Brand ສົ່ງເສີມຫຍັງແດ່ໃຫ້ການເຮັດທຸລະກິດ?

ຫາກທ່ານເປັນຄົນໜຶ່ງທີ່ກຳລັງຢາກສ້າງຍີ່ຫໍ້ (Brand) ສິນຄ້າ ຫຼື ບໍລິການໃດໜຶ່ງເປັນຂອງຕົນເອງຫຼື ທ່ານອາດເປັນເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວແລ້ວກໍຕາມຜູ້ຂຽນເຊື່ອວ່າ ສິ່ງໜຶ່ງທີ່ຫຼາຍໆຄົນມັກເຂົ້າໃຈຜິດວ່າ: ການສ້າງຍີ່ຫໍ້ (Brand) ກໍຄືການຕັ້ງຊື່ຮ້ານໃຫ້ມ່ວນໆຈື່ໄດ້ງ່າຍ, ສ້າງກາໝາຍ (Logo) ໃຫ້ງາມໆ, ໂດດເດັ່ນ, ສີສັນສວຍງາມເທົ່ານັ້ນ ແຕ່ຄວາມຈິງແລ້ວການສ້າງຍີ່ຫໍ້ຂອງສິນຄ້າ ຫຼື ການບໍລິການນັ້ນແມ່ນລົງເລິກໄປກວ່ານັ້ນອີກ.

ການສ້າງ Brand ສົ່ງເສີມຫຍັງແດ່ໃຫ້ການເຮັດທຸລະກິດ?

  1. ເຮັດໃຫ້ລູກຄ້າຮູ້ສຶກກຸ້ມຄ່າທີ່ໄດ້ໃຊ້ສິນຄ້າ ຫຼື ບໍລິການ, ລາຄາອາດຈະເທົ່າກັນກັບຮ້ານອື່ນ ແຕ່ຈະເຮັດໃຫ້ລູກຄ້າຮູ້ສຶກໄດ້ວ່າ ຊື້ ສິນຄ້າ ຫຼື ບໍລິການ ຈາກ Brand ນີ້ຮູ້ສຶກກຸ້ມຄ່າກວ່າ ຊື້ ຫຼື ໃຊ້ບໍລິການຮ້ານທົ່ວໆໄປ.
  2. ເຮັດໃຫ້ລູກຄ້າ ຫຼື ກຸ່ມເປົ້າໝາຍຮູ້ສຶກໄວ້ໃຈ, ເຊື່ອໃຈ ແລະ ໝັ້ນໃຈທີ່ຈະຊື້ສິນຄ້າ ຫຼື ໃຊ້ບໍລິການຂອງທ່ານ.
  3. ເຮັດໃຫ້ລູກຄ້າຮູ້ສຶກພູມໃຈທີ່ໄດ້ໃຊ້ Brand ຂອງທ່ານເຖິງວ່າລາຄາອາດຈະແພງກວ່າກໍຕາມ.

ການທີ່ເຮົາຈະສ້າງ Brand ທີ່ດີ Brand ໜຶ່ງ ມັນຈໍາເປັນທີ່ຕ້ອງມີ 2 ສ່ວນຄື:

Brand Say ຄື Brand ເວົ້າຫຍັງ? ສື່ສານຫຍັງ? ແລະ  Brand Do ກໍຄື Brand ເຮັດຫຍັງເພື່ອສື່ສານ.  ເມື່ອກ່ອນສິນຄ້າຕ່າງໆ ມັກໃຊ້ຄຳວ່າ Brand Say ບອກວ່າເຮົາດີແບບນັ້ນ ແບບນີ້, ແຕ່ໃນຍຸກປັດຈຸບັນ ຄົນເລີ່ມຈະບໍ່ສົນໃຈ ຫຼື ຟັງທີ່ແບຣນເວົ້າກໍຄືການໂຄສະນາ ຫຼື ເວົ້າອອກໄປ. ແຕ່ຄົນມັກຈະປະທັບໃຈ ສິ່ງທີ່ Brand ປະຕິບັດ  ຫຼື Brand Do ຫຼາຍກວ່າ.

ນອກຈາກ, 2 ສິ່ງທີ່ເວົ້າມານີ້ ສິ່ງສໍາຄັນໃນການສ້າງ Brand ຄວນມີ Brand Design ຄວນພິຈາລະນາ 2 ຈຸດສຳຄັນຄື:

Hardware: ຄືສິ່ງທີ່ຈັບຕ້ອງໄດ້ເຊັ່ນ: ອາຄານສະຖານທີ່ທີ່ສວຍງາມໂດດເດັ່ນ, ເຄື່ອງຕົບແຕ່ງ, ເຟີນີເຈີຕ່າງໆ, ເຄື່ອງແບບພະນັກງານ, ຜະລິດຕະພັນສິນຄ້າ ເຫຼົ່ານີ້ເປັນຕົ້ນ….

Software: ຄືສິ່ງທີ່ຈັບຕ້ອງບໍ່ໄດ້ເຊັ່ນ: ບັນຍາກາດພາຍໃນຮ້ານ ຫຼື ບ່ອນຂາຍ, ການປະພຶດຂອງພະນັກງານ, ລະບົບການບໍລິການ….ເຫຼົ່ານີ້ເປັນຕົ້ນ.

ສອງສິ່ງນີ້, ສຳຄັນທີ່ສຸດທີ່ຈະເຮັດໃຫ້  Brand ມີບຸກຄະລິກທີ່ໂດດເດັ່ນ, ແຕກຕ່າງບໍ່ຄືໃຜ ເປັນຕົວຂອງຕົນເອງ ແລະ ຈະເຮັດໃຫ້ລູກຄ້າ ຕິດໃຈ ຫຼົງໄຫຼໃນ Brand ຂອງທຸລະກິດທ່ານ.

ຖ້າທ່ານຢາກສຳພັດໄດ້ເຖິງອາລົມຄວາມຮູ້ສຶກໃນ Brand  ທີ່ແຕກຕ່າງຈາກຮ້ານອື່ນທົ່ວໄປ. ໂດດເດັ່ນ ແລະ ຮູ້ສຶກຄຸ້ມຄ່າ ກໍລອງມາລຳພັດ ໄດ້ທີ່ຮ້ານ Kaogee Cafe  ມານັ່ງຈິບຊາ, ກາເຟດີມີລະດັບ ຄັດສັນຢ່າງດີ ຈາກພູພຽງບໍລິເວນ ບ່ອນທີ່ປູກກາເຟທີ່ດີທີ່ສຸດຂອງລາວ ຫຼື ມານັ່ງດື່ມນໍ້າປັ່ນເພື່ອສຸຂະພາບເຢັນໆ ຫຼື ກິນເຂົ້າຈີ່ ຫຼາກຫຼາຍລົດຊາດໃນຕອນເຊົ້າໆກໍໄດ້ອີກອາລົມໜຶ່ງ. ຮ້ານນີ້ຈະພາທຸກທ່ານ ຮູ້ສຶກຄຸ້ມທີ່ໄດ້ມານັ່ງໃນຮ້ານ  ເພາະການຕ້ອນຮັບທີ່ດີ, ການເອົາໃສ່ໃຈລູກຄ້າ, ຮ້ານສະອາດງາມຕາ, ແອເຢັນສະບາຍ, ມີ Wifi ໃຫ້ໃຊ້ຟຣີ , ຕົບແຕ່ງຮ້ານທີ່ມີຄວາມເປັນເອກະລັກສະເພາະ ບັນຍາດຂອງຮ້ານເປັນເອງ ແຖມຈະຖ່າຍຮູບມູມໃດກໍງາມໆ.  

ທຸກທ່ານສາມາດສຳພັດບັນຍາກາດ ຮ້ານ   Kaogee Cafe ໄດ້ທັງ 5 ສາຂາ ໃນນະຄອນຫຼວງວຽງຈັນໃກ້ກັບສາຂາໃດ ໄປສາຂານັ້ນເລີຍ.  (ຫຼັງໂຮງຮຽນ ມສ ວຽງຈັນ, ເພຍວັດ, ສີຫອມ, ໜອງບອນ) ແລະ 1 ສາຂາທີ່ແຂວງຫຼວງພະບາງ; (ແລະ ໄວໆນີ້ ນະຄອນຫຼວງກໍຈະເປັນອີກ 1 ສາຂາ ສະພານທອງ)  ແລ້ວມາຮ່ວມສຳພັດ ເຖິງການສ້າງ Brand    ທີ່ໂດດເດັ່ນຂອງຮ້ານນີ້.  ຍັງບໍ່ພໍເທົ່ານັ້ນທາງຮ້ານ Kaogee Cafe  ຍັງມີໂປຣໂມຊັນ ຫຼຸດ ແລກ ແຈກ ແຖມ ເລື້ອຍໆ ໄວ້ໃຫ້ເຮົາລຸ້ນຕື່ນເຕັ້ນນຳທຸກໆອາທິດ. ວ່າທິດນີ້ຈະມີໂປຣຫຍັງມາແດ່.  ສຳລັບໄລຍະນີ້ ຈົນຮອດວັນທີ 10 ມີນາ ແມ່ນ ໂປຣໂມຊັນນໍ້າປັ່ນເພື່ອສຸຂະພາບ ຊື້ 1 ຈອກ ແຖມຟຣີ 1 ຈອກ ໄປເລີຍ.

ສຸຂະພາບດີມີຂາຍ ບໍ່ຕ້ອງໄປຊອກຢູ່ໃສໃຫ້ເສຍເວລາເພາະພວກເຮົາລວມສຸຂະພາບດີແບບຍົ້ວໆໄວ້ໃນ ໂປຼໂມຊັ້ນ ນີ້ແລ້ວເດີ້????-…

Posted by Kaogee Cafe on Sunday, March 3, 2019

Comments