ຍຸດທະສາດດີໆ ທີ່ຈະຊ່ວຍໃຫ້ SME ໂດດເດັ່ນໃນສັງຄົມ (ອ່ານເລີຍ!!!)

ປັດຈຸບັນ, ລູກຄ້າ ແລະ ກຸ່ມເປົ້າໝາຍ ຈະຊື້ສິນຄ້າ ຫຼື ບໍລິການໃດໜຶ່ງ  ຈະບໍ່ໄດ້ຄຳນຶງເຖິງພຽງຄຸນນະພາບຂອງຜະລິດຕະພັນພຽງຢ່າງດຽວເທົ່ານັ້ນແລ້ວ, ແຕ່ຍັງມີການພິຈາລະນາໄປອີກຢ່າງໜຶ່ງຄື:  ຜະລິດຕະພັນທີ່ຕົນເອງຊື້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື  ຍຸດທະສາດ CSR=Corporate Social Responsibility   ໝາຍເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂອງອົງກອນ ທີ່ຈະນຳໄປສູ່ການພັດທະນາແບບຢັ້ງຍືນຂອງສັງຄົມ.

ຂໍ້ມູນທີ່ຈະເຮັດໃຫ້ລູກຄ້າເຊື່ອໝັ້ນໃນຜະລິດຕະພັນ ແລະ ອົງກອນ ໄດ້ນັ້ນແມ່ນການສະແດງອອກຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ  ຂໍ້ມູນເຫຼົ່ານີ້ມັກຈະສ້າງຂຶ້ນໃນຮູບແບບຂອງການລາຍງານທີ່ເອີ້ນວ່າ: Sustainability Report ຫຼື CSR Report  ແລະ ມັກມີໃຫ້ເຫັນແຕ່ສະເພາະອົງກອນທຸລະກິດຂະໜາດໃຫຍ່ໆ ທີ່ມີກິດຈະການຢູ່ຫຼາຍພັນແຫ່ງທົ່ວໂລກທີດຳເນີນຍຸດທະສາດນີ້.

ແຕ່ສຳລັບ ທຸລະກິດ SME ກໍສາມາດມີຂໍ້ມູນ ຫຼື ເຮັດສິ່ງນີ້ໄດ້ຄືກັນ ພຽງແຕ່ເຮົາຍັງບໍ່ຄ່ອຍເຫັນ SME ສ່ວນຫຼາຍໃຫ້ຄວາມສົນໃຈໃນເລື່ອງນີ້… ສາເຫດຫຼັກກໍເປັນເພາະຂາດແຮງຈູງໃຈ ຫຼື ບໍ່ເຫັນຜົນປະໂຫຍດທີ່ຈະໄດ້ຮັບຫຼາຍເທົ່າທີ່ຄວນ ເມື່ອທຽບກັບເວລາ ແລະ ຊັບພະຍາກອນທີ່ຕ້ອງໃຊ້ທີ່ມີຈຳນວນກຳຈັດ.

ແຕ່ກໍຍັງມີ  SME ຫຼາຍບໍລິສັດ ທີ່ສາມາດພິສູດໃຫ້ເຫັນເຖິງປະໂຫຍດທາງທຸລະກິດ ຕໍ່ການມີຄວາມຮັບຜິດຊອບຕໍ່ສັງຄົມຂອງກິດຈະການຂອງຕົນເອງ. ປັດຈຸບັນກໍມີຫຼາຍແບຣນເສື້ອຜ້າແຟຊັນ ໄດ້ນຳ ຍຸດທະສາດນີ້ມາປັບໃຊ້ຄື:  ຫຼຸດການໃຊ້ຖົງຢາງພາສ໌ຕິກ ຫັນມາໃຊ້ຖົງຜ້າ ຫຼື ຖົງເຈ້ຍແທນ ແລະ ກໍມີຫຼາຍບໍລິສັດມັກຈັດງານ Event  ເພື່ອລະດົມທຶນຊ່ວຍເຫຼືອສັງຄົມເປັນຕົ້ນ….ແລະ ຮ້ານ Kaogee Cafe ກໍເປັນອີກຮ້ານໜຶ່ງໃນນະຄອນຫຼວງວຽງຈັນ ກໍຄືປະເທດລາວ ທີ່ໄດ້ນຳໃຊ້ ຍຸດທະສາດນີ້  ຄືການຮັກໂລກ ດ້ວຍວິທີງ່າຍໆເພື່ອຫຼຸດການນຳໃຊ້ຈອກຢາງ (ຈອກພາສ໌ຕິກ)  ດ້ວຍການນຳຈອກຂອງທ່ານເອງມາຊື້ເຄື່ອງດື່ມທີ່ Kaogee Cafe ຮັບສ່ວນຫຼຸດທັນທີ  2.000 ກີບ. ຫຼຸດຄ່າເຄື່ອງດື່ມ ຊາ, ກາເຟ , ນໍ້າປັ່ນເພື່ອສຸຂະພາບ ຖືກລົງແລ້ວ ແຖມຍັງຊ່ວຍຫຼຸດໂລກຮ້ອນໄດ້ໄປໃນຕົວ. ທຸກທ່ານ ສາມາດນຳເອົາຈອກຂອງທ່ານເອງໄປຊື້ເຄື່ອງດື່ມໄດ້ທຸກສາຂາ ຂອງ ຮ້ານKaogee Cafe  ມີ 4 ສາຂາ ໃນນະຄອນຫຼວງ (ຫຼັງໂຮງຮຽນ ມສ ວຽງຈັນ, ເພຍວັດ, ສີຫອມ, ໜອງບອນ) ແລະ 1 ສາຂາທີ່ແຂວງຫຼວງພະບາງ; ແລ້ວມາຮ່ວມເປັນສ່ວນໜຶ່ງ ຫຼຸດພາວະໂລກຮ້ອນໄປພ້ອມໆກັນກັບຮ້ານ Kaogee cafe.

ມື້ນີ້ທ່ານຮັກໂລກແລ້ວ ຫລື ຍັງ.. ?ພວກເຮົາເລີ່ມແລ້ວ… ເລີ່ມຈາກຈຸດນ້ອຍໆທີ່ທຸກຄົນສາມາດເຮັດໄດ້ງ່າຍໆ…

Posted by Kaogee Cafe on Sunday, February 3, 2019

ແຕ່ SME  ເຫຼົ່ານີ້ ບໍ່ໄດ້ເຮັດໃນຮູບແບບທີ່ເປັນທາງການ ຄືກັບການລາຍງານແຫ່ງຄວາມຢືນຍົງໃນອົງກອນຂະໜາດໃຫຍ່ ແຕ່ເຮົາສາມາດເອີ້ນໄດ້ວ່າເປັນການເຜີຍແຜ່ ຂໍ້ມູນເດັ່ນທາງ  CSR ຫຼື CSR Profile ເພື່ອຕອບໂຈດທາງທຸລະກິດ ແລະ ສັງຄົມໄປພ້ອມໆກັນ.


ເນື່ອງຈາກກະແສເລື່ອງຄວາມຮັບຜິດຊອບຕໍ່ສັງຄົມໃນທຸກມື້ນີ້ ໄດ້ຮັບຄວາມສົນໃຈຈາກສັງຄົມ ແລະ ຜູ້ບໍລິໂພກກໍມີຄວາມຕື່ນຕົວຫຼາຍ ການເນັ້ນໃຫ້ຄວາມສຳຄັນກັບ CSR Profile  ຈຶ່ງສາມາດພັດທະນາມາເປັນຄູ່ມືທາງທຸລະກິດທີ່ມີຄຸນຄ່າ ທີ່ເຮັດໃຫ້ຄູ່ຄ້າ/ລູກຄ້າ ຮູ້ວ່າອົງກອນຂອງເຮົາມີຄວາມຮັບຜິດຊອບຕໍ່ສັງຄົມ, ສາມາດສ້າງເປັນຈຸດຂາຍ ແລະ ການຕໍ່ຍອດທຸລະກິດ, ດ້ວຍການຄົ້ນຫາຈຸດເດັ່ນຂອງຜະລິດຕະພັນໃນແບບ CSR ການປັບປຸງຈຸດດ້ອຍຂອງຜະລິດຕະພັນໃຫ້ເປັນໂອກາດ ແລະ ການຄົ້ນຫາຕະຫຼາດໃຫມ່.

Comments