ນະຄອນຫລວງວຽງຈັນ ມີແຜນສືບຕໍ່ສັກວັກຊິນໃຫ້ຄົບທຸກຄົນ

ປັດຈຸບັນ ການສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ, ແມ່ນເປັນທີ່ຕ້ອງການຂອງພໍ່ແມ່ປະຊາຊົນ ເປັນຈຳນວນຫລາຍ, ເຊິ່ງໄລຍະຜ່ານມາເຮັດໃຫ້ບາງຈຸດ ບໍລິການສັກວັກຊິນ ມີຄວາມແອອັດ, ສັບສົນຫລາຍ ແລະ ເກີດມີຫາງສຽງຕ່າງໆນາໆທີ່ບໍ່ດີ ຢູ່ໃນສັງຄົມ ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ. ຂະນະດຽວກັນ, ນະຄອນຫລວງວຽງຈັນ ກໍໄດ້ມີການຢືນຢັນວ່າ ຍັງມີແຜນສືບຕໍ່ສັກວັກຊິນ ເປັນແຕ່ລະໄລຍະໃຫ້ພໍ່ແມ່ປະຊາຊົນຈົນກວ່າຈະຄົບທຸກຄົນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และผู้คนกำลังยืน

ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກ ສາທາລະນະສຸກນະ ຄອນຫລວງວຽງຈັນ, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາວ່າ: ວຽກງານການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ ແມ່ນໄດ້ຈັດຕັ້ງປະຕິບັດສັກວັກຊິນຮອບທີ 2 ເຂັມທີ 1 ແຕ່ວັນທີ 15-25 ມິຖຸນາ 2021 ແລະ ຈະມີແຜນສືບຕໍ່ສັກ ໃຫ້ພໍ່ແມ່ປະຊາຊົນເປັນແຕ່ລະໄລຍະ ຈົນກວ່າຈະຄົບທຸກຄົນ, ເຊິ່ງມີວັກຊິນ 3 ຊະນິດຄື: ຊີໂນຟາມ (Sinopharm), ແອັດສຕາຊີເນກາ (AstraZeneca) ແລະ ໄຟເຊີ (Pfizer) ໂດຍສະເພາະ ແມ່ນວັກຊິນ Pfizer ທີ່ສັກໃຫ້ກຸ່ມຄົນສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດຊໍາເຮື້ອເທົ່ານັ້ນ, ແຕ່ໃນຕົວຈິງມີພໍ່ແມ່ປະຊາຊົນ ຈຳນວນຫລວງຫລາຍໃຫ້ຄວາມສົນໃຈຢາກສັກຢາຊະນິດນີ້ ເນື່ອງຈາກເຂົ້າໃຈວ່າ ຢາຊະນິດນີ້ດີກວ່າວັກຊິນຊະນິດອື່ນໆ ຈຶ່ງເຮັດໃຫ້ເກີດມີບາງຈຸດໃຫ້ບໍລິການຢູ່ໃນນະຄອນຫລວງວຽງຈັນ ແອອັດ ແລະ ສັບສົນ.ທ່ານ ດຣ. ບຸນທະວີ ເດດບັນດິດ ຢືນຢັນວ່າ: ທຸກຊະນິດຢາວັກຊິນ ທີ່ນໍາມາສັກໃຫ້ພໍ່ແມ່ປະຊາຊົນ ແມ່ນມີຄຸນນະພາບທຸກຊະນິດ ແລະ ບໍ່ໄດ້ເປັນອັນຕະລາຍຕໍ່ຮ່າງກາຍມະນຸດ, ການສັກຢາວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມ ແມ່ນເພື່ອການສ້າງພູມຄຸ້ມກັນ ໃຫ້ແກ່ຮ່າງກາຍຂອງຄົນເຮົາແຂງແຮງຂຶ້ນຕື່ມ, ເມື່ອສັກແລ້ວກໍບໍ່ໄດ້ໝາຍຄວາມຈະບໍ່ຕິດເຊື້ອໂຄວິດ-19 ໄດ້ ແລະ ຕ້ອງໄດ້ສືບຕໍ່ປະຕິບັດຕາມມາດຕະການ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍເຈວ ຫລື ສະບູ່ທຸກຄັ້ງຫລັງຈັບບາຍສິ່ງຂອງຕ່າງໆ.ປັດຈຸບັນ, ໃນ 9 ຕົວເມືອງຂອງນະຄອນຫລວງວຽງຈັນ ມີຜູ້ສັກວັກຊິນແລ້ວຫລາຍກວ່າ 260.000 ຄົນ. ພ້ອມນີ້, ນະຄອນຫລວງວຽງຈັນ ຍັງມີແຜນສືບຕໍ່ສັກວັກຊິນໄປເລື້ອຍໆ ຈົນກວ່າຈະຄົບທຸກຄົນ, ເຊິ່ງໄດ້ຕັ້ງເປົ້າໝາຍສັກໃຫ້ໄດ້ 80% ໃນປີ 2021 ແລະ ນີ້ກໍເປັນໂອກາດດີແກ່ສັງຄົມ. ສະນັ້ນ, ຂໍຮຽກຮ້ອງໃຫ້ຕື່ນຕົວເຂົ້າຫາການບໍລິການສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19 ຕາມແຕ່ລະຈຸດ ທີ່ທາງຄະນະສະເພາະກິດກຳນົດໄວ້. ຖ້າຫາກບ່ອນໃດ ຈຸດໃດ ທີ່ໃຫ້ການບໍລິການສັກວັກຊິນມີຄົນແອອັດ ແລະ ມີຄົນຫລາຍ ໃຫ້ຫລີກລ້ຽງສາກ່ອນ, ເວລາໄປສັກວັກຊິນກໍຢ່າລືມປະຕິບັດ ມາດຕະການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ, ໃສ່ຜ້າປິດປາກ-ດັງ, ລ້າງມືດ້ວຍນ້ຳສະອາດ, ເຈວ ລ້າງມື ຫລື ສະບູທຸກຄັ້ງ ແລະ ຮັກສາໄລະຫ່າງ 1-2 ແມັດຂຶ້ນໄປ.

ຂ່າວ: ຂປລ

Comments