, ຍັງມີການຊຸມແຊວ ແລະ ແຮງງານທີ່ກັບມາແຕ່ຕ່າງປະເທດຍັງເພີ່ມຂຶ້ນ. ສະນັ້ນ, ຂໍໃຫ້ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫລື ມີການລັກເປີດບໍລິການ, ...

Read More »

ການຮ່ວມມື ລາວ-ຫວຽດນາມ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ

VNA,VOV: ຕອບສະໜອງຕາມຄຳເຊີນຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ. ເລຂາທິການໃຫຍ່, ປະທານປະເທດແຫ່ງສປປລາວ. ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໄດ້ໄປຢ້ຽມຢາມສັນຖະວະໄມຕີຫວຽດ ນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 28 – 29 ມິຖຸນາ. ສຳນັກຂ່າວສານຫວຽດນາມລາຍງານວ່າ, ຕອນເຊົ້າວັນທີ 28 ມິຖຸນາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ. ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢູ່ຫ້ອງວ່າການສູນກາງພັກ. ໃນໂອກາດພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ສາຍພົວພັນສະໜິດແໜ້ນລະຫວ່າງລາວ ແລະ ຫວຽດນາມ ຜ່ານຫຼາຍຮຸ່ນຄົນ, ສະແດງຄວາມປິຕິຊົມຊື່ນເມື່ອທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະມຸກລັດທຳອິດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ...

Read More »

ລາວ-ມາຣົກ ລົງນາມວ່າດ້ວຍການຍົກ ເວັ້ນວິຊາ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງສອງສະຖາບັນ

ໃນວັນທີ 25 ມິຖຸນາ 2021, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ມີພິທີລົງ ນາມໃນສັນຍາວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ໜັງສືຜ່ານແດນລັດຖະການ ຂອງສອງປະເທດ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ສປປ ລາວ ແລະ ວິທະຍາຄານການທູດ ແຫ່ງຣາຊະອາ ນາຈັກມາຣົກ.ລົງນາມໃນພິທີດັ່ງກ່າວ, ຕາງໜ້າໃຫ້ລັດ ຖະບານ ປປປ ລາວ ແມ່ນທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານມາຣົກ ແມ່ນທ່ານ ອານເດລອີລາ ເອລ ຮຸດສະນີ (Andelilha El Housni), ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອາ ນາຈັກ ມາຣົກ ປະຈໍາ ສປປ ລາວ ທີ່ມີສຳນັກ ງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ. ສາທາລະນະລັດ ...

Read More »

ໄຟຟ້າລາວ ຫາລືກ່ຽວກັບກໍລະນີໃບບິນຄ່າໄຟຟ້າສູງເກີນຄວາມເປັນຈິງ ແລະ ມາດຕະການປະຕິບັດວິໄນຕໍ່ຜູ້ກະທໍາຜິດ

ບໍລິສັດໄຟຟ້າລາວ (ຟຟລ) ເປີດກອງປະຊຸມຄະນະກຳມະການຄົ້ນຄວ້າວິໄນ ເພື່ອປຶກສາຫາລືກ່ຽວກັບກໍລະນີໃບບິນຄ່າໄຟຟ້າສູງເກີນຄວາມເປັນຈິງ ແລະ ມາດຕະການ ປະຕິບັດວິໄນ ຕໍ່ຜູ້ກະທຳຜິດ ໃນວັນທີ 27 ມິຖຸນາ 2021 ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່, ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໄນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໄນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບສາເຫດ, ທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ, ພ້ອມທັງ ຄົ້ນຄວ້າພິຈາລະ ນາ ມາດຕະການປະຕິບັດວິໄນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມ ເລື່ອງ: ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021 ກ່ຽວກັບມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ, ການສົ່ງໃບບິນ, ...

Read More »

ສະມາຄົມນັກຂ່າວແຫ່ງ ສປປ ລາວ ປຶກ ສາແຜນວຽກໃນຕໍ່ໜ້າ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນວຽກໃນຕໍ່ໜ້າຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ອະດີດຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ປະທານ ສຂລ, ມີຮອງປະທານ, ຄະນະບໍລິຫານງານ ແລະ ເລຂາທິການ ສຂລ ເຂົ້າຮ່ວມ.ກອງປະຊຸມໄດ້ສັງລວມເອົາໝາກຜົນແຫ່ງການເຄື່ອນໄຫວທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍພາຍໃຕ້ການນຳພາ ຊີ້ນຳຂອງຄະນະປະຈຳພັກ-ຄະນະນຳກະຊວງ ຖວທ ບວກກັບການເຄື່ອນໄຫວຂອງຄະນະນຳ ສຂລ ແລະ ຖັນແຖວນັກຂ່າວທົ່ວປະເທດ ແລະ ໄດ້ຮັບການສະໜັບສະໜູນ, ອຸປະຖຳ ແລະ ຊ່ວຍເຫຼືອອັນລ້ຳຄ່າຫຼາຍດ້ານຈາກການຈັດຕັ້ງທີ່ກ່ຽວຂ້ອງ, ຂະແໜງການທ້ອງຖິ່ນທັງພາກລັດ-ເອກະຊົນ ຈຶ່ງສາ ມາດຍາດໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນໄດ້ຈັດການຝຶກອົບຮົມ, ຖະແຫຼງຂ່າວ, ພົບປະກັບອົງການຈັດຕັ້ງລັດ-ສັງຄົມ, ບໍລິສັດ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ, ໃນນີ້ໄດ້ເຂົ້າຮ່ວມບາງໂຄງການທີ່ຕິດພັນກັບ ສຂລ, ສ້າງກິດຈະກຳຕ່າງໆ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ, ການຮ່ວມມືກັບອົງການຂ່າວ- ສະມາຄົມນັກຂ່າວຂອງບັນດາປະເທດເພື່ອນມິດ ບົນແນວທາງການຕ່າງປະເທດຂອງພັກ, ລັດຖະບານ ແລະ ບັນຫາອື່ນໆທີ່ຕິດພັນກັບພາລະບົດບາດໜ້າທີ່ຂອງ ສຂລ. ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງ ໃນຮູບແບບທາງໄກ ໜຶ່ງແລວໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ

ໃນວັນທີ 23 ມິຖຸນາ 2021, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນໃນຮູບແບບທາງໄກ ພາຍໃຕ້ຫົວຂໍ້: “ສົ່ງເສີມການຮ່ວມມືໃນການຕ້ານພະຍາດລະບາດ ເພື່ອການຟື້ນຟູແບບຍືນຍົງ (Promoting Cooperation on Combating the Pandemic for Sustainable Recovery”), ໂດຍການເປັນປະທານຂອງທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດຂອງປະເທດຄູ່ຮ່ວມມື ແລະ ຕາງໜ້າອົງການຈັດຕັ້ງສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຈາກພາກພື້ນອາຊີ-ປາຊີຟິກ.ກອງປະຊຸມໄດ້ແລກຄຳຄິດເຫັນ ກ່ຽວກັບການສະກັດກັ້ນ, ເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ປຶກສາຫາລືຜົນກະທົບ ແລະ ມາດຕະການແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຈາກພະຍາດດັ່ງກ່າວ ເປັນຕົ້ນ ແມ່ນການຮ່ວມມືການສະໜອງວັກແຊັງໃຫ້ພຽງພໍ ແລະ ທົ່ວເຖິງ ລວມໄປເຖິງ ມາດຕະການຊ່ວຍເຫລືອຂະແຫນງເສດຖະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ...

Read More »

ນະຄອນຫລວງວຽງຈັນ ມີແຜນສືບຕໍ່ສັກວັກຊິນໃຫ້ຄົບທຸກຄົນ

ປັດຈຸບັນ ການສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ, ແມ່ນເປັນທີ່ຕ້ອງການຂອງພໍ່ແມ່ປະຊາຊົນ ເປັນຈຳນວນຫລາຍ, ເຊິ່ງໄລຍະຜ່ານມາເຮັດໃຫ້ບາງຈຸດ ບໍລິການສັກວັກຊິນ ມີຄວາມແອອັດ, ສັບສົນຫລາຍ ແລະ ເກີດມີຫາງສຽງຕ່າງໆນາໆທີ່ບໍ່ດີ ຢູ່ໃນສັງຄົມ ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ. ຂະນະດຽວກັນ, ນະຄອນຫລວງວຽງຈັນ ກໍໄດ້ມີການຢືນຢັນວ່າ ຍັງມີແຜນສືບຕໍ່ສັກວັກຊິນ ເປັນແຕ່ລະໄລຍະໃຫ້ພໍ່ແມ່ປະຊາຊົນຈົນກວ່າຈະຄົບທຸກຄົນ. ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກ ສາທາລະນະສຸກນະ ຄອນຫລວງວຽງຈັນ, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາວ່າ: ວຽກງານການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ ແມ່ນໄດ້ຈັດຕັ້ງປະຕິບັດສັກວັກຊິນຮອບທີ 2 ເຂັມທີ 1 ແຕ່ວັນທີ 15-25 ມິຖຸນາ 2021 ແລະ ຈະມີແຜນສືບຕໍ່ສັກ ໃຫ້ພໍ່ແມ່ປະຊາຊົນເປັນແຕ່ລະໄລຍະ ຈົນກວ່າຈະຄົບທຸກຄົນ, ເຊິ່ງມີວັກຊິນ 3 ຊະນິດຄື: ຊີໂນຟາມ (Sinopharm), ແອັດສຕາຊີເນກາ (AstraZeneca) ແລະ ໄຟເຊີ (Pfizer) ໂດຍສະເພາະ ແມ່ນວັກຊິນ Pfizer ທີ່ສັກໃຫ້ກຸ່ມຄົນສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດຊໍາເຮື້ອເທົ່ານັ້ນ, ...

Read More »

ມີກຸ່ມຄົນສວຍໂອກາດຮັບແລ່ນເອກະສານ ແລະ ເຮັດບັດສັກຢາກັນພະຍາດໂຄວິດປອມ

ໃນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ຍັງບໍ່ມີແນວໂນ້ມທີ່ຈະຫລຸດລົງ ແລະ ຍັງມີການລະບາດເປັນວົງກວ້າງ ລວມທັງ ສປປ ລາວ, ແຕ່ປັດຈຸບັນ ໄດ້ມີກຸ່ມຄົນຈຳ ນວນໜຶ່ງສວຍໂອກາດຫາຜົນປະໂຫຍດໃຫ້ກັບຕົນເອງ ແບບຜິດລະບຽບກົດໝາຍໃນໄລຍະທີ່ມີການລະບາດຂອງເຊື້ອພະຍາດດັ່ງກ່າວ, ໂດຍສະເພາະການຮັບເຮັດ ຫລື ແລ່ນເອກະສານ ກ່ຽວກັບໃບຢັ້ງ ຢືນກວດໂຄວິດ-19 ເຮັດບັດຂຽວ ຫລື ບັດສັກຢາກັນພະຍາດໂຄວິດປອມ ຂຶ້ນເປັນຈໍານວນຫລາຍ, ເຊິ່ງໄດ້ໂພສລົງເຟສບຸກ ຫລື ໃນສື່ສັງຄົມອອນລາຍ. ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ທັງເປັນຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 18 ມິຖຸນາ 2021 ຜ່ານມານີ້ວ່າ: ພາຍຫລັງທີ່ລັດຖະບານ ໄດ້ມີມາດຕະການ ແລະ ມີຄຳສັ່ງທີ່ເຂັ້ມງວດ ໂດຍສະເພາະ ຄຳສັ່ງເລກທີ 959/ສນຍ ໄດ້ລະບຸວ່າ ຖ້າມີການເດີນທາງເຂົ້າ-ອອກ ລະຫວ່າງແຂວງຕໍ່ແຂວງ ຫລື ອອກຕ່າງປະເທດ ແມ່ນທຸກຄົນຕ້ອງໄດ້ຮັບການສັກວັກແຊງຄົບ 2 ເຂັມ ຈຶ່ງສາມາດເດີນທາງໄປໄດ້ ໂດຍແມ່ນສູນແມ່ ແລະ ເດັກ, ແລະ ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ເຂົ້າຢ້ຽມອໍາລາ

ໃນວັນທີ 18 ມິຖຸນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເຢັນ ເປີເຕີ ລຸດເຄິນເຮັມ (Jens Peter Litkenherm) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສະຫະພັນ ເຢຍລະມັນ ປະຈຳລາວ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ເຢຍລະມັນ ຕະຫລອດໄລຍະເວລາ 4 ປີ ທີ່ປະຈໍາການ ຢູ່ ສປປ ລາວ ເປັນຕົ້ນ ລະດົມຂົນຂວາຍທຶນຊ່ວຍເຫລືອລ້າ ຈາກລັດຖະບານເຢຍລະມັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ...

Read More »