ສະເຫລີມສະຫລອງ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

ໃນວັນທີ 15 ກໍລະກົດ 2021, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01/07/1921-01/07/2021) ທີ່ນະຄອນຫລວງວຽງຈັນ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ອົງການຈັດ ຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ, ພ້ອມດ້ວຍພະນັກງານສະຖານທູດຈີນ, ນັກທຸລະກິດ ແລະ ສະມາຄົມຊາວຈີນຕ່າງດ້າວ ເຂົ້າຮ່ວມ.

May be an image of 1 ຄົນ ແລະ ຢືນ

ໃນພິທີດັ່ງກ່າວ, ສະຫາຍ ຈຽງ ຈ້າຍຕົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນ, ໂດຍໄດ້ກ່າວເຖິງມູນເຊື້ອ ແລະ ວິລະກໍາອັນສະ ຫງ່າອົງອາດ ຂອງ ພັກກອມມູນິດຈີນ ໃນການນໍາພາ-ຊີ້ນໍາ ປະຊາຊົນຈີນອ້າຍນ້ອງ ເຮັດສໍາເລັດການປະຕິວັດປົດປ່ອຍຊາດ, ສະຖາປະນາ ສປ ຈີນ ຢ່າງສະຫງ່າຜ່າເຜີຍໃນປີ 1949, ອັນເປັນການໄຂສັງກາດໃໝ່ ແຫ່ງການພັດທະນາ ສປ ຈີນ ຕາມເສັ້ນທາງສັງຄົມນິຍົມ. ພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ພັກກອມມູນິດຈີນ ທີ່ຍຶດໝັ້ນອຸດົມການສັງຄົມນິຍົມ, ຖືປະຊາຊົນເປັນໃຈກາງ ແລະ ມີການປະ ດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ທີ່ສອດຄ່ອງກັບຍຸກສະໄໝ ແລະ ສີສັນຂອງຈີນ ຈຶ່ງສາມາດເຮັດສໍາເລັດພາລະກິດອັນຍິ່ງໃຫຍ່ຂອງພັກ, ຂອງຊາດ ກໍຄື ການເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີ ເຫດການທໍາອິດ ຂອງພັກ, ລັດ ສປ ຈີນ, ເຊິ່ງໄດ້ເປັນພື້ນຖານອັນໜັກແໜ້ນ ໃນການສືບຕໍ່ເຮັດສໍາເລັດພາລະກິດແຫ່ງການບັນລຸເປົ້າໝາຍ 100 ປີ ເຫດການທີສອງ ກໍຄື ການບັນລຸຄວາມມຸ່ງໝັ້ນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ.

May be an image of 1 ຄົນ

ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ ປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນໄລຍະໜຶ່ງສະຕະວັດຜ່ານມາ, ໂດຍໄດ້ຕີລາຄາວ່າ: ໃນຕະຫລອດໄລຍະ 100 ປີຜ່ານມາ, ພັກກອມມູນິດຈີນ ໄດ້ຍົກສູງຄວາມຮັບຜິດຊອບທາງການເມືອງ ຕໍ່ພາລະກໍາປະຫວັດສາດຂອງຈີນ, ຍຶດໝັ້ນໃນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ, ສະຖາປະນາ ສປ ຈີນ, ດໍາເນີນການປະຕິີຮູບ ແລະ ເປິີດປະຕູສູ່ພາຍນອກ ກໍຄື ນໍາພາປະຊາຊົນຈີນອ້າຍນ້ອງບູລະນະສ້າງສາລະບອບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ຢ່າງມີຜົນສໍາເລັດ ທີ່ເປັນພື້ນຖານ ແລະ ໜັ້ກ ແໜ້ນ. ປັດຈຸບັນ, ພາຍໃຕ້ການຊີ້ນໍາ-ນໍາພາອັນເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນ ທີ່ມີ ສະ ຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນນໍາ, ການສ້າງສາພັດທະນາປະເທດຊາດຂອງຈີນ ໄດ້ສືບຕໍ່ມີຜົນສໍາເລັດໃຫຍ່ຫລວງ, ຮອບດ້ານ, ອັນພົ້ນເດັ່ນ ແມ່ນການເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີທໍາອິດ ໃນການສ້າງສໍາເລັດສັງຄົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານ. ບັນດາໄຊຊະນະອັນໃຫຍ່ຫລວງ ແລະ ຜົນສໍາເລັດອັນມະຫັດສະຈັນ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນປັດຈຸບັນ ເປັນການພິສູດໃຫ້ເຫັນຢ່າງເດັ່ນຊັດເຖິງຄວາມປີຊາສາມາດ, ສະຫລາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນ ໃນການ ນໍາພາຊີ້ນໍາ ຂອງ ພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງພະລັງແຮງແຫ່ງມະຫາສາມັກຄີຂອງປວງຊົນຊາວຈີນ ກໍຄື ລະບອບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາ-ຊີ້ນໍາຂອງ ພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ກໍຄື ບັນລຸເປົ້າໝາຍ 100 ປີ ເຫດການທີສອງ ໃນການສ້າງ ສປ ຈີນ ເປັນປະເທດສັງຄົມນິຍົມທີ່ທັນສະ ໄໝຮອບດ້ານ ແລະ ບັນລຸຄວາມມຸ່ງໝັ້ນ ໃນການຟື້ນຟູຄວາມຮຸ່ງເຮືອງຂອງຊາດຈີນ ຕາມຄາດໝາຍທີ່ວາງໄວ້.

May be an image of ຢືນ ແລະ ຂໍ້ຄວາມ

ການຈັດພິທີໂຮມຊຸມນຸມໃນຄັ້ງນີ້, ເປັນໜຶ່ງໃນກິດຈະກໍາສໍາຄັນ ໃນບັນດາກິດຈະກໍາ ປີ 2021, ເຊິ່ງສອງຝ່າຍ ລາວ-ຈີນ ໄດ້ຕົກລົງນໍາກັນ ເປັນປີມິດຕະພາບ ລາວ-ຈີນ, ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

Comments