General

ມີທຶນໜ້ອຍ!!! ກໍສາມາດເລີ່ມເຮັດທຸລະກິດໄດ້ ດ້ວຍ 5 ເຄັດລັບນີ້….

ເງິນທຶນເປັນປັດໄຈໜຶ່ງສຳຄັນຂອງການເລີ່ມຕົ້ນເຮັດທຸລະກິດ ແຕ່ກໍບໍ່ແມ່ນທັງໝົດ ຜູ້ປະກອບການຫຼາຍຄົນຕ້ອງຢຸດຄວາມຝັນຂອງຕົນເອງໄວ້ ເພາະຄຳວ່າ “ບໍ່ມີເງິນ” ມາເບິ່ງ 5 ວິທີຕໍ່ໄປນີ້ຈະຊ່ວຍໃຫ້ທ່ານສາມາດເລີ່ມຕົ້ນທຸລະກິດໄດ້ ເຖິງວ່າຈະມີເງິນທຶນພຽງໜ້ອຍດຽວກໍຕາມ. ເຊື່ອວ່າຫຼາຍໆຄົນອາດເຄີຍຢາກເຮັດທຸລະກິດເປັນຂອງຕົນເອງ ແຕ່ຄວາມຄິດນັ້ນກໍຈາງຫາຍໄປ ຫຼື ເປັນໄປບໍ່ໄດ້ ເພາະຄຳວ່າ “ບໍ່ມີເງິນ” ແລະ ກໍເປັນອຸປະສັກທີ່ໃຫຍ່ ສຳລັບຜູ້ປະກອບການຫຼາຍທ່ານ ແຕ່ດຽວນີ້ ຢ່າຟ້າວທໍ້ໃຈ. ມາເບິ່ງ 5 ວິທີ ເຫຼົ່ານີ້ອາດຈະຊ່ວຍຄວາມຝັນຂອງທ່ານໃຫ້ເປັນຈິງໄດ້ ເຖິງວ່າຈະບໍ່ມີເງິນທຶນຫຼາຍ ກໍສາມາດເລີ່ມຕົ້ນທຸລະກິດໄດ້.  1. ເລີ່ມຕົ້ນຈາກທຶນທີ່ມີຢູ່: ກ່ອນທ່ານຈະເລີ່ມຕົ້ນເຮັດທຸລະກິດ ສິ່ງທີ່ທ່ານຄິດຢາກເຮັດ ໃຫ້ທ່ານລອງສຳຫຼວດຕົນເອງ ແລະ ສິ່ງທີ່ທ່ານມີຢູ່ອ້ອມຕົວທ່ານກ່ອນເຊັ່ນ: ສະຖານທີ່ ຖ້າຍັງບໍ່ມີເງິນລົງທຶນໄປເຊົ່າຮ້ານ ກໍລອງປັບມູນໃດມູມໜຶ່ງຂອງເຮືອນທ່ານບ່ອນໃດວ່າງກໍເອົາບ່ອນນັ້ນເລີຍ, ເຄື່ອງອຸປະກອນຕ່າງໆບາງສິ່ງທ່ານອາດຈະມີແລ້ວ ຫຼື ສິ່ງໃດທີ່ສາມາດທົດແທນກັນໄດ້ໂດຍລາຄາບໍ່ແພງຈົນເກີນໄປ ຫຼື ການຕົບແຕ່ງຮ້ານດ້ວຍການລົງມືເຮັດເອງ ແລະ ມີໝູ່ເພື່ອນມາຊ່ວຍເຫຼືອ ກໍເປັນສິ່ງໜຶ່ງທີ່ເຮັດໄດ້ບໍ່ຢາກ. ລອງສຳຫຼວດແລ້ວສຳຫຼວດອີກ ຄິດແລ້ວຄິດອີກ ເພາະທ່ານອາດຈະມີຕົ້ນທຶນທີ່ມີພຽງພໍທີ່ຈະສາມາດເລີ່ມເຮັດທຸລະກິດກໍເປັນໄປໄດ້.  2. ໃຊ້ຈ່າຍສະເພາະຕົ້ນທຶນທີ່ຈຳເປັນ:  ນອກຈາກຄົ້ນຫາຕົ້ນທຶນທີ່ມີຢູ່ແລ້ວ ຈາກນັ້ນກໍລອງຈົດສິ່ງທີ່ຈຳເປັນຕ້ອງໃຊ້ຈ່າຍແທ້ໆ ບໍ່ວ່າຈະເປັນຄ່າວັດຖຸດິບທີ່ຈະລົງທຶນຊື້ເພື່ອໃຫ້ມີສິນຄ້າ ຫຼື ການບໍລິການ, ຄ່າຈົດທະບຽນທຸລະກິດ, ຄ່າໃບອະນຸຍາດ ເອີ້ນງ່າຍໆວ່າ ຕົ້ນທຶນທີ່ຈຳເປັນຕ້ອງຈ່າຍ ເພື່ອສາມາດຄຳນວນໄດ້ຄາວໆວ່າ ຈະຕ້ອງໃຊ້ຕົ້ນທຶນເທົ່າໃດ? 3. ເລີ່ມຕົ້ນແບບຄ່ອຍເປັນຄ່ອຍໄປ ...

Read More »

ງານແຂ່ງຂັນປັ່ນລົດຖີບ BIKE FOR HER 2019 ມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ກວ່າຄົນ.

ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະ  ສະຫະພັນລົດຖີບແຫ່ງຊາດລາວ.  ໄດ້ຈັດງານແຂ່ງຂັນປັ່ນລົດຖີບເພື່ອການກຸສົນເປັນປີທີ 2 ພາຍໃຕ້ຊື່ໂຄງການ  “Bike for her 2019” ເພື່ອຊີງຄວາມເປັນໜຶ່ງໃນແຂ່ງຂັນກິລາປັ່ນລົດຖີບຂອງນັກກິລາລາວ ແລະ ພ້ອມກັນປະກາດຈຸດຢືນ  ລົນນະລົງ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງລະດົມເງິນບໍລິຈາກເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ຜ່ານກິດຈະກຳເຝິກອົບຮົມວິຊາຊີບ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 109 ປີ.   ງານແຂ່ງຂັນປັ່ນລົດຖີບ “Bike for her 2019” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ ...

Read More »

Brand ສົ່ງເສີມຫຍັງແດ່ໃຫ້ການເຮັດທຸລະກິດ?

ຫາກທ່ານເປັນຄົນໜຶ່ງທີ່ກຳລັງຢາກສ້າງຍີ່ຫໍ້ (Brand) ສິນຄ້າ ຫຼື ບໍລິການໃດໜຶ່ງເປັນຂອງຕົນເອງຫຼື ທ່ານອາດເປັນເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວແລ້ວກໍຕາມຜູ້ຂຽນເຊື່ອວ່າ ສິ່ງໜຶ່ງທີ່ຫຼາຍໆຄົນມັກເຂົ້າໃຈຜິດວ່າ: ການສ້າງຍີ່ຫໍ້ (Brand) ກໍຄືການຕັ້ງຊື່ຮ້ານໃຫ້ມ່ວນໆຈື່ໄດ້ງ່າຍ, ສ້າງກາໝາຍ (Logo) ໃຫ້ງາມໆ, ໂດດເດັ່ນ, ສີສັນສວຍງາມເທົ່ານັ້ນ ແຕ່ຄວາມຈິງແລ້ວການສ້າງຍີ່ຫໍ້ຂອງສິນຄ້າ ຫຼື ການບໍລິການນັ້ນແມ່ນລົງເລິກໄປກວ່ານັ້ນອີກ. ການສ້າງ Brand ສົ່ງເສີມຫຍັງແດ່ໃຫ້ການເຮັດທຸລະກິດ? ເຮັດໃຫ້ລູກຄ້າຮູ້ສຶກກຸ້ມຄ່າທີ່ໄດ້ໃຊ້ສິນຄ້າ ຫຼື ບໍລິການ, ລາຄາອາດຈະເທົ່າກັນກັບຮ້ານອື່ນ ແຕ່ຈະເຮັດໃຫ້ລູກຄ້າຮູ້ສຶກໄດ້ວ່າ ຊື້ ສິນຄ້າ ຫຼື ບໍລິການ ຈາກ Brand ນີ້ຮູ້ສຶກກຸ້ມຄ່າກວ່າ ຊື້ ຫຼື ໃຊ້ບໍລິການຮ້ານທົ່ວໆໄປ. ເຮັດໃຫ້ລູກຄ້າ ຫຼື ກຸ່ມເປົ້າໝາຍຮູ້ສຶກໄວ້ໃຈ, ເຊື່ອໃຈ ແລະ ໝັ້ນໃຈທີ່ຈະຊື້ສິນຄ້າ ຫຼື ໃຊ້ບໍລິການຂອງທ່ານ. ເຮັດໃຫ້ລູກຄ້າຮູ້ສຶກພູມໃຈທີ່ໄດ້ໃຊ້ Brand ຂອງທ່ານເຖິງວ່າລາຄາອາດຈະແພງກວ່າກໍຕາມ. ການທີ່ເຮົາຈະສ້າງ Brand ທີ່ດີ Brand ໜຶ່ງ ມັນຈໍາເປັນທີ່ຕ້ອງມີ 2 ສ່ວນຄື: Brand Say ຄື Brand ເວົ້າຫຍັງ? ສື່ສານຫຍັງ? ...

Read More »

ຊົມເຊີຍ!!! ໜ່ວຍກູ້ໄພລາວ ໄດ້ຮັບລາງວັນຊະນະເລີດ ຈາກການແຂ່ງຂັນກູ້ຊີບ-ກູ້ໄພ

ໜ່ວຍກູ້ໄພນະຄອນຫລວງ1624ເຂົ້າຮ່ວມການແຂ່ງຂັນກູ້ຊີບ-ກູ້ໄພໄດ້ຮັບລາງວັນທີ1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນສະນະເລີດຈາກໂຮງໜໍຣາດຊະວິທິປະເທດໄທ ໃນວັນທີ31 ມັງກອນ 2019 ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ເຮົາໄດ້ສົ່ງອາສາສະໝັກໄປຮ່ວມການເຝິກອົບຮົມ ”ຫຼັກສູດການປະຖົມພະຍາບານຂັ້ນ EMT-B” ທີ່ໂຮງໝໍຣາຊະວິຖີ ບາງກອກ ປະເທດໄທ ເຊີ່ງໄດ້ຈັດຂຶ້ນມາທຸກໆປີ ແລະ ປີນີ້ກົງກັບລຸ້ນທີ 21 ຂອງການເປີດສອນຫຼັກສູດ EMT-B ເຊີ່ງທາງປະເທດໄທ ໄດ້ເຊີນມາຍັງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ຂອງພວກເຮົາໃຫ້ສົ່ງອາສາເຂົ້າຮ່ວມ ເປັນຈຳນວນ 2 ຄົນ: ທ້າວ ສຸລິຍາ ສິງຫາວົງ ແລະ ທ້າວ ສັງທອງ ຂຸນຈຳລົງ ເຊີ່ງໄດ້ເລີ່ມເຂົ້າຮ່ວມການເຝີກອົບຮົມຫຼັກສູດ ດັ້ງກ່າວ ຕັ້ງແຕ່ວັນທີ 2 ກຸມພາ ຫາ ວັນທີ 4 ມີນາ 2019 ເປັນເວລາ 1 ເດືອນ ແລະ ທັງ 2 ຄົນ ກໍໄດ້ເຂົ້າຮ່ວມການແຂ່ງຂັນກິດຈະກຳຂອງການເຝີກອົບຮົມ ຈົນສາມາດຍາດໄດ້ການແຂ່ງຂັນກູ້ຊີບ-ກູ້ໄພ ໄດ້ຮັບລາງວັນທີ 1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນລາງວັນສະນະເລີດຈາກໂຮງໝໍຣາຊະວິຖີ ແລະ ຍັງໄດ້ເຂົ້າຮ່ວມທີມເຕາະບານຂອງທີມເຝີກອົບຮົມໄດ້ຮັບລາງ 3 ອີກດ້ວຍ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ...

Read More »

ບາງກອກແອເວ ເປີດເສັ້ນທາງການບິນໃໝ່ ຊຽງໃໝ່-ກະບີ່ ແລະ ຊຽງໃໝ່-ຫຼວງພະບາງ

ໃນວັນ 28 ກຸມພາ 2019, ທີ່ຈັງຫວັດຊຽງໃໝ່, ປະເທດໄທ.   ບໍລິສັດ ການບິນ ກຸງເທບ ຈໍາກັດ (ມະຫາຊົນ) ຫຼື ສາຍການບິນ ບາງກອກແອເວ ໄດ້ຈັດງານຖະແຫຼງຂ່າວ ເປີດເສັ້ນການບິນໃໝ່ ຊຽງໃໝ່ -ກະບີ່ ແລະ ຊຽງໃໝ່ – ຫຼວງພະບາງ (ສປປ ລາວ) ທີ່ຫ້ອງອາຫານ Time Riverfront Cuisine & Bra ໂຮງແຮມ ນະນິລັນ. ໂດຍມີ ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ຮອງກຳມະການຜູ້ອຳນວຍການໃຫຍ່ ຝ່າຍຂາຍຂອງສາຍການບິນ ແລະ ທ່ານນາງ ພັກຄະນັນ ວິນິດໄສ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ສຳນັກງານຊຽງໃໝ່ເປັນຜູ້ຖະແຫຼງຂ່າວ ແລະ ທ່ານນາງ ຈັນທິບ ທອງກັນຍາ ຮອງກຳມະການຜູ້ອໍານວຍການໃຫຍ່ ສຳນັກກຳມະການຜູ້ອຳນວຍການໃຫຍ່ ສາຍການບິນ ບາງກອກແອເວ ໃຫ້ກຽດເຂົ້າຮ່ວມໃນງານ. ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ...

Read More »

ຍຸດທະສາດດີໆ ທີ່ຈະຊ່ວຍໃຫ້ SME ໂດດເດັ່ນໃນສັງຄົມ (ອ່ານເລີຍ!!!)

ປັດຈຸບັນ, ລູກຄ້າ ແລະ ກຸ່ມເປົ້າໝາຍ ຈະຊື້ສິນຄ້າ ຫຼື ບໍລິການໃດໜຶ່ງ  ຈະບໍ່ໄດ້ຄຳນຶງເຖິງພຽງຄຸນນະພາບຂອງຜະລິດຕະພັນພຽງຢ່າງດຽວເທົ່ານັ້ນແລ້ວ, ແຕ່ຍັງມີການພິຈາລະນາໄປອີກຢ່າງໜຶ່ງຄື:  ຜະລິດຕະພັນທີ່ຕົນເອງຊື້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື  ຍຸດທະສາດ CSR=Corporate Social Responsibility   ໝາຍເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂອງອົງກອນ ທີ່ຈະນຳໄປສູ່ການພັດທະນາແບບຢັ້ງຍືນຂອງສັງຄົມ. ຂໍ້ມູນທີ່ຈະເຮັດໃຫ້ລູກຄ້າເຊື່ອໝັ້ນໃນຜະລິດຕະພັນ ແລະ ອົງກອນ ໄດ້ນັ້ນແມ່ນການສະແດງອອກຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ  ຂໍ້ມູນເຫຼົ່ານີ້ມັກຈະສ້າງຂຶ້ນໃນຮູບແບບຂອງການລາຍງານທີ່ເອີ້ນວ່າ: Sustainability Report ຫຼື CSR Report  ແລະ ມັກມີໃຫ້ເຫັນແຕ່ສະເພາະອົງກອນທຸລະກິດຂະໜາດໃຫຍ່ໆ ທີ່ມີກິດຈະການຢູ່ຫຼາຍພັນແຫ່ງທົ່ວໂລກທີດຳເນີນຍຸດທະສາດນີ້. ແຕ່ສຳລັບ ທຸລະກິດ SME ກໍສາມາດມີຂໍ້ມູນ ຫຼື ເຮັດສິ່ງນີ້ໄດ້ຄືກັນ ພຽງແຕ່ເຮົາຍັງບໍ່ຄ່ອຍເຫັນ SME ສ່ວນຫຼາຍໃຫ້ຄວາມສົນໃຈໃນເລື່ອງນີ້… ສາເຫດຫຼັກກໍເປັນເພາະຂາດແຮງຈູງໃຈ ຫຼື ບໍ່ເຫັນຜົນປະໂຫຍດທີ່ຈະໄດ້ຮັບຫຼາຍເທົ່າທີ່ຄວນ ເມື່ອທຽບກັບເວລາ ແລະ ຊັບພະຍາກອນທີ່ຕ້ອງໃຊ້ທີ່ມີຈຳນວນກຳຈັດ. ແຕ່ກໍຍັງມີ  SME ຫຼາຍບໍລິສັດ ...

Read More »

ເປັນຜູ້ບໍລິຫານ ຄວນໃຫ້ກຽດພະນັກງານ ແບບນີ້…..

ຄຳວ່າ ຂອບໃຈ ແລະ ຍ້ອງຍໍຊົມເຊີຍພະນັກງານ ອາດບໍ່ພຽງພໍທີ່ຈະສະແດງໃຫ້ເຫັນວ່າທ່ານໃຫ້ຄວາມສຳຄັນ ແຕ່ຍັງມີອີກຫຼາຍວິທີທີ່ຈະສະແດງເຮັດໃຫ້ພະນັກງານຂອງທ່ານໄດ້ຮັບຮູ້ ແລະ ຈະເຮັດໃຫ້ພະນັກງານ ພ້ອມທີ່ຈະທຸ້ມເທໃນການເຮັດວຽກໃນອົງກອນຢ່າງເຕັມທີ່. ເປີດໂອກາດໃຫ້ສະແດງຄວາມຄິດເຫັນ: ເຊື່ອໝັ້ນວ່າພະນັກງານຂອງຕົນທຸກເປັນຄົນເກັ່ງ ກ່ອນຈະຕັດສິນໃຈຫຍັງດ້ວຍຕົນເອງ ທ່ານຄວນໃຫ້ກຽດພວກເຂົາໃນການສະເໜີຄວາມຄິດເຫັນ ນອກນີ້, ທ່ານຍັງຈະໄດ້ຮັບ ໄອເດຍຈາກຜູ້ທີ່ໄດ້ສຳຜັດກັບບັນຫາທີ່ແທ້ຈິງ, ໄດ້ໃກ້ສິດກັບລູກຄ້າ ເຊິ່ງອາດເປັນໄອເດຍໃໝ່ໆທີ່ທ່ານຄິດບໍ່ເຖິງ. ຟັງຢ່າງຕັ້ງໃຈ: ເປັນການສົ່ງສັນຍານທີ່ດີ ແລະ ງ່າຍທີ່ສຸດໃນການສະແດງວ່າທ່ານໃຫ້ກຽດກັບຜູ້ເວົ້າ ແຕ່ຜູ້ບໍລິຫານຫຼາຍຄົນມັກຈະມີທຸລະກິດ, ວຽກຫຼາຍຈຶ່ງເຮັດໃຫ້ບໍ່ມີເວລາ ອາດເບິ່ງຂ້າມຄວາມສຳຄັນຂໍ້ນີ້ “ຂ້ອຍກຳລັງຟ້າວ ຊ່ວຍເວົ້າແບບສະຫຼຸບຫຍໍ້ໄດ້ບໍ” ການສື່ສານແບບນີ້ສະແດງໃຫ້ເຫັນວ່າສິ່ງທີ່ພະນັກງານກຳລັງສື່ສານນັ້ນບໍ່ໄດ້ມີຄ່າກັບທ່ານເລີຍ. ພຽງຟັງຢ່າງຕັ້ງໃຈເມື່ອພະນັກງານກຳລັງສະແດງຄວາມຄິດເຫັນທີ່ເປັນປະໂຫຍດຕໍ່ອົງກອນເພື່ອສະແດງວ່າທ່ານເຫັນຄຸນຄ່າພະນັກງານ ທີ່ກຳລັງຕັ້ງໃຈເຮັດເພື່ອທ່ານ ແລະ ອົງກອນ. 3. ໃຫ້ເຄຼດິດພະນັກງານ: ນອກຈາກການຖາມ ແລະ ຟັງແລ້ວ ອີກວິທີໜຶ່ງໃນການໃຫ້ກຽດພະນັກງານຄື ການໃຫ້ຄວາມເຊື່ອຖືພະນັກງານ ຍ້ອງຍໍ ໄອເດຍ ຂອງພວກເຂົາໃຫ້ເໜືອກວ່າຄວາມຄິດຂອງທ່ານ ໂດຍບໍ່ຕ້ອງຢ້ານວ່າຕົນເອງຈະດ້ອຍກວ່າ ການສະໜັບສະໜູນຜົນງານພະນັກງານເປັນການສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ ເຮັດໃຫ້ພວກເຂົາພູມໃຈໃນຕົວເອງ ລວມທັງພູມໃຈທີ່ມີຜູ້ບໍລິຫານຄືທ່ານ.   Three ways to show respect to your employees   Merely giving ...

Read More »

“DRONE” ສ້າງໂອກາດໃຫ້ທຸລະກິດຍຸກໃໝ່

Drone ຫຼື ຍົນອາວະການບໍ່ມີຄົນຂັບ ເປັນໂອກາດຂອງທຸລະກິດຍຸກໃໝ່ທີ່ຈະຊ່ວຍສະໜັບສະໜູນທຸລະກິດໄດ້ຫຼາຍຮູບແບບເຊັ່ນ: ການຖ່າຍຮູບມູມສູງ, ທຸລະກິດໂລເຈັສຕິກເຊັ່ນ: ການຂົນສົ່ງສິນຄ້າ (ເຊື່ອມໂຍງກັບທຸລະກິດ E-Commerce) ທຸລະກິດການກະສິກຳເຊັ່ນ: ການສີດພົນປຸຍ ຢາຂ້າສັດຕູພືດ ເຊິ່ງຈະຊ່ວຍໃຫ້ຊາວກະສິກຳ ຫຼີກລຽງການສຳພັດສານເຄມີ ແລະ ເພີ່ມປະສິດທິພາບໃນການປູກພືດໄດ້ດີ ລວມທັງ ໃຊ້ໃນການສຳຫຼວດເກັບຂໍ້ມູນເພື່ອພະຍາກອນອາກາດ ແລະ ສະພາບດິນ. ແຕ່ການນຳໃຊ້ Drone ຢູ່ໃນບັນດາປະເທດຕ່າງໆ ຕ້ອງມີມາດຕການບໍ່ໃຫ້ກະທົບຕໍ່ສິດທິສ່ວນບຸກຄົນ ແລະ ການຮັກສາຄວາມປອດໄພ ເນື່ອງຈາກເປັນອຸປະກອນທີ່ເຂົ້າເຖິງພື້ນທີ່ສ່ວນບຸກຄົນໄດ້ງ່າຍ. ດັ່ງນັ້ນ, ທຸລະກິດ ແລະ ຜູ້ນຳໃຊ້ຈຶ່ງຕ້ອງສຶກສາ ແລະ ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ. ປັດຈຸບັນ, Drone ໃນໂລກມີປະມານ 3 ລ້ານເຄື່ອງ 75% ຜະລິດຢູ່ປະເທດຈີນຄື: ເມືອງ ເສີນເຈີນ ທີ່ເປັນທັງບ່ອນຜະລິດ, ການວິໄຈພັດທະນາ. ເນື່ອງຈາກ, Drone ໃນໂລກນີ້ມີການວິໄຈ ແລະ ພັດທະນາໂດຍບໍລິສັດລາຍໃຫຍ່ຂອງປະເທດຕ່າງໆເຊັ່ນ:  Amazon  ຂອງອາເມລິກາ, Alibaba ແລະ  JD Group ຂອງຈີນ ຈຶ່ງນັບວ່າ Drone ເປັນອີກໜຶ່ງແນວໂນ້ມທີ່ສຳຄັນລະດັບໂລກຂອງເຕັກໂນໂລຊີ ແລະ ທຸລະກິດຍຸກໃໝ່. ຕົວຢ່າງຂອງການພັດທະນາຂອງ Drone ລະດັບໂລກເຊັ່ນ: JD Group ສາມາດບັນທຸກສິນຄ້າໜັກໄດ້ເຖິງ 30 ກິໂລ, ບິນໄດ້ໄກເຖິງ 100 ...

Read More »

ສິ່ງທີ່ຄົນມັກເຂົ້າໃຈຜິດ ກ່ຽວກັບການສ້າງ Content Marketing

ຍຸກນີ້, ຍຸກທີ່ ທຸກບໍລິສັດ ຈະຕ້ອງມີ Content Marketing ຖ້າທ່ານອ່ານບົດຄວາມນີ້ຈົບ ທ່ານຈະເຂົ້າໃຈການເຮັດ Content Marketing ແລະ ສາມາດນຳເອົາໄປໃຊ້ໃຫ້ເກີດປະໂຫຍດໃນທາງທຸລະກິດຫຼາຍຂຶ້ນຢ່າງແນ່ນອນ. ຄວາມເຂົ້າໃຈຜິດທີ 1: ສ້າງ Content ຫຼາຍໆຈຶ່ງດີ ຈະໄດ້ມີຄົນເຫັນຫຼາຍ. ປະລິມານຂອງ Content ນັ້ນ ແມ່ນມີຄວາມສຳຄັນ ແຕ່ຖ້າ Content ທີ່ທ່ານເຮັດນັ້ນເປັນ Content ທຳມະດາໆ ທີ່ທຸກຄົນກໍສາມາດເຮັດໄດ້   Content ຂອງທ່ານກໍຈະບໍ່ເປັນສິ່ງທີ່ນ່າສົນໃຈ ເຊິ່ງຈະເຮັດໃຫ້ທ່ານເສຍທັງເງິນ ແລະ ເສຍເວລາໃນການເຮັດ Content ນັ້ນໆອີກດ້ວຍ. ປ່ຽນແປງຄວາມເຂົ້າໃຈໃຫມ່: ວິທີທີ່ດີກວ່າການເນັ້ນການຜະລິດຄອນເທຣນໃຫ້ໄດ້ຈຳນວນຫຼາຍໆຄື ການເນັ້ນຜະລິດຄອນເທຣນທີ່ມີຄຸນນະພາບແທນ Google ໄດ້ຂຽນຄຳຈຳກັດວ່າ ຄອນເທຣນຄຸນນະພາບໄວ້ດັ່ງນີ້: Useful and Informative: ຕ້ອງມີປະໂຫຍດ ແລະ ໃຫ້ຂໍ້ມູນ More valuable and useful than other sites: ມີປະໂຫຍດຢ່າງດຽວບໍ່ພໍ ແຕ່ຄອນເທຣນຈະຕ້ອງມີປະໂຫຍດຫຼາຍກວ່າແຫຼງອື່ນໆອີກ. Credible: ຄອນເທຣນຈະຕ້ອງນ່າເຊື່ອຖືໄດ້ ເຊິ່ງຄອນເທຣນທີ່ດີຄວນຈະຕ້ອງມີການອ້າງອີງແຫຼ່ງທີ່ມານຳ. High Quality: ຄອນເທຣນຂອງທ່ານ ຄວນຈະບໍ່ຊໍ້າກັບໃຜ ມີຄວາມສະເພາະເຈາະຈົງ ແລະ ລົງລາຍລະອຽດ. ...

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກຸມພາ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ ຄື: 1. ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030; 2. ບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ; 3. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ); 4. ດໍາລັດວ່າດ້ວຍກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ); 5. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດໍາເນີນທຸລະກິດຢູ່ ສປປ ລາວ; 6. ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ; 7. ບົດລາຍງານກ່ຽວກັບແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ; ກອງປະຊຸມໄດ້ເຫັນດີດ້ານຫຼັກການ ແລະ ...

Read More »