ຄຳມ່ວນ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີໝົດທຸກຄົນແລ້ວ

ແຂວງຄຳມ່ວນ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 6 ຄົນ ແລະ ໄດ້ຮັບການປິ່ນປົວຫາຍດີ ກັບສູ່ເຮືອນຂອງຕົນທັງໝົດແລ້ວ. ໃນນັ້ນ, ຜູ້ທີ່ຕິດເຊື້ອກໍລະນີທີ 1 ແມ່ນໄດ້ສຳເລັດການປິ່ນປົວໃນວັນທີ 7 ພຶດສະພາ 2021 ແລະ ກໍລະນີທີ 2 ຫາ 6 ແມ່ນໄດ້ສຳເລັດການປິ່ນປົວ ໃນວັນທີ 13 ມິຖຸນາ 2021. ຜູ້ຕິດເຊື້ອໂຄວິດ-19 ໃນຈຳນວນ 6 ຄົນ ຂອງແຂວງຄໍາມ່ວນ 4 ຄົນ ແມ່ນເປັນຄົນໃນຄອບຄົວດຽວກັນ, ເຊິ່ງເປັນແຮງງານກັບມາຈາກການໄປເຮັດວຽກຢູ່ປະເທດໄທ ກັບເຂົ້າມາຜ່ານດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ ໃນວັນທີ 21 ພຶດສະພາ 2021f ໂດຍໄດ້ປະຕິບັດຕາມມາດຕະການ ໃນການເຂົ້າ-ອອກ ດ່ານ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

ພາຍຫລັງທີ່ໄດ້ກວດພົບເຊື້ອ ກໍ່ໄດ້ນຳສົ່ງເຂົ້າຮັບການປິ່ນປົວຢູ່ທີ່ສູນປິ່ນປົວທີ່ແຂວງໄດ້ກຳນົດໄວ້ ຈາກນັ້ນທີມງານແພດ-ໝໍ ກໍ່ໄດ້ສຸມທັງເຫື່ອແຮງ ແລະ ສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນການປິ່ນປົວຄັ້ງນີ້, ເຊິ່ງຫລັງຈາກທີ່ໄດ້ຮັບການປິ່ນປົວ ແລະ ຕິດຕາມອາການ ຈົນຜູ້ຕິດເຊື້ອຫາຍດີແລ້ວ ທີມງານເເພດ-ໝໍ ໄດ້ສືບຕໍ່ເກັບຕົວຢ່າງເພື່ອກວດຫາເຊື້ອຕື່ມອີກໄລຍະໝຶ່ງ ເມື່ອຜົນກວດອອກມາເປັນລົບເຖິງ 4 ຄັ້ງ ຈຶ່ງໄດ້ນໍາສົ່ງໃຫ້ກັບເມືອບ້ານເຮືອນຂອງຕົນເອງ, ພ້ອມແນະນໍາໃຫ້ເຂົາເຈົ້າສືບຕໍ່ກັກບໍລິເວນຕົນເອງ ໂດຍໃຫ້ອຳນາດການປົກຄອງບ້ານ ແລະ ຄອບຄົວ ເປັນຜູ້ຕິດຕາມຈົນຄົບຕາມກຳນົດ ແລ້ວຈຶ່ງອະນຸຍາດໃຫ້ອອກສູ່ສັງຄົມພາຍນອກໄດ້.

อาจเป็นรูปภาพของ 2 คน และผู้คนกำลังยืน

Comments