General

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນ

ໃນວັນທີ 23 ກໍລະກົດ 2021 ທີ່ແຂວງຫົວພັນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ, ໂດຍມີ ສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງ, ພ້ອມພະນັກງານຫລັກແຫລ່ງ ໃຫ້ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ຊາບ. ໂດຍລວມແລ້ວແຂວງຫົວພັນ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ. ມາຮອດປັດຈຸບັນ ການພັດທະນາເສດຖະກິດ 6 ເດືອນຕົ້ນປີທົ່ວແຂວງ ມີເນື້ອທີ່ປູກຝັງລະດູແລ້ງທັງໝົດ 26.761 ເຮັກຕາ ສາມາດເກັບຜົນຜະລິດໄດ້ທັງໝົດ 37.322 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 14,57%, ເນື້ອປູກພືດເປັນສະບຽງອາຫານມີ 7.606 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 17 ພັນກວ່າໂຕນ ແລະ ...

Read More »

ງານຖະແຫຼງຂ່າວກ່ຽວກັບງານຊິງລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2021)

ໃນຕອນບ່າຍວັນທີ 22 ກໍລະກົດ 2021 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council) ຮ່ວມກັບໂຄງການ RECOTEVET ຂອງ GIZ ປະຈຳລາວ ຈັດພິທີ ຖະແຫຼງຂ່າວກ່ຽວກັບງານຊິງລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2021) ຂຶ້ນ ທີ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີ ທ່ານ ສະຫວັນຄອນ ລາຊມຸນຕີ, ປະທານສະມາຄົມນັກຂ່າວ ແຫ່ງຊາດລາວ, ທ່ານ ສັນຕິອິນທະວົງ, ຊ່ຽວຊານຝ່າຍລາວ, ໂຄງການພັດທະນາອາຊີວະສຶກສາ ສປປ ລາວ, ອົງການ GIZ ປະຈໍາລາວ, ຄະນະຮັບຜິດຊອບ ...

Read More »

ແຂວງສາລະວັນ ກຽມພ້ອມຮັບມືຕໍ່ການຕິດເຊື້ອ ໂຄວິດ-19 ຈາກແຮງງານທີ່ເດີນທາງກັບຄືນປະເທດ

ແຂວງສາລະວັນ ກຽມຄວາມພ້ອມຫລາຍດ້ານຢ່າງຮີບດ່ວນ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ທີ່ຈະເຂົ້າມາກັບແຮງງານລາວ ທີ່ເດີນທາງກັບຈາກປະເທດເພື່ອນບ້ານ ເປັນຈຳນວນຫລາຍ ໂດຍສະເພາະແມ່ນກະກຽມດ້ານບຸກຄະລາກອນ, ແພດ-ພະຍາບານ, ເຈົ້າໜ້າທີ່ສະເພາະ, ເຈົ້າໜ້າທີ່ ປກຊ-ປກສ, ບັນດາໜ່ວຍງານຕ່າງໆ, ທີມແພດສຸກເສີນປະຈຳການຕະ ຫລອດ 24 ຊົ່ວໂມງ, ທັງໄດ້ກຽມສະຖານທີ່ຮອງຮັບ ໃນການຈຳກັດບໍລິເວນແຮງງານນຳເຂົ້າ, ໂຮງໝໍພາກສະໜາມ, ອຸປະກອນການແພດຕ່າງໆ. ເນື່ອງຈາກປັດຈຸບັນ ຢູ່ແຂວງສາລະວັນ ພຽງອາທິດດຽວ ມີແຮງງານນໍາເຂົ້າ 300 ກວ່າຄົນ ແລະ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 51 ຄົນ. ທ່ານ ດຣ. ວົງດາວ ສຸລິນທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ກອງເລຂາຄະນະສະເພາະກິດໂຄວິດ-19 ແຂວງ, ທັງເປັນຫົວໜ້າສູນຈໍາກັດບໍລິເວນ ຢູ່ໂຮງຮຽນສາມັນກິນ ນອນຊົນເຜົ່າແຂວງ ໄດ້ເປີດເຜີຍວ່າ: ພາຍຫລັງແຂວງສາລະວັນ ໄດ້ຮັບເອົາແຮງງານລາວ ທີ່ກັບຈາກປະເທດໄທ ຢູ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ນັບແຕ່ວັນທີ 13-21 ກໍລະກົດ 2021 ມີແຮງງານລາວ ເດີນທາງກັບທັງໝົດ 310 ຄົນ, ຍິງ 150 ຄົນ ...

Read More »

ຜົນການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 11

ໃນຕອນບ່າຍວັນທີ 21 ກໍລະກົດ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ປຣາກ ໂຊຄົນ (Prak SOKHONN) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ດຣ.ສຸບຣາມານຢຳ ໃຈຊັງເກີ (Dr. Subrahmanyam JAISHANKAR), ລັດຖະມົນຕີ ກະຊວງການຕ່າງປະເທດອິນເດຍ ແລະ ມີບັນດາລັດຖະມົນຕີ ຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ເຊິ່ງເຫັນວ່າການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະຊາຄົມໂລກ ເວົ້າລວມ, ເວົ້າສະເພາະ ກໍຄື ຢູ່ໃນບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ອິນເດຍ ແຕ່ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກໍ່ຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ...

Read More »

ຮອງປະທານປະເທດ ຕ້ອນຮັບທູດຝຣັ່ງ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 21 ກໍລະກົດ 2021 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ນາງ ຟລໍຣອງສ ຊັອງ ບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດ ຂອງ ທ່ານ ນາງ ຟລໍຣອງສ ຊັອງບລັອງ-ຣີສແລກ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້, ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃຫ້ມີບົດບາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມອວາຍພອນໃຫ້ແກ່ທ່ານທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານໃໝ່ອັນມີກຽດຂອງທ່ານ. ພ້ອມນີ້, ...

Read More »

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດ ສະຫະລັດອາເມລິກາ ປະຈໍາ ລາວ

ໃນວັນທີ 20 ກໍລະກົດ 2021, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈໍາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນການພົບປະຄັ້ງນີ້, ທ່ານ ປີເຕີ ເຮມອນ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ພົບປະກັບຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນກໍາມະການສູນກາງພັກ ແລະ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ທ່ານ ປີເຕີ ເຮມອນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສ ອາເມລິກາ-ສປປ ລາວ ທີ່ມີການຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຢືນຢັນຄວາມມຸ້ງຫວັງຂອງຕົນ ກ່ຽວກັບການສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີ ...

Read More »

ລັດຖະບານສະຫະລັດອາເມລິກາ ມອບວັກຊີນກັນພະຍາດ ໂຄວິດ-19 ໃຫ້ ລັດຖະບານລາວ 1 ລ້ານກວ່າໂດສ

ລັດຖະບານ ສະຫະລັດອາເມລິກາ ໄດ້ມອບວັກຊີນກັນພະຍາດໂຄວິດ-19 ຈອນຊັນ ແອນ ຈອນຊັນ (Johnson & Johnson /Janssen) ຈຳນວນ 1.008.000 ໂດສ ໂດຍຜ່ານ COVAX Facility ແລະ ຈັດສົ່ງໂດຍອົງການຢູນິເຊັບໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ ເພື່ອນຳໄປສັກໃຫ້ປະ ຊາຊົນລາວ ໃນຂອບເຂດທົ່ວປະເທດ. ພິທີມອບ-ຮັບ ວັກຊີນດັ່ງກ່າວ, ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ກໍລະກົດ 2021 ທີ່ສະໜາມບິນສາກົນວັດໄຕ, ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະ ຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຂະ ແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.ການຈັດສົ່ງວັກຊີນໃນຄັ້ງນີ້, ແມ່ນເປັນສ່ວນໜຶ່ງໃນການປະກອບສ່ວນ ຂອງສະຫະລັດອາເມລິກາ ຕໍ່ຄວາມພະຍາຍາມຂອງທົ່ວໂລກ ທີ່ພວມດຳເນີນການຢ່າງຕໍ່ເນື່ອງ ເພື່ອຢຸດຕິການລະບາດຂອງພະຍາດໂຄວິດ-19 ...

Read More »

ແຂວງໄຊຍະບູລີ ໄດ້ຮັບເຄື່ອງຊ່ວຍເຫລືອ ຟື້ນຟູຜົນກະທົບຈາກ ໄພນໍ້າຖ້ວມ

ແຫລ່ງຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 17 ກໍລະກົດ ຜ່ານມາ, ຫລາຍພາກສ່ວນໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດມາມອບໃຫ້ແຂວງໄຊຍະບູລີ ເພື່ອປະກອບສ່ວນຊ່ວຍເຫລືອບັນເທົາທຸກ ແລະ ຟື້ນຟູຊີວິດຈິດໃຈຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ກ່າວຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພາກສ່ວນທີ່ມອບເຄື່ອງຊ່ວຍເຫລືອຄັ້ງນີ້ ປະກອບມີ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ມອບເງິນສົດ 56 ລ້ານກວ່າກີບ. ໃນນີ້, ໄດ້ມອບຕໍ່ໃຫ້ໂຮງຮຽນປະຖົມສົມບູນບ້ານປົ່ງ, ໂຮງຮຽນບ້ານບຸ່ງ, ໂຮງຮຽນບ້ານສີມຸງຄຸນ, ໂຮງຮຽນບ້ານບ້ານ ນາຍາວ ແລະ ໂຮງຮຽນອານຸບານເມືອງໄຊຍະບູລີ ທີ່ໄດ້ຮັບຜົນກະທົບໜັກຈາກນໍ້າຖ້ວມ ໂຮງຮຽນລະ 10 ລ້ານກີບ ແລະ ມອບໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ 6 ລ້ານກວ່າກີບ; ສະມາຄົມສຽງແຄນລາວ ມອບເງິນ 10 ລ້ານກີບ ແລະ ເຄື່ອງອຸປະ ໂພກ-ບໍລິໂພກມູນຄ່າ 39 ລ້ານກີບ, ລວມມູນຄ່າ 49 ລ້ານກີບ ແລະ ສະຫະພັນການກູສົນຂອງ ສປ ...

Read More »

ສະເຫລີມສະຫລອງ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

ໃນວັນທີ 15 ກໍລະກົດ 2021, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01/07/1921-01/07/2021) ທີ່ນະຄອນຫລວງວຽງຈັນ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ອົງການຈັດ ຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ, ພ້ອມດ້ວຍພະນັກງານສະຖານທູດຈີນ, ນັກທຸລະກິດ ແລະ ສະມາຄົມຊາວຈີນຕ່າງດ້າວ ເຂົ້າຮ່ວມ. ໃນພິທີດັ່ງກ່າວ, ສະຫາຍ ຈຽງ ຈ້າຍຕົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນ, ໂດຍໄດ້ກ່າວເຖິງມູນເຊື້ອ ແລະ ວິລະກໍາອັນສະ ຫງ່າອົງອາດ ຂອງ ພັກກອມມູນິດຈີນ ໃນການນໍາພາ-ຊີ້ນໍາ ປະຊາຊົນຈີນອ້າຍນ້ອງ ເຮັດສໍາເລັດການປະຕິວັດປົດປ່ອຍຊາດ, ...

Read More »

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ສະໄໝພິເສດ ແບບທາງໄກ

ໃນຕອນເຊົ້າ ວັນທີ 14 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະ ເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມ ແລະ ທັງເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ສະໄໝພິ ເສດ ແບບທາງໄກ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ກັບ ທ່ານ ແອນໂທນີ ບລິງເກນ (Antony Blinken), ລັດຖະມົນຕີ ກະຊວງການຕ່າງປະເທດຂອງ ສະຫະລັດ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຈໍານວນໜຶ່ງ. ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສະຫະລັດ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19. ...

Read More »