General

ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ

ໃນວັນທີ 31 ກໍລະກົດ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ ເພື່ອຊຸກຍູ້, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຮີບດ່ວນ. ການມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ທີ່ມີຕໍ່ທ້ອງຖິ່ນໂດຍສະເພາະແມ່ນແຂວງຫລວງນ້ຳທາ, ທັງເປັນການໃຫ້ຊຸກຍູ້ໃຫ້ອຳນາດການປົກຄອງທ້ອງຖິ່ນ ກໍຄືພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການໃນການປະກອບສ່ວນເຂົ້າໃນນະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືຂອງແຂວງ ດ້ວຍຄວາມຮັບຜິດ ຊອບສູງ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.ໂອກາດນີ້, ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງຫລວງນ້ຳທາ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຕ່າງໆ ເຊັ່ນ: ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ການອໍານວຍຄວາມສະດວກ ແລະ ແກ້ໄຂບັນຫາສິ່ງກິດຂວາງ ຂອງໂຄງການທາງລົດໄຟ ລາວ-ຈີນ, ການແກ້ໄຂບັນຫາການຂົນສົ່ງສິນຄ້າຜ່ານດ່ານບໍ່ເຕ່ນ-ບໍ່ຫານ, ການເຮັດຮົ້ວຕາມຊາຍແດນລາວ-ຈີນ ຂອບເຂດບໍ່ເຕ່ນ-ບໍ່ຫານ, ການກຳນົດຂອບເຂດທາງຫລວງແຫ່ງຊາດ ແລະ ດ່ານສາກົນ ກັບຂອບເຂດເສດ ຖະກິດ, ການພັດທະນາປິ່ນອ້ອມ ...

Read More »

ບັນດາຄອບຄົວການນຳມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ ຢູ່ 3 ແຂວງພາກໃຕ້ຂອງລາວ

ບັນດາຄອບຄົວການນຳ ນຳໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ປະທານປະເທດໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະ ບາດຂອງພະຍາດໂຄວິດ19 3 ແຂວງຄື: ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາລະວັນ ລວມມູນຄ່າທັງໝົດ 2ຕື້ 170 ລ້ານກວ່າກີບ. ພິທີມອບຮັບຈັດຂຶ້ນໃນວັນທີ 31 ກໍລະກົດ 2021, ທີ່ກະຊວງສາທາລະນະສຸກ ໂດຍການກ່າວຮັບຂອງ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີເງິນຈຳນວນ 170ລ້ານກີບ ແລະອຸປະກອນການແພດເຊັ່ນ: ຜ້າອັດປາກ-ດັງ, ຊຸດແພດປ້ອງກັນແບບສະເພາະ, ຊຸດແພດປ້ອງກັນແບບຄຸມໂຕ ແລະ ແວ່ນຢາງປ້ອງກັນ ລວມມູນຄ່າ 2 ຕື້ກວ່າກີບ ເຄື່ອງຊ່ວຍເຫລືອເຫລົ່ານີ້ ຈະໄດ້ຖືກຈັດສົ່ງໄປແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາລະວັນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ19. ໂອກາດນີ້ທ່ານ ວິໄລວົງ ບຸດດາຄໍາ, ເຈົ້າແຂວງໆຈໍາປາສັກ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຂັ້ນແຂວງ ໄດ້ສະແດງຄວາມຂອບໃຈຢ່າງລົ້ນເຫລືອຕໍ່ການຊ່ວຍເຫລືອໃນຄັ້ງນີ້ ຊື່ງເປັນການປະກອບສ່ວນສຳຄັນ ...

Read More »

ແພດໝໍລາວ 3.000ຄົນ ຜ່ານການຝຶກອົບຮົມ ເພື່ອຮັບມືກັບພະຍາດໂຄວິດ19

ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ19 ທີ່ມີພວມເພີ່ມຂຶ້ນ ໂດຍສະເພາະປະເທດອອ້ມຂ້າງທີ່ມີຊາຍແດນຕິດກັບ ສປປ ລາວ ,ເຮັດໃຫ້ຈໍານວນຜູ້ອອກແຮງງານລາວຢູ່ຕ່າງປະເທດເດີນທາງກັບຄືນບ້ານເດີມນັບມື້ນັບຫລາຍ ບາງຄົນນໍາເອົາເຊື້ອພະຍາດກັບມານໍາພ້ອມ ສະນັ້ນເພື່ອປ້ອງກັນ ແລະຮັບມືກັບການແຜ່ລະບາດຄັ້ງນີ້ ຄະນະສະເພາະກິດຂອງ ສປປ ລາວ ໄດ້ກະກຽມຄວາມພ້ອມ ທັງດ້ານສະຖານທີ່, ບຸກຄະລະກອນ, ແລະອຸປະກອນການແພດຢ່າງຮີບດ່ວນ. ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວຮ່ວມ ທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 30 ກໍລະກົດ 2021 ເຖິງສະພາບການກະກຽມຮອງຮັບສະຖານະການ ທີ່ມີຈໍານວນແຮງງານ ເດີນທາງເຂົ້າມາ ແລະມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງຄະນະສະເພາະກິດໄດ້ກະກຽມໂດຍອີງໃສ່ 3 ຫລັກການໃຫ່ຍ ຄື: 1/ ທົບທວນຄືນສະຖານທີ່ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍໃຫ່ຍ ທີ່ເຄີຍປິ່ນປົວຄົນຕິດເຊື້ອພະຍາດໂຄວິດ ແລະໂຮງໝໍພາກສະໜາມ ທັງຢູ່ສູນກາງ, ແຂວງ ລົງຮອດໂຮງໝໍຊຸມຊົນ ສະເພາະສູນກາງໄດ້ພິຈາລະນາຄືນໂຮງໝໍພາກສະໜາມ 3ແຫ່ງຄື: ຫ້ວຍຫົງ, ສູນກິລາລ້ານຊ້າງ ແລະຫລັກ27. ສໍາລັບແຂວງທີ່ມີຈໍານວນຄົນເຈັບເພີ່ມຂຶ້ນຫລາຍ ດັ່ງແຂວງສະຫວັນນະເຂດ ແລະຈໍາປາສັກ ກໍໄດ້ກະກຽມຢ່າງເຂັ້ມຂຸ້ນ ນອກຈາກທິມງານຂອງແຂວງແລ້ວ ຍັງມີວິຊາການຈາກສູນກາງ ແລະອົງການອະນາໄມໂລກ ກໍາລັງລົງໄປຊ່ວຍເຫລືອຢ່າງຮີບດ່ວນ. 2/ ...

Read More »

ຄຳມ່ວນມີແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທ 13 ພັນກວ່າຄົນ

ຕາມການລາຍງານຈາກ ທ່ານ ສີໄຮແກ້ວ ໄກຖິ່ນ ຫົວໜ້າພະແນກແຮງງານ ແລະສະ ຫວັດດີການສັງຄົມ ແຂວງຄຳມ່ວນ ຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ ສະໄໝທີ X ໃນລ ະຫວ່າງວັນທີ 29-30 ກໍລະກົດ 2021 ແຈ້ງໃຫ້ຮູ້ວ່າ: ການເກັບກຳສະຖິຕິແຮງງານລາວ ທີ່ກັບມາຈາກປະເທດໄທ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຮງງານຫວ່າງງານພາຍໃນມີຈຳນວນທັງໝົດ 14.589 ຄົນ ໃນນີ້ແຮງງານລາວ ທີ່ກັບມາຈາກໄທ 13.264 ຄົນເຊິ່ງປະກອບອາຊີບໃນຂົງເຂດອຸດສາຫະກຳ 8.169 ຄົນ, ຂົງເຂດກະສິກຳ 2.073 ຄົນ ແລະ ຂົງເຂດບໍລິການ 4.347 ຄົນ, ຈຳນວນແຮງງານທີ່ຫວ່າງງານພາຍໃນ 1.325 ຄົນ. ເຊິ່ງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມີການຂຶ້ນທະບຽນຜູ້ຕ້ອງການຊອກຫາວຽກເຮັດງານທຳ ແລະ ໄດ້ລົງສົມທົບກັບຫົວໜ່ວຍແຮງງານເພື່ອເກັບກຳຕຳແໜ່ງງານຫວ່າງ ເປັນແຕ່ລະໄຕມາດຢ່າງຕໍ່ເນື່ອງ. ໃນ 06 ເດືອນຜ່ານມາ ສາມາດຈັດຫາງານໃຫ້ແກ່ແຮງງານໄດ້ທັງໝົດ 246 ຄົນ. ໃນນັ້ນມີຂົງ ເຂດອຸດສາຫະກຳ 15 ຄົນ ແລະ ຂົງເຂດບໍລິການ 231 ...

Read More »

ນາຍົກລັດຖະມົນຕີຢ້ຽມຢາມ,ຊີ້ນໍາ,ຊຸກຍູ້ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ.

ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງ ສູູນກາງພັກ,ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ນີ້,ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການແຜ່ລະບາດ,ການຄວບຄຸມປິ່ນປົວແລະວຽກງານເຝົ້າລະວັງຂອງຄະນະພັກ -ອົງການປົກຄອງແຂວງ ແຂວງຈໍາປາສັກ,ສາລະວັນ,ເຊກອງແລະແຂວງ ອັດຕະປື. ສະເພາະວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ລາຍງານວ່າ: ແຂວງຈໍາປາສັກໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19 ທີ່ສູນກາງວາງອອກຢ່າງເຂັ້ມງວດ.ມາຮອດວັນທີ 29 ກໍລະກົດ 2021 ນີ້ທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 57 ຄົນ. ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ,ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.618 ຄົນ,ປົວຫາຍດີແລ້ວ 755 ຄົນ,ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 3 ແຫ່ງ ຄື: ຄົນເຈັບທີ່ມີອາການໜັກແມ່ນປິ່ນປົວຢູ່ເມືອງໂພນທອງ,ຄົນເຈັບມີອາການປານກາງແມ່ນປີ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ສ່ວນຜູ້ຕິດເຊື້ອອາການເບົາບາງແມ່ນປິ່ນປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ປະຈຸບັນ( 29/7/2021)ມີຜູ້ຍັງສືບຕໍ່ປິນປົວ ທັງໝົດຈໍານວນ 863 ຄົນ. ...

Read More »

ເສັ້ນທາງລົດໄຟ ລາວ-ຈີນ ຈະນຳພາປະຊາຊົນສອງຊາດລາວ-ຈີນ ໄປສູ່ອະນາຄົດທີ່ສົດໃສກວ່າເກົ່າ

ໃນໄລຍະມໍ່ໆມານີ້, ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ມີຂ່າວດີເລື້ອຍໆ ແລະ ເມື່ອເດືອນພຶດສະພາ 2021 ນີ້, ສະຖານີລົດໄຟກາສີ ຕາມທາງລົດໄຟ ລາວ-ຈີນ ໄດ້ສຳເລັດການຕົບແຕ່ງພາຍນອກເປັນສະຖານີທໍາອິດ ຢູ່ຕາມທາງລົດໄຟບໍ່ເຕັນ ຫາ ນະຄອນຫລວງວຽງຈັນ. ວັນທີ 24 ມິີຖຸນາ 2021 ຜ່ານມານີ້, ຈີນ ແລະ ລາວ ໄດ້ສ້າງຕັ້ງສູນການເຊື່ອມຈອດທາງລົດໄຟ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໜຶ່ງແລວໜຶ່ງເສັ້ນທາງ. ວັນທີ 23 ກໍລະກົດ 2021, ສະຖານີລົດໄຟໂພນໂຮງ ຕາມທາງລົດໄຟ ລາວ-ຈີນ ໄດ້ສຳເລັດການຕົບແຕ່ງພາຍໃນ ແລະ ພາຍນອກກ່ອນໝູ່ ໃນ 10 ສະຖານີລົດໄຟຕອນຢູ່ພາຍໃນປະເທດລາວ. ວັນທີ 24 ກໍລະກົດ 2021 ນີ້, ສະຖານີຈ່າຍໄຟຟ້າແຫ່ງທຳອິດໃນໂຄງການສະໜອງໄຟຟ້າໃຫ້ກັບທາງລົດໄຟ ລາວ-ຈີນ ຕອນໃນປະເທດລາວ ໄດ້ສຳເລັດການທົດລອງສົ່ງໄຟຟ້າແລ້ວ ເຊິ່ງຈະເປັນການຮັບປະກັນດ້ານພະລັງງານໄຟຟ້າໃຫ້ແກ່ການແລ່ນລົດໄຟລາວ-ຈີນ. ວັນທີ 24 ກໍລະກົດ 2021 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ...

Read More »

ລັດຖະບານ ຈະສຸ່ມໃສ່ 7 ວຽກໃຫຍ່ ໃນເດືອນສິງຫາ ພ້ອມທັງສົ່ງເສີມການລົງທຶນ, ການຜະລິດ ແລະ ປ້ອງກັນໂຄວິດ-19

ເດືອນກໍລະກົດ ເປັນເດືອນໜຶ່ງທີີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະການແກ້ໄຂໜີ້ສິນ, ໄພເງິນເຟີ້, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ ຊຶ່ງລັດຖະບານ ກໍໄດ້ພະຍາຍາມແກ້ໄຂດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດປະຄັບປະຄອງໄດ້ໃນລະດັບແນ່ນອນ. ຢ່າງໃດກໍຕາມຍັງມີຫລາຍບັນຫາທີີ່ເລັ່ງທວງໃຫ້ສະມາຊິກລັດຖະບານ ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນຂຶ້ນ, ສະນັ້ນໃນເດືອນສິງຫາ ຕ້ອງສຸ່ມໃສ່ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ໜັກແໜ້ນ, ສົ່ງເສີມການລົງທຶນ, ການຜະລິດເປັນສິນຄ້າ;ສືບຕໍ່ສຸມໃສ່ກຽມຄວາມພ້ອມຮອບດ້ານ ປ້ອງກັນພະຍາດໂຄວິດ-19. ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2020 ໄດ້ໄຂຂຶ້ນໃນວັນທີ 26 ແລະ ປິດລົງໃນວັນທີ 27 ກໍລະກົດ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 4 ຫົວຂໍ້ທີ່ສໍາຄັນ ຄື: ການສະຫລຸບສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ແຜນວຽກຈຸດສຸມເດືອນສິງ ຫາ 2021. ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາບົດສະຫລຸບຕີລາຄາຮອບດ້ານ ການຈັດຕັ້ງປະ ຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນກໍລະກົດຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນສິງຫາ ປີ 2021. ພາຍຫລັງການປຶກສາຫາລື ...

Read More »

ພາກລັດ ແລະ ພາກທຸລະກິດ ຫາລືການແກ້ໄຂບັນຫາ ເພື່ອປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນລາວ

ໃນວັນທີ 28 ກໍລະກົດ 2021 ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມທຸລະກິດລາວ ຄັ້ງທີ 13 ຂຶ້ນ ເພື່ອທົບທວນການຈັດຕັ້ງປະຕິບັດການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆ ຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ກອງປະຊຸມທຸລະກິດລາວໃນຄັ້ງນີ້, ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຕັ້ງແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ ແລະ ລາຍງານການສະໜັບສະໜູນກົນໄກການປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວ ເພື່ອຍົກໃຫ້ເຫັນບັນຫາ ແລະ ການແກ້ໄຂບັນຫາ ທີ່ມີຜົນກະທົບຕໍ່ພາກທຸລະກິດໃນ ສປປ ລາວ. ຜູ້ຕາງໜ້າຈາກພາກທຸລະກິດ ...

Read More »

ປະທານປະເທດ ໂອ້ລົມ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 23-24 ກໍລະກົດ 2021, ໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍບັນດາການນຳຂອງແຂວງ ແລະ ບັນດາການນຳ 7 ເມືອງ ທົ່ວແຂວງຊຽງຂວາງ. ການມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະໂອ້ລົມພະ ນັກງານຫລັກແຫລ່ງຂອງແຂວງຊຽງຂວາງ ໄດ້ຮັບຟັງການລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມພາຍໃນແຂວງໃຫ້ຊາບ. ໂດຍລວມແຂວງຊຽງຂວາງ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະ ນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງປະຈຳບ້ານ, ກຸ່ມບ້ານປັນປົກະຕິ, ສາມາດສ້າງບ້ານປ້ອມທີ່ໝັ້ນໄດ້ 12 ບ້ານ, ກຸ່ມບ້ານສູ້ຮົບລຽນຕິດໄດ້ 2 ກຸ່ມ ຜ່ານການຕີລາຄາປະເມີນຜົນການເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄນະພັກແຂວງ ...

Read More »

ແຂວງບໍ່ແກ້ວ ເປີດສູນຂໍ້ມູນຂ່າວສານ ແຮງງານເຄື່ອນຍ້າຍ

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 22 ກໍລະກົດ ຜ່ານມາ, ສະ ຫະພັນກໍາມະບານແຂວງບໍ່ແກ້ວ ຈັດພິທີເປີດ ສູນຂໍ້ມູນຂ່າວສານ ແຮງງານເຄື່ອນຍ້າຍ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ safe and fair ເປັນເງິນ 167 ລ້ານກວ່າ ກີບ ໄລຍະປະຕິບັດ 12 ເດືອນ. ໂດຍມີ ທ່ານ ຄໍາຜະຫຍາ ພົມປົນຍາ ຮອງເຈົ້າແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມໃນພິທີ. ທ່ານ ສຸທິດ ມິດສຳພັນ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ສູນຂໍ້ມູນຂ່າວສານ ໃຫ້ຄໍາປຶກສາແກ່ຜູ້ແຮງງານ ເປັນສູນກາງໃຫ້ຄໍາປຶກສາດ້ານແນວທາງນະໂຍບາຍ, ລະບຽບກົດໝາຍ, ເປັນຊ່ອງທາງໃຫ້ແກ່ຊາວຜູ້ອອກ ແຮງງານໄດ້ເຂົ້າເຖິງການບໍລິການ ຈາກການຈັດຕັ້ງທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນສະດວກ ສະບາຍຂຶ້ນ ໂດຍສະເພາະແມ່ນແນໃສ່ຊ່ວຍເຫລືອ ແຮງງານເຄື່ອນຍ້າຍທີ່ເປັນເພດຍິງ ທີ່ມີຄວາມສ່ຽງຕໍ່ການເອົາລັດເອົາປຽບດ້ານແຮງງານ, ການຂູດຮີດແຮງງານ, ການຕົກເປັນເຫຍື່ອຂອງການອອກແຮງງານ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ການໃຊ້ແຮງງານເດັກ ແລະ ການຄ້າມະນຸດ, ເຊິ່ງຜູ້ອອກແຮງງານສາມາດເຂົ້າໄປປຶກສາຂໍການຊ່ວຍເຫລືອດ້ວຍຕົນເອງ ຫລື ໂທເຂົ້າເບີໂທລະສັບສາຍດ່ວນ 084 1512 ແລະ ...

Read More »