ຫວຽດນາມ-ລາວ ເພີ່ມທະວີຮ່ວມມື ໃນຂົງເຂດຖະແຫລງຂ່າວ

ຕາມຂ່າວສານ ຫວຽດນາມ, ເມື່ອບໍ່ດົນມານີ້, ໃນໂອກາດເດີນທາງ ໄປຢ້ຽມຢາມ ມີດຕະພາບຢ່າງເປັນ ທາງການຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ສູນກາງພັກ, ປະທານປະເທດ ສປປລາວ ຕາມຄຳເຊື້ອເຊີນຂອງ ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ແລະ ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ. ຜູ້ນຳສອງປະເທດ ໄດ້ເຂົ້າຮ່ວມ ເປັນສັກຂິພະຍານ ໃນພິທີລົງນາມ ເອກະສານ ຮ່ວມມື ຫລາຍສະບັບ.

May be an image of 2 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ໂດຍສະເພາະການຮ່ວມມື ດ້ານສິລະປະ ວັດທະນາທຳ ແລະ ການທ່ອງທ່ຽວ ລະຫວ່າງ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກັບ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃນໄລຍະ 2021-2025; ແຜນການຮ່ວມມຶ ໃນຂົງເຂດຖະແຫລງຂ່າວ ລະຫວ່າງ ກະຊວງຖະແຫລງຫວຽດນາມ ແລະ ກະຊວງຖະແຫລງຂ່າວ

Comments