ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດ ສະຫະລັດອາເມລິກາ ປະຈໍາ ລາວ

ໃນວັນທີ 20 ກໍລະກົດ 2021, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈໍາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

May be an image of 1 ຄົນ

ໃນການພົບປະຄັ້ງນີ້, ທ່ານ ປີເຕີ ເຮມອນ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ພົບປະກັບຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນກໍາມະການສູນກາງພັກ ແລະ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ທ່ານ ປີເຕີ ເຮມອນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສ ອາເມລິກາ-ສປປ ລາວ ທີ່ມີການຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຢືນຢັນຄວາມມຸ້ງຫວັງຂອງຕົນ ກ່ຽວກັບການສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆ.

May be an image of ໃນຮົ່ມ

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ອາເມລິກາ ຕະຫລອດໄລຍະ 60 ກວ່າປີຜ່ານມາແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ ເຫັນວ່າ ສາຍພົວພັນດັ່ງກ່າວ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມທັງໄດ້ຍົກສູງການພົວພັນສອງຝ່າຍເປັນຄູ່ຮ່ວມມືແບບກວມລວມ ນັບແຕ່ປີ 2016 ເປັ ນຕົ້ນມາ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍໃນຂະແໜງການຕ່າງໆ ເປັນ ຕົ້ນແມ່ນສາທາລະນະສຸກ, ການຄ້າ, ການລົງທຶນ, ການສຶກສາ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ. ເບື້ອງລັດຖະບານລາວ ກໍໄດ້ປະຕິບັດນະໂຍບາຍດ້ານມະນຸດສະທໍາໃນການຮ່ວມມືຊອກຄົ້ນຫາສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ພິເສດ, ໃນທາມກາງການແຜ່ລະບາດຂອງພະຍາດໂຄວິດ-19, ສ.ອາເມລິກາ ຍັງໄດ້ໃຫ້ການສະໜັບສະໜູນ ວັດຖຸປັດໄຈຈຳເປັນ ກໍຄື ອຸປະກອນການແພດ ແລະ ຢາວັກແຊັງຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ; ສະແດງຄວາມຊົມເຊີຍຕໍ່ ທ່ານ ທູດ ເຮມອນ ທີ່ີໄດ້ປະຕິບັດໜ້າທີ່ການທູດຂອງຕົນຢ່າງຫ້າວຫັນ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າ ໃນການສົ່ງເສີມສາຍພົວພັນຮ່ວມມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ- ສ.ອາເມລິກາ ທີ່ບັນຈົບຄົບຮອບມາໄດ້ 5 ປີ ໃນປີ 2021 ນີ້.

ການພົບປະຄັ້ງນີ້, ໄດ້ຮັບຜົນສໍາເລັດຢ່າງຈົບງາມ ທ່ານ ທອງສະຫວັນ ພົມວິຫານ ໄດ້ຢືນຢັນວ່າ ຄະນະພົວພັນຕ່າງປະເທດສູນກາງພັກ ຍີນດີສະໜັບສະໜູນ ທ່ານ ດຣ ປີເຕີ ເຮມອນ ຕະຫລອດໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ເພື່ອປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືອັນດີງາມ ກໍຄື ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ສ.ອາເມລິກາ ໃຫ້ນັບມື້ຫລາຍຂຶ້ນ.

Comments