ແຂວງໄຊຍະບູລີ ໄດ້ຮັບເຄື່ອງຊ່ວຍເຫລືອ ຟື້ນຟູຜົນກະທົບຈາກ ໄພນໍ້າຖ້ວມ

ແຫລ່ງຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 17 ກໍລະກົດ ຜ່ານມາ, ຫລາຍພາກສ່ວນໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດມາມອບໃຫ້ແຂວງໄຊຍະບູລີ ເພື່ອປະກອບສ່ວນຊ່ວຍເຫລືອບັນເທົາທຸກ ແລະ ຟື້ນຟູຊີວິດຈິດໃຈຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ກ່າວຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 9 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ພາກສ່ວນທີ່ມອບເຄື່ອງຊ່ວຍເຫລືອຄັ້ງນີ້ ປະກອບມີ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ມອບເງິນສົດ 56 ລ້ານກວ່າກີບ. ໃນນີ້, ໄດ້ມອບຕໍ່ໃຫ້ໂຮງຮຽນປະຖົມສົມບູນບ້ານປົ່ງ, ໂຮງຮຽນບ້ານບຸ່ງ, ໂຮງຮຽນບ້ານສີມຸງຄຸນ, ໂຮງຮຽນບ້ານບ້ານ ນາຍາວ ແລະ ໂຮງຮຽນອານຸບານເມືອງໄຊຍະບູລີ ທີ່ໄດ້ຮັບຜົນກະທົບໜັກຈາກນໍ້າຖ້ວມ ໂຮງຮຽນລະ 10 ລ້ານກີບ ແລະ ມອບໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ 6 ລ້ານກວ່າກີບ; ສະມາຄົມສຽງແຄນລາວ ມອບເງິນ 10 ລ້ານກີບ ແລະ ເຄື່ອງອຸປະ ໂພກ-ບໍລິໂພກມູນຄ່າ 39 ລ້ານກີບ, ລວມມູນຄ່າ 49 ລ້ານກີບ ແລະ ສະຫະພັນການກູສົນຂອງ ສປ ຈີນ ມອບເຄື່ອງປ້ອງກັນ ໂຄວິດ-19 ມູນຄ່າ 50 ລ້ານກວ່າກີບ, ເຊິ່ງຕາງໜ້າມອບໂດຍ ທ່ານ ສົມອົກ ກິ່ງສະດາ ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ.

May be an image of 4 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ໂອກາດນີ້, ທ່ານເຈົ້າແຂວງກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງສະມາຄົມມິດຕະພາບ ລາວ-ເຢຍລະມັນ, ສະມາຄົມ ສຽງແຄນລາວ ແລະ ສະຫະພັນການກຸສົນຂອງ ສປ ຈີນ ທີ່ໄດ້ມອບເງິນ ແລະ ເຄື່ອງຊ່ວຍເຫລືອດັ່ງກ່າວ, ເພື່ອນໍາໃຊ້ເຂົ້າໃນການປປັບປຸງຟື້ນຟູຫລັງນໍ້າຖ້ວມ ໂດຍສະເພາະແມ່ນ ສ້ອມແປງໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ໃຫ້ຄືນສູ່ສະພາບປົກກະຕິ.

May be an image of 10 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

Comments