ຫ້ອງການສຳນັກງານນາຍົກປະກາດການຈັດຕັ້ງໃໝ່ 8 ຕຳແໜ່ງ ແລະອອກບຳນານ 6 ທ່ານ

ໃນຕອນບ່າຍ ວັນທີ 14 ມິຖຸນາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ, ໂດຍການເປັນປະທານ ຂອງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຫົວໜ້າກົມ, ຮອງຫົວ ໜ້າກົມ ແລະ ທຽບເທົ່າ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄົມສັນ ໄຊຍະສານ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄື: ຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ຈຳນວນ 6 ທ່ານ, ໃນນີ້ ແມ່ນຫົວໜ້າພະແນກ 4 ທ່ານ, ເປັນ ຍິງ 3 ທ່ານ ແລະ ຮອງຫົວໜ້າພະແນກ 2 ທ່ານ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 8 ທ່ານ, ຍິງ 3 ທ່ານ. ສຳລັບການປະຕິບັດນະໂຍບາຍອຸດໜູນຕ່າງໆ ຕໍ່ບັນດາທ່ານເຫຼົ່ານັ້ນ ແມ່ນນັບແຕ່ວັນທີ 1 ກໍລະກົດ 2021 ເປັນຕົ້ນໄປ.

ຫຼັງຈາກນັ້ນ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ກໍ່ໄດ້ໃຫ້ກຽດ ມອບຊໍ່ດອກໄມ້ ໃຫ້ແກ່ບັນດາທ່ານ ທີ່ໄດ້ຮັບນະໂຍບາຍອອກພັກການຮັບອຸດໜູນບຳນານ ໃນຄັ້ງນີ້ ເພື່ອ ສະແດງຄວາມຊົມ ເຊີຍ ຕໍ່ຜົນສຳ ເລັດ ທີ່ບັນດາທ່ານ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການ ຈັດຕັ້ງປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ຕະຫຼອດໄລຍະການເປັນພະນັກງານ-ລັດຖະກອນ. ພ້ອມກັນນີ້ ກໍ່ໄດ້ໃຫ້ກຽດ ມອບຂໍ້ຕົກລົງ ໃຫ້ແກ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຮອງຫົວໜ້າກົມ ໃນຄັ້ງນີ້ຕື່ມອີກ.


ໃນພິທີທີ່ມີຄວາມໝາຍຄັ້ງນີ້, ທ່ານ ຄຳເຈນ ວົງໂພສີ ຍັງໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ, ໂດຍໄດ້ກ່າວຍ້ອງ ຍໍຊົມເຊີຍ ຕໍ່ບັນດາທ່ານ ທີ່ໄດ້ຮັບການປະກາດການຈັດຕັ້ງ ໃນຄັ້ງນີ້ ໂດຍສະເພາະ ແມ່ນໄດ້ຍົກໃຫ້ເຫັນ ຜົນງານ, ຄຸນ ງາມຄວາມດີ, ຄວາມເປັນແບບຢ່າງ, ຄວາມອົດທົນພະຍາຍາມ, ຄວາມຮັບຜິດຊອບ, ຄວາມເສຍສະຫຼະ ແລະ ອື່ນໆ. ອັນສຳຄັນ ທ່ານໄດ້ມີຄຳເຫັນເນັ້ນໜັກ ໃຫ້ຜູ້ທີ່ໄດ້ຮັບນະໂຍບາຍພັກການຮັບອຸດໜູນບຳນານ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ພ້ອມທັງ ຊ່ວຍຕິດຕາມ, ຊຸກຍູ້ ການປະຕິບັດໜ້າທີ່ ຂອງພະນັກງານ- ລັດຖະກອນ ໃນກົມກອງ ທີ່ບັນດາທ່ານສັງກັດຜ່ານມາ ດ້ວຍຮູບການ ແລະ ວິ ທີການ ທີ່ສອດຄ່ອງກັບເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະທ່ານ.

ສຳລັບຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ໃຫ້ສືບຕໍ່ບຸກບືນ, ສູ້ຊົນ ໃນການປະຕິບັດໜ້າທີ່ວຽກງານ ດ້ວຍຈິດໃຈບຸກທະລຸ ແລະ ເປັນແບບຢ່າງ ໃຫ້ແກ່ມະຫາຊົນ, ບໍ່ໃຫ້ມີການສວຍໃຊ້ໜ້າທີ່ໄປໃນທາງທີ່ບໍ່ຖືກ ຕ້ອງ ຫຼື ປະປ່ອຍ, ເມີນເສີຍ, ຖືເບົາຕໍ່ວຽກງານ.
ເພື່ອເປັນທິດນຳ ໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ຂອງຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ມີຜົນ ສຳ ເລັດ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ຍັງໄດ້ເນັ້ນໜັກເພີ່ມຕື່ມບາງບັນຫາ ເປັນຕົ້ນ ໃຫ້ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະ ກອນ ສູງຂຶ້ນເລື້ອຍໆ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ໃນແຕ່ລະໄລຍະ ໂດຍສະເພາະ ການເປັນເສນາທິການ ໃຫ້ແກ່ລັດຖະບານ ບົນພື້ນຖານ ການປະຕິບັດໜ້າທີ່ ດ້ວຍຈິດໃຈບຸກທະລຸ, ເອກະພາບກັບແນວທາງ-ມະຕິ, ເຂັ້ມງວດ ຕໍ່ວິໄນຕ່າງໆ, ທັງເສຍສະຫຼະ ເພື່ອຄວາມສຳເລັດຂອງໜ້າທີ່ ທີ່ໄດ້ຮັບມອບໝາຍ; ເພີ່ມທະວີກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງ, ນິຕິກຳຕ່າງໆ ຂອງຂັ້ນເທິງ, ລວມທັງ ພາລະບົດບາດ, ສິດ-ໜ້າທີ່ ຂອງພາກສ່ວນທີ່ຕົນຮັບຜິດ ຊອບ, ພ້ອມທັງ ມີການຈັດຕັ້ງຜັນຂະ ຫຍາຍ ຢ່າງຖືກຕ້ອງ, ສອດຄ່ອງ ແລະ ໄດ້ຮັບຜົນເປັນຢ່າງດີ.

ເພີ່ມທະວີດ້ານການບໍລິຫານ-ຈັດການ ໃຫ້ມີຄວາມວ່ອງໄວ, ຊັດເຈນ, ໂປ່ງໃສ, ຮອບຄອບ, ທັນການ, ບໍ່ເອື່ອຍອີງ ແລະ ບໍ່ລໍຖ້າແຕ່ຄຳສັ່ງ; ຫຼີກລ່ຽງ ການເຫັນແກ່ຜົນປະໂຫຍດສ່ວນ ຕົວ, ສວຍໂອກາດ ແລະ ສວຍໃຊ້ໜ້າທີ່ຕຳແໜ່ງຂອງຕົນ ໄປໃນທາງທີ່ບໍ່ຖືກຕ້ອງ; ພະນັກງານ-ລັດຖະກອນທຸກຄົນ ຕ້ອງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ທັງຮູ້ຈຳ ແນກອັນທີ່ຄວນ ແລະ ບໍ່ຄວນ, ຖ້າອັນໃດຖືກຕ້ອງ ແລະ ເປັນປະໂຫຍດ ແກ່ປະ ເທດຊາດ ແລະ ປະຊາຊົນ ເຖິງມີຄວາມຫຍຸ້ງຍາກ ກໍ່ຕ້ອງໄດ້ພ້ອມກັນເຮັດ ແລະ ເຮັດໃຫ້ໄດ້, ຕ້ອງກ້າປັບປຸງປ່ຽນແປງຕົນເອງ ເພື່ອກ້າວໄປສູ່ກົນໄກໃໝ່ທີ່ດີກວ່າ; ການເຮັດວຽກຕ້ອງຢຶດໝັ້ນຫຼັກການ ລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີການປະສານສົມທົບ ລະຫວ່າງ ການຈັດຕັ້ງກັບການຈັດຕັ້ງ, ບຸກຄົນຕໍ່ບຸກຄົນ ດ້ວຍຮູບການ, ວິທີການຕ່າງໆ ທີ່ສອດຄ່ອງ, ວ່ອງໄວ, ເປັນແບບຢ່າງທີ່ດີ, ແຂ່ງຂັນກັນໃນການປະຕິບັດໜ້າທີ່ ຢ່າງສ້າງສັນ; ຕັ້ງໜ້າເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ຫສນຍ ເປັນເສນາທີ່ດີ, ທີ່ເກັ່ງ ແລະ ໄດ້ຮັບຄວາມເຊື່ອຖື ຈາກທຸກພາກສ່ວນ; ເພີ່ມທະວີຂອດຕິດຕາມ, ກວດກາ, ປະເມີນຜົນ ແລະ ຊຸກຍູ້ ການປະຕິບັດໜ້າທີ່ ຂອງການຈັດຕັ້ງ, ຂອງບຸກຄົນ ໃນແຕ່ລະໄລຍະ ຕາມທິດຊີ້ນຳຂອງຂັ້ນເທິງ ຕິດພັນກັບການປະຕິບັດນະໂຍບາຍ ດ້ວຍຮູບການຕ່າງໆ ຕໍ່ຜູ້ມີຜົນງານ, ພ້ອມທັງ ມີຄວາມເດັດຂາດ ຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການ ຢ່າງເຄັ່ງຄັດ ແລະ ທັນເວລາ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

Comments