General

ການສໍ້ລາດບັງຫຼວງຂອງ ສປປ.ລາວ ຕິດຢູ່ອັນດັບ 132 ຂອງໂລກ

ສຳນັກຂ່າວຕ່າງປະເທດລາຍງານ 29 ມັງກອນ 2019 ວ່າ: ຜົນການຈັດອັບດັບການສໍ້ລາດບັງຫຼວງທົ່ວໂລກ ໃນຮອບປີ 2018 ໂດຍອົງກອນເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ເຊິ່ງໄດ້ສ້າງດັດຊະນີການຮັບຮູ້ການສໍ້ລາດບັງຫຼວງ ຫຼື CPI (Corruption Perceptions Index) ໃຫ້ຄະແນນຕັ້ງແຕ່ 100 ສໍ້ລາດບັງຫຼວງໜ້ອຍທີ່ສຸດ ຈົນເຖິງ 0 ສໍ້ລາດບັງຫຼວງຫຼາຍທີ່ສຸດ ປາກົດວ່າ ໃນປີ 2018 ກວ່າ 2 ໃນ 3 ຂອງປະເທດຕ່າງໆທົ່ວໂລກມີຄະແນນຕ່ຳກວ່າ 50 ແລະ ຄ່າສະເລ່ຍທົ່ວໂລກຢູ່ທີ່ 43 ຄະແນນ. ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດໃນປີ 2018 ຄື: ປະເທດແດນມາກ ໄດ້ຄະແນນ 88 ຄະແນນ, ອັນດັບ 2 ປະເທດນິວຊີແລນ 87 ຄະແນນ, ອັນດັບ 3 ປະເທດແຟງລັງ, 3. ປະເທດສິງກະໂປ, 3. ປະເທດຊູແອດ, 3. ສະວິດ, 7. ນອກແວ, 8. ໂຮນລັງ, ...

Read More »

ຂໍ້ຫ້າມ ແລະຂໍ້ຄວນປະຕິບັດ ເວລາມາຫົດສົງນ້ຳ ພະບາງ

ລຳດັບການຂຶ້ນສົງນ້ຳ 1.ປູເຍີ-ຍາເຍີ ຂຶ້ນໄປຫົດສົງກ່ອນ ເນຶ່ອງດ້ວຍພວກເຮົານັບຖຶວ່າເປັນເທວະດາຫຼວງ ບັນພະບູລຸດຂອງຄົນລາວ 2.ພະສົງເຖຣະ 9 ອົງຂຶ້ນຫົດສົງເນຶ່ອງດ້ວຍເປັນຜູ້ນຳດ້ານວັດວາພຸດທະສາສນາ ຮີດຄອງປະເພນີຂອງຊາວພຸດ 3.ພາມມະນາຈານທັງ 8 ເນຶ່ອງຈາກເປັນຜູ້ຫຼັກຜູ້ໃຫຍ່ອາວູໂສໃນບ້ານເມຶອງ ເປັນທີ່ປຶກສາແກ່ພະຣາຊາໃນສະໄໝກ່ອນ 4.ການນຳຂັ້ນສູນກາງ ແຂວງ ເມຶອງຕາມລຳດັບຂັ້ນ ເປັນຝ່າຍເຈົ້ານາຍບ້ານເມຶອງ 5. ນາງສາວສັງຂານທັງ 7 ລູກສາວຜະຍາກາບິນລະພົມ ອັນກ່ຽວກັບຕຳນານສົງການ 6.ຜູ້ນຳອາວູໂສເຖົ້າແກ່ ພໍ່ຄ້າຊາວຂາຍ 7. ຊາວພຸທທະສາສະນິກະຊົນບັນດາເຜົາທົ່ວໄປທີ່ມາຮ່ວມ ຂໍ້ຫ້າມໃນການຂຶ້ນສົງນ້ຳ 1.ຫ້າມໄຕ້ທູບທຽນລະຫວ່າງນັ່ງລໍກ່ອນພິທີເລີມ 2.ຫ້າມຜູ້ນຸ່ງເຄຶ່ອງບໍ່ສຸພາບຮຽບຮ້ອຍ ບໍ່ຖຶກຕາມເອກະລັກວັດທະນະທຳຊາວພຸດ 3. ຫ້າມຜູ້ມີອາການມຶນເມົາ 4.ຫ້າມເອົາພ່ວງມາໄລດອກໄປແຂວນຫລຶຫ້ອຍໄວກັບອົງພະ 5.ຫ້າມສົງນ້ຳດ້ວຍການຫົດກັບຫໍສົງ ໃຫ້ສົງທາງຫາງສົງນາກຢ່າງດຽວ #ຂໍ້ຄວນປະຕິບັດ 1.ມາດ້ວຍຄວາມເຄົາສັດທາ ເອົານ້ຳສະອາດ ນ້ຳຫອມ ມີດອກໄມ້ທູບ3ດອກ ທຽນ2 ມາຂາບອະທິຖານກ່ອນຂຶ້ນສົງ 2.ປົດເກີບໄວ້ນອກກ່ອນຂຶ້ນສົງ 3. ບໍ່ຖີ້ມປະຂີ້ເຫຍຶອທີ່ຕົນເອງນຳມາກະກຽມໄວ້ບໍລິເວນພາມຫໍສົງ ສະເພາະພຣະສົງຄ໌ສາມະເນນທີ່ມີຫນ້າທີ່ດັບທູບທຽນເທົ່ານັ້ນ ທີ່ສາມາດເຂົ້າໄປໃນບໍລິເວນຂ້າງໃນໄດ້ ເພື່ອດູແລດັບທູບທຽນທີ່ພໍ່ອອກແມ່ອອກໄຕ້ບູຊາ ແຕ່ບໍ່ສາມາດແຕະຕ້ອງອົງຄ໌ພຣະບາງໄດ້ – ຜູ້ຄົນທີ່ມາສົງນ້ຳພຣະບາງ ຈະເປັນພຣະ ຫຼື ເປັນພໍ່ອອກແມ່ອອກ ຕ້ອງຂຶ້ນສົງນ້ຳພຣະບາງຜ່ານຮາງສົງທີ່ທາງວັດຈັດໄວ້ໃຫ້ເທົ່ານັ້ນ – ບໍ່ສາມາດສົງນ້ຳໃສ່ອົງຄ໌ພຣະບາງໂດຍຕົງ ຂໍ້ມູນຈາກ ວັດໃໝ່ ນະຄອນຫຼວງພຣະບາງ ...

Read More »

ແບຣນກິລາດັງ ທຸ້ມເງິນ 1.600 ລ້ານຢູໂລ ເຊັນສັນຍາສະໜັບສະໜູນທີມ Real Madrid ຍ້ອນ….

ແບຣນອຸປະກອນກິລາຕ່າງໆ ກັບການສະໜັບສະໜູນ ຊຸດການແຂ່ງຂັນໃຫ້ກັບທີມສະໂມສອນບານເຕະ ຊັ້ນນຳຂອງໂລກເປັນເລື່ອງທຳມະດາທີ່ເຮົາເຫັນໃນປັດຈຸບັນ, ແຕ່ ຈະຄຸ້ມຄ່າບໍ່ເມື່ອ ແບຣນກິລາດັງ Adidas ລົງທຶນທຸ່ມເງິນມະຫາສານສະໜັບສະໜູນໃຫ້ກັບທີມ Real Madrid  ລາຊາຊຸດຂາວ    1.600 ລ້ານຢູໂລ ກັບສັນຍາ 12 ປີເຕັມ. ຫຼັງຈາກຈະໝົດສັນຍາ ລະຫວ່າງ Adidas ກັບ Real Madridໃນລະດູການ 2018-2019 ນີ້ ທາງແບຣນດັງຜະລິດຕະພັນຜູ້ຜະລິດອຸປະກອນກິລາຈາກເຢຍລະມັນ ກໍບໍ່ລໍຊ້າທີ່ຈະສ້າງສັນຍາໃໝ່ຂຶ້ນ ເພື່ອເປັນຜູ້ສະໜັບສະໜູນຕໍ່ ແຕ່ສະບັບນີ້ ສະໜັບສະໜູນເຖິງ 12 ປີ ແລະ ຈະເລີ່ມແຕ່ລະດູການປີ 2019-2020 ຄິດເປັນມູນຄ່າລວມ 1.600 ລ້ານຢູໂລ ແລະ ທາງ Real Madrid ຈະໄດ້ຮັບເງິນ 120 ລ້ານຢູໂລ/ລະດູການ  ແລະ ຍັງໄດ້ສ່ວນແບ່ງຈາກການຂາຍອຸປະກອນກິລາທີ່ກ່ຽວຂ້ອງກັບທີມອີກ 20%. ການສະໜັບສະໜູນຂອງແບຣນ Adidas  ຄັ້ງນີ້ແມ່ນຄຸ້ມຄ່າອີຫລີ ເພາະສາມາດສ້າງແບຣນໃຫ້ແຂງແກ່ນຕື່ມຂຶ້ນອີກ ແລະ ທາງ Adidas ຍັງໄດ້ຮັບສິດສ້າງໜ້າຮ້ານໃນສະໜາມ Santiago Bernabéu  ນຳອີກ. ຮ້ານ Adidas ໃນສະໜາມນີ້ ຈະໃຫຍ່ເປັນອັນດັບຕົ້ນຂອງໂລກນຳອີກ. ບໍ່ພໍເທົ່ານັ້ນ ...

Read More »

ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ?

ປີທ່ອງທ່ຽວລາວ 2018 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ຕາມການລາຍງານຂອງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ ໃນປີ 2018 ຈຳນວນ 4.186.432 ເທື່ອຄົນ. ຖ້າທຽບໃສ່ປີ 2017 ຜ່ານມາເພີ່ມຂຶ້ນ 8,2%. ສາມາດສ້າງ ລາຍຮັບໄດ້ເຖິງ 755 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ເພື່ອສືບຕໍ່ກະຕຸ້ນໃຫ້ເສດຖະກິດຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ, ລັດຖະບານລາວ ແລະ ຈີນໄດ້ຕົກລົງກັນຈັດຕັ້ງປີທ່ອງທ່ຽວລາວ- ຈີນຂຶ້ນໃນປີ 2019 ນີ້. ເພື່ອຫວັງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍຂຶ້ນ. ອຸດສາຫະກຳການທ່ອງທ່ຽວ ເປັນອຸດສາຫະກຳທີ່ ສ້າງລາຍຮັບມະຫາສານ ແລະ ມີຜົນກຳໄລໄວ.ແຕ່ບັນຫາຕັ້ງຂຶ້ນຄືວ່າ, ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ? ດັ່ງທີ່ພວກເຮົາ ຮູ້ນຳກັນ, ປະເທດຈີນ ເປັນປະເທດທີ່ມີປະຊາກອນຫຼວງຫຼາຍ ແລະ ຍັງເປັນເພື່ອນບ້ານ ທີ່ໃກ້ຄຽງມີເສັ້ນຊາຍແດນຕິດກັບລາວ. ເສດຖະກິດ ຂອງຈີນ ມີຄວາມເຂັ້ມແຂງ ເປັນອັນດັບຕົ້ນໆຂອງໂລກ, ຊີວິດການເປັນຢູ່ຂອງປະຊາຊົນຈີນນັບມື້ຈະເລີນ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນຈີນນັບມື້ນັບສູງ, ເສດຖີລະດັບໂລກຂອງຈີນ ກໍນັບມື້ຫຼາຍ. ການໄປມາຫາສູ່ກັບລາວກໍເປັນເລື່ອງທີ່ສະດວກສະບາຍ ...

Read More »

ມາຮູ້ຈັກ!!!! ປະຫວັດ ແລະ ຕົ້ນກຳເນີດ ຂອງກາເຟລາວ

ຈາກເບ້ຍ ກາເຟອ່ອນ ທີ່ປູກຢູ່ໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜຶ່ງໃນໂລກ “ພູພຽງບໍລະເວນ” ດິນແຫ່ງນີ້ ເຄີຍເປັນດິນພູເຂົາໄຟໃນແຫຼມອິນດູຈີນໃນຫຼາຍພັນປີກ່ອນ. ສິ່ງທີ່ເຫຼືອໄວ້ຄື ກາຍເປັນແຮ່ທາດຈາກພູເຂົາໄຟ ແລະ ເປັນດິນທີ່ອຸດົມສົມບູນຂອງຜືນແຜ່ນດິນລາວ ພ້ອມທັງມີອາກາດທີ່ບໍລິສຸດທີ່ຊ່ວຍໃຫ້ພືດພັນຫຼາຍຊະນິດເບັ່ງບານຢ່າງສົມບູນແບບ ໂດຍສະເພາະ ກາເຟ. ຈາກວິຖີຊີວິດຂອງພໍ່ແມ່ປະຊາຊົນ ຊາວພູພຽງພໍລະເວນ ແມ່ນເປັນຊາວກະສິກອນປູກ ແລະ ຜະລິດກາເຟ ມາແຕ່ດົນນານ. ຈຶ່ງເຮັດໃຫ້່ປະເທດລາວ ມີເມັດກາເຟລາວທີ່ຫອມຫວນຊວນໃຈ ມີຄວາມເປັນເອກະລັກ, ມີຄຸນນະພາບ ແລະ ປອດສານພິດ ທີ່ສົ່ງອອກໄປຂາຍແລ້ວ ຫຼາຍປະເທດທົ່ວໂລກ ປີໜຶ່ງຫຼາຍພັນໂຕນ ສາມາດສ້າງລາຍຮັບໄດ້ກັບພໍ່ແມ່ປະຊາຊົນຊາວພູພຽງບໍລະເວນ ກໍຄືການພັດທະນາເສດຖະກິດຂອງປະເທດລາວທີ່ສຸດ. ສິ່ງນີ້ເປັນອີກໜຶ່ງສິ່ງທີ່ເປັນຄວາມພາກພູມໃຈຂອງຄົນລາວ ທີ່ໄດ້ມີສິນຄ້າກະສິກຳ ສາມາດສົ່ງອອກທີ່ສາກົນຍອມຮັບໄດ້. ໃນຄວາມຈິງແລ້ວ ເມື່ອກ່ອນຄົນລາວບໍ່ໄດ້ດື່ມກາເຟ ແຕ່ເມື່ອຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ວັດທະນະທຳການດື່ມກາເຟຈຶ່ງເລີ່ມແພ່ກະຈາຍເຂົ້າມາໃນຂົງເຂດນີ້ ຄົນລາວຈຶ່ງເລີ່ມດື່ມກາເຟ ແລະ ໃນຕອນນັ້ນເອງ ຝຣັ່ງໄດ້ນຳສາຍພັນກາເຟເຂົ້າມາລາວ ພວກເຂົາເລີ່ມຊອກຫາສະຖານທີ່ປູກກາເຟທີ່ເໝາະສົມທີ່ສຸດ ຈົນມາພົບກັບຂຸມຊັບແຫ່ງທຳມະຊາດໃນດິນແດນແຫ່ງນີ້ເປັນພູພຽງບໍລະເວນ. ຜ່ານມາຫຼາຍຕໍ່ຫຼາຍອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂຶ້ນ ເລີ່ມໃຫ້ຄວາມສົນໃຈ ແລະ ຖືເປັນວິຖີຊີວິດອັນບົ່ງບອກເຖິງຣົດສະນິຍົມ ເມນູທີ່ມັກນິຍົມຫຼາຍທີ່ສຸດຄື ກາເຟບູຮານ ທີ່ເອີ້ນວ່າ ກະເຟດຳ ຕໍ່ໆມາກໍມີ ກາເຟໃສ່ນົມ, ໃສ່ນໍ້າກ້ອນ ທີ່ເອີ້ນວ່າ ການເຟນົມເຢັນ ແລະ ອື່ນໆຕາມມາອີກຫຼາກຫຼາຍ. ເພື່ອໃຫ້ໄດ້ກາເຟ ...

Read More »

ຄວາມເປັນມາ ຂອງການຕົບພຣະທາດຊາຍ

ສະບາຍດີ  ໃກ້ຈະຮອດມື້ຂຶ້ນປີໃຫມ່ລາວ ແລ້ວ ເຊື່ອວ່າຫຼາຍຄົນຄົງຕື່ນເຕັ້ນ ແລະ ຢາກໃຫ້ຮອດມື້ນັ້ນໄວໆ ເພື່ອຈະໄດ້ພັກຜ່ອນກັບຄອບຄົວ ກັບໄປຢ້ຽມຢາມບ້ານເກີດເມືອງນອນ ຫຼັງຈາກເຮັດວຽກມາໝົດປີ. ແລະ  ມື້ນີ້ທາງເວັບໄຊທາເກັດຂອງພວກເຮົາຈະມານໍາສະເໜີບັນດາທ່ານ ກ່ຽວກັບ ປະຫວັດຄວາມເປັນມາຂອງ “ການຕົບພຣະທາດຊາຍ” ຖືວ່າເປັນປະເພນີອັນສໍາຄັນອີກຢ່າງໜຶ່ງຂອງຄົນລາວ ທີ່ສຶບທອດມາແຕ່ບູຮານ ເຊິ່ງປະເພນີນີ້ມີທີ່ມາຈາກ ຫຼັກຖານໃນ “ພຣະໄຕປິດົກ” ທີ່ພັນລະນາເຖິງອະນິສົງທີ່ພຣະໂພທິສັດ ສ້າງພຣະທາດຊາຍເພື່ອຖວາຍເປັນ ພຸດທະບູຊາ, ເຊິ່ງປະເພນີການຕົບພຣະທາດຊາຍກໍຖືວ່າເປັນປະເພນີທີ່ກ່ຽວຂ້ອງກັບ ພຸດທະສາສະໜາໂດຍກົງ ໂດຍຄົນລາວສ່ວນຫຼາຍມັກເຊື່ອມໂຍງປະເພນີນີ້ເຂົ້າກັບຄວາມເຊື່ອເລື່ອງເວນກັມ ໃນພຸດທະສາສະໜາມີການກໍ່ພຣະທາດຊາຍ ເພື່ອຖວາຍແກ່ວັດເພື່ອຖວາຍເປັນພຸດທະບູຊາໃຫ້ເປັນກຸສົນ. ນອກນັ້ນແລ້ວຍັງເປັນການສ້າງຄວາມສາມັກຄີຂອງຄົນໃນບ້ານອີກດ້ວຍ ປະເພນີນີ້ຈະນິຍົມຈັດຂຶ້ນໃນໄລຍະເທສະການປີໃໝ່ ເຊິ່ງໃນບາງບ້ານອາດຈະຈັດຂຶ້ນໃນປະເພນີບຸນ ບຸນຄຸນເຂົ້າ ບຸນຄຸນລານ (ມີການເອົາເຂົ້າມາສ້າງເປັນພຣະທາດແລ້ວຖວາຍວັດ) ອັນນີ້ກໍນັບວ່າເປັນການຕົບພຣະທາດຊາຍເຊັ່ນດຽວກັນ ເພາະບໍ່ໄດ້ສ້າງເປັນວັດຖຸສະຖານຖາວອນໃນວັດ ແຕ່ເປັນພຽງພຣະທາດຊົ່ວຄາວ ເພື່ອຄວາມມຸ່ງຫວັງຖວາຍເປັນພຸດທະບູຊາໃນປະເພນີໜຶ່ງໆເທົ່ານັ້ນ.   ມີເລື່ອງເລົ່າຈາກຄົນບູຮານວ່າ: ມື້ໜຶ່ງເປັນລະດູຮ້ອນອົບເອົ້າຫຼາຍ ພຣະເຈົ້າປັດເສທິໂກສົນ ໄດ້ຊົງພັກຜ່ອນ ພຣະອິຣິຍາບົດໃຫ້ສະບາຍ ຢູ່ຫາດຊາຍແຄມຝັ່ງແມ່ນໍ້າທີ່ບໍ່ໄກຈາກນະຄອນພໍເທົ່າໃດ  ໄດ້ຊົງທອດພຣະເນດເຫັນຊາຍຂາວສະອາດຮາບພຽງດີ ພຣະອົງຈຶ່ງດໍາຣິວ່າ ຄວນເຮັດເປັນຮູບເຈດີຂຶ້ນ ເພື່ອບູຊາ ພຣະຣັດຕະນະໄຕຣ ດີກວ່າທີ່ເຮົາຈະມາຍ່າງຫຼີ້ນໂດຍບໍ່ມີປະໂຫຍດ ເມື່ອພຣະອົງດໍາຣິຈົບລົງ ພຣະອົງກໍຮີບລົງມື ກໍ່ເປັນຮູບເຈດີດ້ວຍພຣະອົງເອງ ພວກບໍຣິວານທັງຫຼາຍທີ່ຕາມສະເດັດກໍລົງມືກໍ່ຕາມໄດ້ດ້ວຍຈົນສໍາເລັດ ເມື່ອເຫັນກໍເປັນທິວທັດອັນງົດງາມ ເກີດມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ກໍໄດ້ແນະນໍາໃຫ້ລູກຫຼານໃນຕະກູນປະຕິບັດສືບຕໍ່ກັນມາ. ຕໍ່ມາໄດ້ມີ ພຣະຕະຖາຄົດ ...

Read More »

MK ຮ່ວມມືກັບ Goteddy ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທົ່ວນະຄອນຫຼວງວຽງຈັນ

ຈະເກີດຫຍັງຂຶ້ນຖ້າທ່ານສາມາດກິນ MK ພຽງແຕ່ກົດປາຍນິ້ວມືໃນໂທລະສັບ? ປັດຈຸບັນ,  MK ໄດ້ຮ່ວມມືກັບ Goteddy ເພື່ອຈະສົ່ງຄວາມສຸກ ເເລະ ຄວາມເເຊບໃຫ້ທ່ານເຖີງທີ່ເຖີງເຮືອນເລີຍ  ໂດຍຜ່ານລະບົບ Application ຂອງ Goteddy, application ທີ່ໃຫ້ບໍລິການ Delivery ທົ່ວນະຄອນຫຼວງວຽງຈັນໂດຍມ ລະບົບ GPS ເເລະ Tracking ທີ່ທັນສະໄໝທຽບເທົ່າກັບມາດຕະການສາກົນ. ທຸກເມນູຂອງເອັມເຄບໍ່ວ່າຈະເປັນ Hot Pot, ປີ້ງເປັດ, ຕິມຊຳ ຫຼື ອາຫານຈານດ່ຽວຕອນນີ້ທຸກລາຍການມີຢູ່ໃນ Goteddy ເເລ້ວ ນອກຈາກນີ້ທາງ MK ເຮົາເອງກະຍັງມີ Promotion ພິເສດສຳລັບລູກຄ້າທີ່ສັ່ງຜ່ານ  Goteddy ຖ້າທ່ານສັ່ງອາຫານຜ່ານແອັບ Goteddy ຄົບ 190,000 ກີບຮັບໄປເລີຍ  Gift Vocher ມູນຄ່າ 25.000 ກີບ!! ເລີ່ມຕັ້ງແຕ່ 8 ເມສາ 2019 ເປັນຕົ້ນໄປ (ບັດມີຈຳນວນຈຳກັດ) ບັດສ່ວນຫຼຸດນີ້ສາມາດນຳໃຊ້ໄດ້ທີ່ຮ້ານອາຫານ MK  ສາຂາວັດນາກ ເເລະ ນາຄຳເທົ່ານັ້ນ ຖ້າຫຍັງຢູ່ ...

Read More »

ເປັນຫຍັງ? ຕ້ອງສົງນໍ້່າພຣະໃນບຸນປີໃໝ່ລາວ…(ອ່ານເລີຍ)

ສະບາຍດີບັນດາທ່ານທີ່ຮັກແພງ ມື້ນີ້ທາງເວັບໄຊທາເກັດຂອງພວກເຮົາ ຈະມານໍາສະເໜີບັນດາທ່ານກ່ຽວກັບ  “ການສົງນໍ້າພຣະ” ໜຶ່ງໃນພິທີຂອງປະເພນີບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຫຼື ບຸນເດືອນຫ້າ ສໍາລັບການສົງນໍ້າພຣະນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ ແລະ ດອກໄມ້ທີ່ມີກິ່ນຫອມຕ່າງໆນໍາມາຕາກໃຫ້ແຫ້ງສຳລັບໄວ້ໂຮຍໃສ່ນ້ຳທີ່ຈະນໍາໄປສົງພຣະ. ນອກຈາກດອກໄມ້ແຫ້ງແລ້ວ ບາງຄົນກໍນິຍົມໃສ່ນໍ້າອົບນໍ້າຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມໂຮຍໃສ່ຕື່ມ,ໃນບາງທ້ອງຖິ່ນເຮົາຈະເຫັນເພິ່ນໃສ່ຂີ້ໝິ້ນນໍາ. ການສົງນໍ້າພຣະນັ້ນ ຈະຈັດຂຶ້ນຕາມວັດຕ່າງໆໃນມື້ສັງຂານລ່ວງ (ມື້ແຮມສາມຄໍ່າເດືອນຫ້າ)  ໂດຍຈະເລີ່ມຈາກການສົງນໍ້າແກ່ພຣະພຸດທະຮູບກ່ອນ ເຊິ່ງຊາວບ້ານຈະຈັດຕັ້ງເປັນຂະບວນແຫ່ ພຣະພຸດທະຮູບ ອ້ອມອາຮາມ 3 ຮອບ ແລ້ວນໍາພຣະພຸດທະຮູບມາປະດິດສະຖານໃນຫິ້ງ ຫຼື ຫໍສົງນໍ້າ ທີ່ຊາວບ້ານກະກຽມໄວ້ກ່ອນຈະຮອດມື້ງານ (ຖ້າເປັນພຣະພຸດທະຮູບອົງໃຫຍ່ທີ່ບໍ່ສາມາດເຄື່ອນຍ້າຍໄດ້ ແມ່ນຈະບໍ່ໄດ້ນໍາໄປແຫ່ອ້ອມວັດ) ຈາກນັ້ນ ຊາວບ້ານກໍພາກັນມານັ່ງໂຮມກັນຢູ່ດ້ານໃດດ້ານໜຶ່ງຂອງຫໍ ເພື່ອຂໍຂະມາ ແລະ ບອກກ່າວໃຫ້ພຣະພຸດທະຮູບຮູ້ວ່າ: ຮອດຍາມປີໃໝ່ສົງການແລ້ວ ຈະໄດ້ມີການຫົດສົງພຣະພຸດທະຮູບ (ອາດຈະຕັ້ງເປັນກັນເທດ) ໂດຍແມ່ນພຣະສົງເປັນຜູ້ນໍາພາ ຫຼັງຈາກທີ່ຂໍຂະມາສໍາເລັດແລ້ວ ມາຮອດຂັ້ນຕອນການສົງນໍ້າແມ່ນຈະໃຫ້ພຣະສົງ ສໍາມະເນນເປັນຜູ້ສົງກ່ອນຕາມລໍາດັບ ເມື່ອພຣະສົງ ສໍາມະເນນສົງແລ້ວໆ ຊາວບ້ານຈຶ່ງລຽນແຖວກັນເຂົ້າໄປສົງນໍ້າພຣະພຸດທະຮູບ ໂດຍຈະໃຫ້ຜູ້ຊາຍເປັນຄົນສົງກ່ອນ ແມ່ຍິງຈຶ່ງສົງຕາມຫຼັງ, ປະເພນີການສົງນໍ້າພຣະນີ້ ຈະຈັດຂຶ້ນທັງ 3 ມື້ຂອງບຸນປີໃໝ່ ເມື່ອຮອດມື້ທີ 3 ມື້ສຸດທ້າຍຂອງບຸນປີໃໝ່ລາວຫຼືເພິ່ນເອີ້ນວ່າ: ມື້ສັງຂານຂຶ້ນ (ແຮມຫ້າຄໍ່າເດືອນຫ້າ) ...

Read More »

ຍີ່ປຸ່ນ ກຳນົດໃຫ້ວິຊາການຂຽນໂປຣແກຣມ ເປັນວິຊາພື້ນຖານຂອງນັກຮຽນຊັ້ນປະຖົມ.

ໃນຍຸກນີ້ ເປັນຍຸກທີ່ທຸກຢ່າງຜ່ານຄອມພິວເຕີ້, ໂທລະສັບ ຫຼື ເຕັກໂນໂລຊີຕ່າງໆ ໄດ້ຢ່າງງ່າຍດາຍ, ການເຕີບໂຕເຕັກໂນໂລຊີໃນອົງກອນຕ່າງໆ ເພີ່ມຂຶ້ນຢ່າງວ່ອງໄວ ດັ່ງນັ້ນ, ເລື່ອງການຂຽນໂປຣແກຣມ ຈຶ່ງຖືວ່າເປັນເລື່ອງຈຳເປັນຫຼາຍ. ເຊິ່ງປະເທດເຈົ້າພໍ່ເຕັກໂນໂລຊີ ຄືກັບປະເທດຍີ່ປຸ່ນກໍເລັ່ງເຫັນເຖິງຄວາມສຳຄັນຂອງເລື່ອງນີ້ ລ່າສຸດກະຊວງສຶກສາ ຂອງປະເທດຍີ່ປຸ່ນໄດ້ມີການປະກາດໃຫ້ ການຂຽນໂປຣແກຣມ ເປັນວິຊາພື້ນຖານທີ່ຕ້ອງມີສອນໃນໂຮງຮຽນຊັ້ນປະຖົມສຶກສາ ຈະມີການສອນຕັ້ງແຕ່ປະຖົມ ປ 5 ແລະ ເລີ່ມໃຊ້ຫຼັກສູດໃໝ່ນີ້ໃນເດືອນເມສາ 2020 ແຕ່ກ່ອນນັ້ນ ຫຼັກສູດນັກຮຽນຊັ້ນປະຖົມຍີ່ປຸ່ນມີວິຊາໂປຣແກຣມມິ່ງພື້ນຖານຢູ່ແລ້ວ ເຊັ່ນ: ການຂຽນໂປຣແກຣມແຕ້ມຮູບສີ່ຫຼຽມຕ່າງໆໃນໜ້າຈໍ ແລະ ຂຽນໂປຣແກຣມສັ່ງໃຫ້ຫຼອດໄຟ LED ຮຸ່ງໄດ້. ການປ່ຽນແປງນີ້ກໍເພື່ອໃຫ້ຄົນລຸ້ນໃໝ່ມີທັກສະດ້ານໄອທີ ຮອງຮັບການຂາດແຮງງານດ້ານນີ້ໃນອະນາຄົດ ແລະ ສອນວິທີຄິດແບບຕັກກະໃຫ້ກັບເດັກນ້ອຍເຖິງວ່າໃຫຍ່ມາຈະບໍ່ໄດ້ໄປເຮັດວຽກດ້ານສາຍໄອທີ. ໂດຍເປົ້າໝາຍຂອງຫຼັກສູດໃໝ່ນີ້ ກໍຄືຕ້ອງເປັນການປູພື້ນຖານ ແລະ ກຽມຄົນລຸ້ນໃໝ່ມີທັກສະດ້່ານໄອທີ ເພື່ອແກ້ໄຂບັນຫາການຂາດແຮງງານດ້ານໄອທີ ທີ່ຄາດວ່າຈະຂາດແຮງກວ່າ 290.000 ຄົນໃນປີ 2020 ແລະ ເພີ່ມເປັນ 590.000 ຄົນໃນປີ 2030. ທີ່ມາ:  asia.nikkei.com/Economy/Coding-will-be-mandatory-in-Japan-s-primary-schools-from-2020

Read More »

ຢາກໄດ້ທຶນ 100% ໄປຮຽນຕໍ່ ຢູ່ອັງກິດ, ອາເມລິກາ, ເອີຣົບ ສະໝັກດ່ວນ….

ມີທຶນດີດີ ມາແນະນໍາ ! ເປັນທຶນເຕັມ 100% ! ສາມາດສະໝັກເລືອກໄປຮຽນໄດ້ ຢູ່ປະເທດອັງກິດ, ອາເມລິກາ, ເອີຣົບ, ອື່ນໆ ! ແຕ່ລະປີ ເຄີຍມີຄົນລາວສະໝັກໄດ້ 4-5 ຄົນ ! ປິດຮັບສະໝັກ: 15/05/2019 ລາຍລະອຽດການສະໝັກທີ່: www.opensocietyfoundations.org/…/civil-society-leadership-a… Civil Society Leadership Awards Deadline: May 15 Visit: www.opensocietyfoundations.org/…/civil-society-leadership-a… The Civil Society Leadership Awards (CSLA) is now open for application from candidates who want to carry out post-graduate studies. Exceptional students who have strong commitment to make positive social changes in ...

Read More »