VNA,VOV: ຕອບສະໜອງຕາມຄຳເຊີນຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ. ເລຂາທິການໃຫຍ່, ປະທານປະເທດແຫ່ງສປປລາວ. ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໄດ້ໄປຢ້ຽມຢາມສັນຖະວະໄມຕີຫວຽດ ນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 28 – 29 ມິຖຸນາ. ສຳນັກຂ່າວສານຫວຽດນາມລາຍງານວ່າ, ຕອນເຊົ້າວັນທີ 28 ມິຖຸນາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ. ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢູ່ຫ້ອງວ່າການສູນກາງພັກ.

ໃນໂອກາດພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ສາຍພົວພັນສະໜິດແໜ້ນລະຫວ່າງລາວ ແລະ ຫວຽດນາມ ຜ່ານຫຼາຍຮຸ່ນຄົນ, ສະແດງຄວາມປິຕິຊົມຊື່ນເມື່ອທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະມຸກລັດທຳອິດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ແມ່ນປະເທດທຳອິດເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄປຢ້ຽມຢາມພາຍຫຼັງຮັບດຳລົງຕຳແໜ່ງໃໝ່.

ພາຍຫຼັງການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເປັນພິທີສັກຂີພິຍານພິທີລົງນາມໃນບັນດາເອກະສານລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ ແລະ ກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ແລະ ລາວ.


